ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Joko Widodo ສາບານໂຕ ເຂົ້າຮັບຕຳແໜ່ງ ປະທານາທິບໍດີອິນໂດເນເຊຍ


ອິນ​ໂດ​ເນ​ເຊຍ ມີ​ປະທານາທິບໍດີ​ຄົນ​ໃໝ່​ແລ້ວ. ທ່ານ Joko
Widodo ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ໜ້າ​ທີ່ ໃນ​ວັນ​ຈັນ​ມື້​ນີ້ ​ຢູ່​ນະຄອນ
ຫລວງຈາ​ກາ​ຕາ.

ທ່ານ Widodo ​ເປັນ​ປະທານາທິບໍດີອິນ​ໂດ​ເນ​ເຊຍ ຄົນທຳ​ອິດທີ່
​ບໍ່ມີ ສາຍ​ພົວພັນ​ກັບ​ ບຸກຄົນ​ໃນ​ວົງ​ການ ການເມືອງ ​ຫຼື ກອງທັບ
ຂອງປະ​ເທດ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​
ໄປ​ຮ່ວມ​ພິທີ​ເຂົ້າ​ຮັບຕຳ​ແໜ່​ງຂອງ ທ່ານ Widodo ຊຶ່ງເປັນ
ການ​ເນັ້ນ​ເຖິງ​ຄວາມ​ໝັ້ນໝາຍ ຂອງ​ລັດຖະບານ​ໂອ​ບາ​ມາ
ຕໍ່​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ.

ບັນດາ​ເຈົ້າໜ້າ​ທີ່ກ່າວ​ວ່າ​ ນັກ​ການ​ທູດ​ຂັ້ນສູງ​ສຸດຂອງ​ສະຫະລັດ ​ຈະທຳ​ການ​ພົບປະກັບ​
ທ່ານ Widodo ແລະບັນດາຜູ້ນຳຄົນ​ອື່ນໆຂອງ​ເອ​ເຊຍ ໃນຂະນະ​ທີ່ຢູ່ໃນ​ນະຄອນຫລວງ​
ຈາ​ກາ​ຕາ ​ໃນຄວາມ​ຫວັງ​ທີ່ຈະ ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ເອົາບົດບາດທີ່​ສຳຄັນ ​ໃນ​ການ​ຕໍ່ຕ້ານ​
ພວກ​ຫົວ​ຮຸນ​ແຮງ​ອິສລາມ ​ແລະບັ່ນ​ທອນ​ການໂຄ​ສະ​ນາ​ຊວນເຊື່ອຈາກ​ພວກຫົວ​ຮຸນ​ແຮງ​
ເຊິ່ງເວລາ​ນີ້ ​ກຳລັງຄຸກ​ຄາມ​ປະ​ເທດຊີ​ເຣຍ ​ແລະອີຣັກ ຢູ່​ນັ້ນ.

ທ່ານ Kerry ມີ​ກຳນົດ​ຈະ​ທຳການສົນທະນາ​ ​ກັບ​ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ
Najib Razak ນາຍົກລັດຖະມົນຕີສິງກະ​ໂປ ​ທ່ານ Lee Hsien Loong ​ແລະ ຜູ້ນຳ​
ບຣູນາຍ ສຸນ​ລະ​ຕານ Hassanal Bolkiah ພ້ອມ​ກັບ​ປະມຸກ​ລັດ ຄົນ​ອື່ນໆ​ອີກ​.

INDONESIA POLITICS CNPK
please wait

No media source currently available

0:00 0:02:16 0:00

ທ່ານ Widodo ທີ່​ໄດ້ຖືກ​ເລືອກ​ເປັນ​ ເຈົ້າ​ຄອງ​ກຳ​ແພງນະຄອນຫລວງ ​ຈາ​ກາ​ຕາ ເມື່ອ​ສອງ
​ປີ​ກ່ອນ ​ໄດ້ຊະນະ​ການ​ເລືອກ​ຕັ້ງປະທານາທິ​ບໍດີ​ ທີ່​ມີການ​ແຂ່ງ​ຂັນ​ກັນ​ຢ່າງ​ຮ້ອນແຮງ​ ​ເມື່ອ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ.

ອະດີດ​ນັກທຸລະ​ກິດ​ສົ່ງ​ອອກ​ເຄື່ອງ​ເຮືອນ ​ໄວ 53 ປີ ທີ່​ຮູ້ຈັກ​ກັນໂດຍ​ທົ່ວ​ໄປ​ໃນ​ຊື່ Jokowi ​
ແມ່ນ​ໄດ້​ຖືກ​ມອງ​ເຫັນ​ໂດຍຫຼາຍຄົນ​ວ່າ ເປັນ​ນັກ​ປະຕິ​ຮູບ ​ແລະເປັນ​ຜູ້​ສະມັກ​ທີ່​ຫາ​ໄດ້ຍາກ
​ທີ່​ບໍ່​ມີສາຍ​ພົວພັນກັບ​ທ່ານ Suharto ທີ່ໄດ້​ດຳລົງ​ຕຳ​ແໜ່​ງ​ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ
ເປັນດົນ​ນານ ​ແລະ​ເປັນ​ບັນຫາ​ໂຕ້​ຖຽງ​ກັນ​ ຊຶ່ງ​ຜູ້ກ່ຽວ​ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ປີ 1998 ​ແລະ
​ໄດ້​ເສຍ​ຊີວິດ​ໄປ 10 ປີ ຕໍ່​ມາ.

XS
SM
MD
LG