ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ John Glenn ນັກ​ບິນ​ອາ​ວະ​ກາດ ທີ່ມີຊື່ສຽງ ສຫລ ເສຍຊີວິດແລ້ວ


ທ່ານ John Glenn ຢູ່ໃນສຸດນັກບິນອາວະກາດ.
ທ່ານ John Glenn ຢູ່ໃນສຸດນັກບິນອາວະກາດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ John Glenn ນັກ​ບິນ​ອາ​ວະ​ກາດ​ສະຫະລັດ​ຄົນ​ທຳ​ອິດທີ່​ໂຄຈອນ​ອ້ອມ​ໂລກ ​ໄດ້​ເສ​ຍຊີວິດ​ແລ້ວ ​ຮວມ​ອາຍຸ​ໄດ້ 95 ປີ.

​ທ່ານ Glenn ​ໄດ້​ເຖິງ​ແກ່​ມໍລະນະ​ກຳ ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ​ຈາກ​ໄດ້​ເຂົ້າຮັບ​ການ​ປິ່ນ ປົວທີ່ໂຮງໝໍ​ໂຮ​ກມະ​ເຮັງ James ຂອງ​ມະຫາວິທະຍາ​ໄລ​ລັດໂອ​ຮາ​ຍ​ໂອ​ຫລື OSU. ສະ​ຖາ​ບັນ​ປະຊາສຳພັນ John Glenn ທີ່​ມະຫາວິທະຍາ ​ໄລ​ລັດ​ໂອ​ຮາ​ຍ​ໂອ ​ເປັນ​ຜູ້​ປະກາດ​ຂ່າວ​ດັ່ງກ່າວ​ນີ້.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ອອກ​ຖະ​ແຫລ​ງການ ກ່າວ​ວ່າ ​ໃນ​ການ​ເສຍ​ຊີວິດ​ຂອງ​ທ່ານ Glenn ​“ປະ​ເທດ​ຂອງ​ເຮົາ​ໄດ້​ສູນ​ເສຍ​ບຸກຄົນ​ສຳຄັນ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle ​ແລະ​ຂ້າພະ​ເຈົ້າ​ໄດ້​ສູນ​ເສຍ​ເພື່ອນ​ຄົນ​ນຶ່ງ.” ທ່ານ​ໄດ້​ຍ້ອງຍໍ​ທ່ານ Glenn ​ໃນຊົ່ວ​ຊີວິດຂອງ​ການ ທັບ​ມ້າງ​ສິ່ງ​ກີດ​ຂວາງ ຮວມທັງ​ສ້າງ​ປະຫວັດ​ຄວາ​ມ​ໄວ​ຂ້າມ​ທະວີບ ​ແລະ​ເປັນ​ຜູ້​ຊາຍ​ເຖົ້າ​ທີ່​ສຸດ ​ແບບບໍ່​ມີ​ມາ​ກ່ອນ ​ທີ່​ໄດ້ເດີນທາງ​ຂຶ້ນສູ່ ອະ​ວະ​ກາດ.

Astronaut John Glenn Praised for Bravery, Service to Country
please wait

No media source currently available

0:00 0:01:57 0:00

ທ່ານ John Glenn ​ເປັນ​ບຸກຄົນ​ສຸດ​ທ້າຍ ທີ່​ຍັງ​ມີ​ຊີວິດ​ຢູ່​ ຂອງ​ກຸ່ມ ທີ່​ຮູ້​ກັນ​ໃນ ຊື່ the Mercury 7 ນັກ​ບິນ​ທົດ​ລອງ 7 ຄົນ​ທີ່​ຖືກ​ເລືອກໃນ​ປີ 1959 ​ໃຫ້​ເປັນນັກ​ບິນ​ອະວະກາດ​ຈຸ​ທຳ​ອິດ​ຂອງ​ສະຫະລັດ.

ປະທານາທິບໍດີ Obama ກ່າວຢູ່ໃນ​ຖະ​ແຫລ​ງການວ່າ “ນັກ​ບິນ​ອະ​ວະ​ກາດ​ສະ ຫະລັດ​ຄົນສຸດ​ທ້າຍ​ທີ່​ເປັນ​ຜູ້​ທຳ​ອິດ​ໄດ້​ຈາ​ກພວກ​ເຮົາ​ໄປ ​ແຕ່​ວ່າພະລັງ​ເຄື່ອນ​ຍ້າຍ​ໂດຍ​ໂຕ​ຢ່າງ​ຂອງ​ເຂົາ​ເຈົ້າ ພວກ​ເຮົາ​ຮູ້​ວ່າ​ອານາ​ຄົດ​ຂອງ​ພວກ​ເຮົາ ຢູ່​ໂລກ​ທີ່​ນີ້ ​ເຮັດ​ໃຫ້​ເຮົາ​ຢາກ​ບັນລຸ​ເຖິງ​ສະຫວັນ​ຊັ້ນ​ຟ້າ.”

ປະທານາທິບໍດີ​ທີ່​ຖືກ​ເລືອກ​ທ່ານ Donald Trump ​ໄດ້ Twitt ຕໍ່​ການ​ເສຍ​ຊີວິດ​ຂອງ​ທ່ານ Glenn. “ມື້​ນີ້​ເຮົາ​ໄດ້​ສູນ​ເສຍ​ຜູ້​ນພາ​ກ່ອນ​ອັນ​ຍິ່ງ​ໃຫຍ່​ຂອງ ການບິນ​ ​ແລະ​ອະ​ວະ​ກາດຂອງ​ທ່ານ Glenn. ທ່ານ Trump ກ່າວ​ວ່າ ທ່ານ​ໄດ້​ເປັນ​ວິລະ​ບູລຸດ ​ແລະ​ດົນ​ໃຈ​ໃຫ້​ແກ່​ຫລາຍ​ຊົ່ວຄົນ​ຂອງ​ອານາ​ຄົດ ທີ່​ເປັນ​ບັນດາ​ນັກ​ສຳ​ຫລວດ. ທ່ານ​ຈະ​ເປັນ​ທີ່​ຄິດ​ຮອດ​ແລະ​ຄິ​ດເຖິງ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ມອບຫລຽນກຽດຕິຍົດ ເສລີພາບ ໃຫ້ແກ່ນັກບິນອາວະກາດ ທ່ານ John Glenn ທີ່ທໍານຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ມອບຫລຽນກຽດຕິຍົດ ເສລີພາບ ໃຫ້ແກ່ນັກບິນອາວະກາດ ທ່ານ John Glenn ທີ່ທໍານຽບຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

John Glenn Obit
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG