ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ດາລາຮູບເງົາຊື່ດັງ ຜ່າຕັດເອົານົມອອກ ເພື່ອປ້ອງກັນໂຣກມະເຮັງ (ສະໄລດ໌/ວີດິໂອລາວ-ອັງກິດ)


Angelina Jolie ດາລາຮູບເງົາຊື່ດັງແລະທູດສັນທະວະໄມຕີ
ຂອງສະຫະປະຊາຊາດ ໄດ້ຕົກເປັນຈຸດສົນໃຈຂອງຄົນທັງ
ຫລາຍ ໃນອາທິດແລ້ວນີ້ ຍ້ອນການຕັດສິນໃຈຂອງນາງ ໃນ
ການຜ່າຕັດນົມອອກທັງສອງເບື້ອງ ເພື່ອຫລຸດຜ່ອນໂອກາດ ໃນການເປັນໂຣກມະເຮັງເຕົ້ານົມລົງ ເຖິງແມ່ນວ່າ ນາງຈະບໍ່
ມີໂຣກມະເຮັງກໍຕາມ. ດາລາຮູບເງົາສາວຄົນນີ້ ໄດ້ປະກາດ
ຂ່າວກ່ຽວກັບການຕັດສິນໃຈ ແລະການຜ່າຕັດຂອງນາງຢູ່ໃນ
ບົດຄວາມທີ່ນາງຂຽນ ຢູ່ໃນໜັງສືພິມ The New York Times.
Carol Pearson ຜູ້ສື່ຂ່າວວີໂອເອ ພິຈາລະນາເບິ່ງການຕັດ
ສິນໃຈຂອງ Angelina Jolie ທີ່ອີງໃສ່ຜົນກວດທາງກໍາມະພັນ
ຂອງນາງ ແລະທາງເລືອກອັນອື່ນໆທີ່ມີໃຫ້ແກ່ຜູ້ຍິງ ທີ່ປະເຊີນ
ກັບຄວາມສ່ຽງຕໍ່ການເປັນໂຣກມະເຮັງ ຊຶ່ງບົວສະຫວັນຈະນໍາ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ທ່ານນາງ Angelina Jolie ເປັນຄົນງາມ ມີສະເໜ່ ແລະເປັນທີ່ຮູ້ກັນດີວ່າເປັນຄົນກ້າປາກ
ກ້າເວົ້າ ບໍ່ວ່າຈະແມ່ນເລື້ອງສິດຂອງຊາວອົບພະຍົບ ຫລືຂອງແມ່ຍິງກໍຕາມ. ການຕັດສິນ
ໃຈຂອງທ່ານນາງທີ່ໄດ້ຜ່າຕັດເອົານົມທັງສອງເບື້ອງອອກໝົດເມື່ອທ່ານນາງບໍ່ມີໂຣກມະ
ເຮັງໄດ້ສ້າງໃຫ້ມີຄວາມສົນໃຈ ຕໍ່ການຜ່າຕັດ ເພື່ອປ້ອງກັນພະຍາດນີ້. ແມ່ຂອງທ່ານ
ນາງ Jolie ເສຍຊີວິດຍ້ອນໂຣກມະເຮັງ ເມື່ອເພິ່ນມີ ອາຍຸໄດ້ 56 ປີ. ດາລາທ່ານນີ້ເວົ້າ
ວ່າ ລູກຂອງທ່ານນາງ ຢາກຮູ້ວ່າ ທ່ານນາງຈະເປັນໂຣກມະເຮັງເຊັ່ນກັນ ຫລືບໍ່.

ທ່ານນາງ Jolie ເວົ້າວ່າ ການກວດທາງກໍາມະພັນ ສະແດງໃຫ້ເຫັນວ່າ ທ່ານນາງມີ
ໂອກາດຢູ່ 87 ເປີເຊັນ ທີ່ຈະເປັນໂຣກມະເຮັງເຕົ້ານົມ ແລະ 50 ເປີເຊັນ ທີ່ຈະເປັນໂຣກ
ມະເຮັງຮວຍໄຂ່.

ເບິ່ງວີດິໂອພາສາລາວ ກ່ຽວກັບລາຍງານນີ້:


ພວກທ່ານໝໍໄດ້ພົບວ່າການແປຮູບທາງກໍາມະພັນ ສາມາດທີ່ຈະເພີ້ມໂອກາດໃນການ
ເກີດໂຣກມະເຮັງເຕົ້ານົມ ແລະມະເຮັງຮວຍໄຂ່. ໂຣກມະເຮັງເຕົ້ານົມ ແລະມະເຮັງຮວຍ
ໄຂ່ ທີ່ມີສ່ວນກ່ຽວພັນກັບການສືບທອດມາຈາກກໍາມະພັນໃຫຍ່ສອງກຸ່ມ ກໍຄື BRCA1
(ບຣາກຄາ1) ແລະ BRCA2 (ບຣາກຄາ2).

ຢູ່ໃນການສຶກສາຄົ້ນຄວ້າບັ້ນນຶ່ງໄດ້ພົບວ່າ ຖ້າຫາກຜູ້ຍິງ ຜູ້ນຶ່ງຫາກມີໂຣກມະເຮັງນົມ
ທີ່ມີສ່ວນພົວພັນກັບ BRCA ແມ່ນມີອັດຕາຄວາມ ຢູ່ລອດເຊັ່ນດຽວກັນກັບຄົນປ່ວຍທີ່
ເປັນໂຣກມະເຮັງຄົນອື່ນທີ່ຢູ່ໃນຂັ້ນດຽວກັນ. ແຕ່ວ່າ ດຣ. ມາກ ບົວແວ (Marc Boisvert)
ຈາກໂຮງໝໍ Medstar ນະຄອນວໍຊິງຕັນ ເວົ້າວ່າ ມັນມີຄວາມແຕກຕ່າງກັນຫລາຍ ລະ
ຫວ່າງການເປັນໂຣກມະເຮັງຂອງຄົນປ່ວຍສອງກຸ່ມນີ້.

ດຣ. ບົວແວ ເວົ້າວ່າ: ”ບັນຫາກໍຄືວ່າ ໂຣກມະເຮັງພວກນີ້ ມັນປະກົດມີຢູ່ນໍາ
ຜູ້ຍິງທີ່ໜຸ່ມກວ່າ ແລະຜູ້ຍິງທີ່ໜຸ່ມກວ່າ ກໍມັກມີໂຣກມະເຮັງຊະໜິດທີ່ຮຸນ
ແຮງກວ່າ ແລະພວກເຂົາເຈົ້າກໍບໍ່ມີຄວາມສົງໄສ ເລີຍວ່າຕົນຈະເປັນໂຣກ
ມະເຮັງ.”


ພວກຜູ້ຍິງທີ່ມີອາຍຸ 20 ຫາ 30 ປີ ມັກຈະບໍ່ໄປກວດເບິ່ງມະເຮັງ ເຕົ້ານົມ. ແລະພວກ
ຜູ້ຍິງທີ່ມັກມີການແປຮູບຂອງໂຣກມະເຮັງ BRCA ຫລາຍທີ່ສຸດກໍຄືພວກ ຜູ້ຍິງທີ່ມີເຊື້ອ
ສາຍຊາວຢີວ ມາຈາກເຂດຢູໂຣບ ຕາເວັນອອກ. ຫາກແຕ່ວ່າ:

ດຣ. ບົວແວ ເວົ້າວ່າ: “ທ່ານກໍສາມາດມີໂຣກນີ້ໄດ້ເຊັ່ນກັນ ຖ້າຫາກທ່ານ ເປັນ
ຄົນຜີວດໍາ, ຜີວຂາວ, ສະເປນ, ຈີນ, ເອເຊຍ ຖ້າຈະເວົ້າແລ້ວກຸ່ມຊົນຊາດ
ຊົນເຜົ່າໃດກໍຕາມ ແມ່ນສາມາດເປັນໂຣກ ນີ້ໄດ້ຄືກັນໝົດ.


ສະຖາບັນວ່າດ້ວຍໂຣກມະເຮັງແຫ່ງຊາດ ແນະນໍາວ່າ ໃຫ້ທໍາການ ກວດທາງກໍາມະພັນ
ຖ້າວ່າມີຍາດພີ່ນ້ອງທີ່ໃກ້ຊິດກັນ ເປັນໂຣກ ມະເຮັງເຕົ້ານົມ ຫລືມະເຮັງຮວຍໄຂ່. ຫາກແຕ່
ວ່າການບໍ່ມີການແປຮູບຂອງໂຣກມະເຮັງ BRCA1 ຫລື 2 ກໍບໍ່ໄດ້ໝາຍຄວາມວ່າ ຈະປອດ
ຈາກຮ່ອງຮອຍສະແດງໃຫ້ເຫັນວ່າມີພະຍາດນີ້ ແຕ່ຢ່າງໃດ. ແລະການທີ່ມີເຄື່ອງໝາຍ
ທາງກໍາມະພັນ ກໍບໍ່ໄດ້ໝາຍຄວາມວ່າການເປັນໂຣກນີ້ ແມ່ນໄດ້ຮັບມາຈາກທາງກໍາມະ
ພັນໝົດ. ແຕ່ວ່າ ການສຶກສາ ກ່ຽວກັບກໍາມະພັນ ສາມາດຊີ້ໃຫ້ເຫັນ ໂອກາດ ທີ່ຈະເປັນ
ໂຣກນີ້ໄດ້ ເພາະສະນັ້ນແລ້ວ ທ່ານນາງ Jolie ເວົ້າວ່າ ໂອກາດ ທີ່ທ່ານນາງ ທີ່ຈະເປັນ
ໂຣກມະເຮັງເຕົ້ານົມແມ່ນ 87 ເປີເຊັນ.

ຄ່າໃຊ້ຈ່າຍໃນການກວດທາງກໍາມະພັນ ສາມາດຂຶ້ນສູງເຖິງຫລາຍພັນໂດລາ.

ການປິ່ນປົວເພື່ອປ້ອງກັນພະຍາດນີ້ ສາມາດເຮັດໃຫ້ໂອກາດເປັນໂຣກນີ້ ຫລຸດລົງໃຫ້
ເຫລືອໜ້ອຍກວ່າ 5 ເປີເຊັນ ແຕ່ວ່າ ດຣ. ບົວແວ ເວົ້າວ່າ ບໍ່ມີພຽງແຕ່ການຜ່າຕັດວິທີ
ດຽວເທົ່ານັ້ນດອກ ທີ່ຈະປ້ອງກັນພະຍາດນີ້ໄດ້.

ດຣ. ບົວແວ ແນະນໍາວ່າ: “ຂ້າພະເຈົ້າຄິດວ່າ ການສຶກສາແມ່ນສໍາຄັນ ໃນ
ເລື້ອງນີ້ ເພາະວ່າ ທ່ານສາມາດສະບາຍໃຈໄດ້ ເມື່ອຮູ້ວ່າ ທ່ານໄດ້ຮັບ
ການກວດກາຕິດຕາມຢ່າງລະມັດລະວັງທີ່ສຸດ ແລະຮູ້ວ່າໂຕເລກເປີເຊັນ
ແມ່ນຫລາຍປານໃດ ແລະໂອກາດທີ່ເກີດຂຶ້ນອີກ ແມ່ນມີຫລາຍປານໃດ.”


ດຣ. ບົວແວ ເວົ້າວ່າ ໃນທີ່ສຸດ ຜູ້ປ່ວຍກໍຕ້ອງການມີຄວາມສະດວກ ສະບາຍຕໍ່ການປິ່ນ
ປົວຂອງຜູ້ກ່ຽວ ບໍ່ວ່າ ຈະເປັນການປິ່ນປົວທີ່ກ່ຽວ ພັນກັບການຕິດຕາມເບິ່ງຢ່າງລະມັດ
ລະວັງ ຫລືຊະເປັນການຜ່າຕັດ ກໍເຊັ່ນດຽວກັນ.

ເບິ່ງປະມວນພາບກ່ຽວກັບດາລາຊື່ດັງ Angelina Jolie:

XS
SM
MD
LG