ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈໍແດັນ ແຂວນຄໍ ພວກຫົວຮຸນແຮງ 2 ຄົນ ເພື່ອເປັນການ ຕອບໂຕ້ ຕໍ່ການສັງຫານ ນັກບິນຂອງຕົນ


ພາບທົ່ວໄປ ທີ່ສະແດງໃຫ້ເຫັນພວກກຳລັງຮັກສາຄວາມປອດໄພ ຢູ່ທາງໜ້າຄຸກ Swaqa ໃກ້ກັນນະຄອນ Amman ວັນທີ 4 ກຸມພາ 2015.
ພາບທົ່ວໄປ ທີ່ສະແດງໃຫ້ເຫັນພວກກຳລັງຮັກສາຄວາມປອດໄພ ຢູ່ທາງໜ້າຄຸກ Swaqa ໃກ້ກັນນະຄອນ Amman ວັນທີ 4 ກຸມພາ 2015.

ຈໍ​ແດັນ​ປະຫານ​ຊີວິດ​ພວກ​ຫົວ​ຮຸນ​ແຮງ 2 ຄົນ​ໃນ​ຕອນກ່ອນ​
ແຈ້ງ​ເຊົ້າວັນ​ພຸດ​ມື້​ນີ້ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທີ່​ກຸ່ມ​ຫົວ
​ຮຸນ​ແຮງ​ດັ່ງກ່າວ​ສັງຫານ​ນັກ​ບິນ​ຈໍ​ແດັນ​ຄົນ​ນຶ່ງ ​ທີ່​ຖືກ​ຈັບ​ກຸມ
​ຫລັງຈາກ ເຮືອບິນ​ຂອງ​ລາວ ​ເກີດ​ອຸບັດ​ເຫດ​ຕົກລົງ​ ໃນ​ລະ
ຫວ່າງ​ການ​ປະກອບ​ພາລະກິດ​ ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ນັກ​
ຕໍ່ສູ້​ຫົວຮຸນ​ແຮງ​ໃນ​ຊີ​ເຣຍນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຈໍ​ແດັນ ​ໄດ້​ແຂວນ​ຄໍ​ນາງ Sajida al-Ri
shawi ​ແມ່ຍິງ​ອີຣັກ ທີ່​ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ ສຳ
ລັບບົດບາດ​ຂອງ​ນາງ​ໃນ​ການວາງ​ລະ​ເບີດ​ສະລະ​ຊີບ​ໂຈມ​ຕີ​
ໃນ​ປີ 2005 ທີ່​ນະຄອນຫຼວງ Amman ​ແລະ​ນາຍ Ziad al-
Karbouly ຄົນ​ອີຣັກອີກ​ຄົນ​ນຶ່ງ​ ທີ່​ມີ ສາຍພົວພັນ​ກັບ​ກຸ່ມອາລກາ​ອິດານັ້ນ.

jordanislamicstate4february15
please wait

No media source currently available

0:00 0:00:40 0:00

ກຸ່ມລັດ​ອິສລາມ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ນາງ al-Rishawi ມາ​ກ່ອນ ​ໃນ​ຖານະ​ເປັນ​ການ​ແລກປ່ຽນ​ນັກໂທດ​ກັນ ​ແຕ່​ຈໍ​ແດັນບໍ່​ຍອມ​ທຳ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໂດຍ​ບໍ່​ມີ​ຫຼັກ​ຖານ​ທີ່​ວ່າ ນັກ​ບິນ​ຄົນ​ນີ້​ຄື ນາຍ Muath al-Kaseasbeh ຍັງ​ມີ​ຊີວິດ​ຢູ່​ນັ້ນ.

ວີ​ດີ​ໂອ​ທີ່​ນຳອອກ​ເຜີຍແຜ່ທາງ​ອິນເຕີແນັດ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ອ້າງ​ວ່າ ​ນັກ​ບິນ​ຄົນ​ນີ້ ຖືກ​ຂັງ​ໄວ້​ໃນ​ກົງ​ຂັງ ​ແລ້ວ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຄົນນຶ່ງ​ຈູດ​ນ້ຳມັນ​ເຊື້​ອ​ໄຟ​ຢູ່​ໃນ​ຮ່ອງ​ນ້ອຍໆ​ທີ່​ເນັ່ງ​ໃສ່​ກົງ​ຂັງ ​ແລະ​ເຮັດໃຫ້​ໄຟ​ໄໝ້​ລາວ​ຕາຍ.

ທ່ານ Brian P. Hale ຫົວໜ້າ​ປະຊາສຳພັນ ຂອງ​ຫ້ອງການ​ສືບ​ລັບ​ແຫ່ງ​ຊາດ​ຂອງ​ສະຫະ
ລັດ ກ່າວ​ວ່າ “ຄະນະ​ສືບ​ລັບ​ຂອງ​ສະຫະລັດ ບໍ່​ມີເຫດຜົນ​ທີ່​ຈະ​ມີ​ຄວາມ​ສົງ​ໄສ​ໃດໆ​ກ່ຽວ​ກັບ​ຄວາມ​ແທ້​ຈິງ​ຂອງ​ພາບ​ວີ​ດີ​ໂອນີ້."

ເບິ່ງວີດີໂອກ່ຽວຂ້ອງ:

US Increases Aid to Jordan
please wait

No media source currently available

0:00 0:02:09 0:00

XS
SM
MD
LG