ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ​ ການ​ຕ່າງປະ​ເທດ​ Kerry ຈະພົບປະ ກັບ ບັນດານັກການທູດ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ Kerry ເຂົ້າຮ່ວມກອງປະຊຸມ
ກ່ຽວກັບຊີເຣຍ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ Kerry ເຂົ້າຮ່ວມກອງປະຊຸມ ກ່ຽວກັບຊີເຣຍ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ທ່ານ​ວາງ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ພະນັກງານ​ໃນ​ກະຊວງ​ທັງຫຼາຍ ຊຶ່ງໄດ້​ສົ່ງຄຳ​ຮ້ອງ​ຮຽນທາງໂທລະ​ເລກ ​ເພື່ອ​ໃຫ້​ມີ​ການ​ເອົາ​ມາດ​ຕະການ​ຢ່າງ​ແຂງ​ຂັນ ​ກ່ຽວ​ກັບ​ນະ​ໂຍບາຍ​ສະຫະລັ​ດ​ ໃນ​ຊິ​ເຣຍ ​ເຖິງ​ແມ່ນ​ວ່າທາງກະຊວງ​ການ​ຕ່າງປ​ະ​ເທດ ​ບໍ່​ໄດ້ກ່າວ​ວ່າ ທ່ານ Kerry ​ໄດ້​ເຫັນ​ພ້ອມ​ກັບ​ທ່າ​ທີຂອງ​ພວກ​ເຂົາ​ເຈົ້າ.

ຄຳ​ຖາມ​ທີ່​ຖືກ​ຖາມ​ຈາກ​ພວກ​ນັກ​ຂ່າວໃນ​ວັນ​ຈັນ​ວານ​ນີ້ ກໍ​ແມ່ນ​ວ່າ ຖ້າ​ຫາກ​ວ່າ​ທ່ານ​ໄດ້​ອ່ານ ​ໃນ​ອັນ​ທີ່​ເອີ້ນ​ວ່າ “ຊ່ອງທາງ​ທີ່​ຄັດຄ້ານ​ຢ່າງ​ແຮງ” ທາງ​ໂທລະ​ເລກ ຊຶ່ງ​ທ່ານ Kerry ​ໄດ້​ຮັບ​ຮູ້​ ​ແລະ​ທັງ​ໄດ້​ກ່າວ​ວ່າ “ນັ້ນ​ແມ່ນ​ດີ​ຫຼາຍ​ແລ້ວ.”

ທ່ານ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ວາງ​ແຜນ​ທີ່​ຈະພົບ​ປະ ຢ່າງ​ນ້ອຍກັບ 51 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ ພວກ​ນັກ​ການ​ທູດລະດັບ​ກາງ ພວກ​ຊຶ່ງ​ໄດ້​ເປັນ​ເປົ້າ​ໝາຍ​ຕໍ່ຕ້ານ​ອຳນາດ​ການ​ປົກຄອງຊີ​ເຣຍ.

ຄຳ​ຮ້ອງ​ຮຽນ​ຂອງພວກ​ນັກ​ການ​ທູດ ທີ່​ໄດ້​ສົ່ງ​ຜ່ານ​ຊ່ອງ​ທາງ​ພາຍ​ໃນ​ຂອງ​ກະຊວງ ​ໄດ້ ​ອອກສູ່​ສາທາລະນະ ​ໃນ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​ທີ່ໄດ້​ຮົ່ວ​ໄຫຼ​ໄປ​ຍັງ​ແຫຼ່ງຂ່າວ​ອື່ນໆ​ນັ້ນ.

ການ​ຮຽກຮ້ອງ​ໃຫ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ ຊຶ່ງ​ເປັນ​ການ​ເອົາ​ມາດ​ຕະການ​ທີ່​ກົດ​ດັນ​ ໃຫ້ ອຳ ນາດ​ການ​ປົກຄອງ​ຂອງ​ປະທາ​ນາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ທີ່​ຈະ ຮັບ​ເອົາ ການ​ແກ້​ໄຂ​ທາງ​ການ​ເມືອງນັ້ນ ​ແມ່ນ​ກົງກັນ​ຂ້າມ​ກັບ ກັບ​ນະ​ໂຍບາຍ​ຂອງ​ລັດຖະບານ​ທີ່​ມີ​ຢູ່​ໃນ​ຂະນະ​ນີ້ ຊຶ່ງ​ໄດ້​ເພັ່ງ​ເລັງ​ໃສ່​ການ​ຂັບ​ໄລ່​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ສະໜັບສະໜຸນການ​ດຳ ​ເນີນ​ຄວາມ​ພະຍາຍ​ມພາຍ​ໃຕ້​ການ​ນຳພາ​ໂດຍອົງການ​ສະຫະ ປະຊາ​ຊາດ ​ເພື່ອ​ໃຫ້​ມີ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ແລະ​ກຸ່ມ​ຝ່າຍ​ຄ້ານ. ​ໂຄສົກ ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ​ໄດ້​ກ່າວ​ວ່າ ທ່ານ Kerry ​ເຊື່ອວ່າ ບັນດາ​ ນັກ​ການ​ທູດ​ທັງຫຼາຍ​ໄດ້​ນຳ​ສະ​ເໜີ​ການ​ໂຕ້​ແຍ້​ງ​ທີ່​ດີ. ​ແນວ​ໃດ​ກໍ​ຕາມ ທ່ານ​ບໍ່ໄດ້​ກ່າວ​ວ່າ ທ່ານ Kerry ​ສະໜັບສະໜຸນ​ໃນ ​ຂໍ້​ສະ​ເໜີ​ທັງຫຼາຍ​ນີ້.

ທ່ານ Kirby ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຈະ​ບໍ່​ສະ​ແດງ​ອອກ​ຊຶ່ງ​ຄວາມ​ເຫັນ​ໃດໆ​ຂອງທ່ານ Kerry ​ທີ່​ໄດ້ໃຫ້​ຄວາມ​ເຫັນໃນ​ມື້​ນີ້ ທີ່​ວ່າ ມັນ​ເປັນ​ການສະໜັບສະ​ໜູນ​ທັງ​ໝົດ ​ໂດຍ​ຜ່ານ​ການ​ຮັບ​ເອົາ​ໃນ​ມູມມອງ ​ໃນ​ຊ່ອຍ​ທາງ​ທີ່​ກ່າວ​ມານີ້.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG