ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Jimmy Sher ນັກອາສາສະມັກ ແລະພົນລະເມືອງດີ


 ທ່ານ Jimmy Sher ນັກອາສາສະມັກ ໄດ້ຖືກສັນລະເສີນຈາກ ຜູ້ປົກ ຄອງລັດ Arkansas
ທ່ານ Jimmy Sher ນັກອາສາສະມັກ ໄດ້ຖືກສັນລະເສີນຈາກ ຜູ້ປົກ ຄອງລັດ Arkansas
ລັດ Arkansas ໄດ້​ເຂົ້າ​ມາ​ເປັນ​ລັດທີ 29 ຂອງສະຫະລັດ
ອາ​ເມຣິກາ ແຕ່ຢູ່​ໃນ​ອັນ​ດັບ 32 ໃນ​ດ້ານປະຊາກອນ ​ໂດຍ​
ມີ​ພົນລະ​ເມືອງ​ທັງ​ໝົດເກືອບສາມ​ລ້ານຄົນ.​ ​ລັດ​ Arkansas
ຕັ້ງ​ຢູ່​ພາໃຕ້​ຂອງສະຫະລັດ ຕິດ​ກັບ​ຊາຍ​ແດນ​ກໍ້າ​ເໜືອ​ຂອງ​
ລັດ​ລຸຍ​ຊີ​ອານາ. ເມືອງ​ຫລວງທີ່​ຕັ້ງ​ຂອງ​ລັດຖະບານຊື່ວ່າ
Little Rock ຫລື​ກ້ອນ​ຫີນ​ນ້ອຍ. ຄວາມສໍາຄັນຂອງ​ລັດ​ນີ້​
ກໍ​ຄື​ເປັນ​ບ້ານ​ເກີດ​ຂອງ ອະ​ດີດ​ປະທານາທິບໍດີສະຫະລັດ
ຄົນ​ທີ 42 ທ່ານBill Clinton​.

ລັດ Arkansas ມີ​ພູຜາ ທົ່ງ​ຮາ​ບພຽງ ​ຫ້ວຍໜອງ ມີແມ່​ນໍ້າ
ຫລາຍສາຍ ​ແລະ​ເປັນ​ລັດ​ກະສິກໍາ​ປູກຝັງອັນ​ສໍາຄັນ ທີ່ນໍາ​ລາຍ​ໄດ້​ເຂົ້າ​ມາສູ່​ລັດ ​ເຊ່​ນວ່າ ຟາ​ມລ້ຽງໄກ່ ຂາຍ​ໄຂ່ ປູກ​ໝາກຖົ່ວ​ດີ​ນ ລ້ຽງ​ງົວ ປູກຝ້າຍ ​ປູກ​ເຂົ້າ ລ້ຽງ​ໝູ ແລະ​ຂາຍ​ນໍ້ານົມ. ​ນອກຈາ​ກນັ້ນ ​ກໍ​ມີ​ໂຮງງງານ ອຸດສາຫະກໍາ​ ດ້ານ​ການ​ຜະລິດ​ອາຫານ ​ແລະດ້ານ​ເທັກ​ໂນ​ໂລຈີ ເຊັ່​ນວ່າ ບໍລິສັດ​ສ້າງ​ເຄື່ອງອຸປະ​ກອນໄຟຟ້າ ​ແລ​ະ​ເຄື່ອງ​ຈັກ​ຕ່າງໆ.

ຢູ່​ໃນ​ລັດ Arkansas ມີ​ປະຊາ​ກອນ​ລາວ ອາ​ເມ​ຣິກັນ 20.000 ກວ່າ ຄົນ ຊຶ່ງສ່ວນ​ໃຫຍ່ພາກັນ​ຕັ້ງ​ຫລັກ​ຖານຢູ່​ເມືອງ Forth Smith ຊຶ່ງ​ເປັນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລັດ ​ແລະ​ມີ​ວັດວາ​ອາ​ຮາມ​ຢູ່​ຫລາຍແຫ່ງ. ປະຊາກອນ​ລາວອາ​ເມ​ຣິກັນ ສ່ວນ​ໃຫຍ່​ແມ່ນພາກັນເຮັດ​ວຽກປາດ​ຊີ້ນໄກ່ ຢູ່ໃນໂຮງງານ​ຜະລິດ​ຕະພັນ​ໄກ່ ທີ່ຊື່ວ່າ ບໍລິສັດ Tyson ​ແລະ​ເຮັດ​ຢູ່ ບໍລິສັດ​ເຮັດ​ຕູ້​ເຢັນ Whirlpool ​ແລະ​ອື່ນໆ. ​ນອກຈາກທໍາ​ມາ​ຫາ​ກິນ​ລ້ຽງ​ຊີບແລ້ວ ໃນ​ເວລາ​ວ່າງ ປະຊາກອນ​ລາວ ພາກັນດໍາລົງ​ຊີວິດ​ຢູ່​ດ້ວຍ​ຄວາມ​ມ່ວນ​ຊື່ນ​ເບີກບານ ​ໄປ​ຕາມ​ລະດູ​ການ ​ເຊັ່​ນວ່າ ​ຫາ​ປາ​ໃນ​ຍາມ ລະດູ​ຮ້ອນ ​ແລະ​ໂຮ່​ເນື້ອ​ ຍິງ​ກວາງ ຍິງ​ກະຮອກ ​ແລະ​ໄກ່​ງ່ວງປ່າ ໃນ​ລະດູ​ໃບ​ໄມ້​ຫລົ່ນ.
ຄົນລາວຜູ້ທີ່ໄດ້ຮັບຄອມພິວເຕີ້ໜ້າຕັກ ຈາກທ່ານ Jimmy Sher
ຄົນລາວຜູ້ທີ່ໄດ້ຮັບຄອມພິວເຕີ້ໜ້າຕັກ ຈາກທ່ານ Jimmy Sher

ຫ່າງ​ຈາກ​ເມືອງ Fort Smith ​ໄປ​ປະມານ ສາມ ຊົ່ວ​ໂ​ມງ ​ແມ່ນເມືອງ Waldron ມີ​ປະຊາກອນ​ລາວ-ອາ​ເມ​ຣິກັນ 20 ກວ່າຄອບຄົວ ຮວມທັງ ຄອບຄົວຂອງ​ ທ່ານ Jimmy Sher ຊາວ​ລາວ​ເຊື້ອສາຍຈີນ. ທ່ານ Sher ​ເປັນນັກ​ອາສາ​ສະມັກ ທີ່​ມີຊື່​ສຽງ ໂດຍ​ໄດ້ຮັບໃຊ້ປະຊາ​ຄົມ​ລາວ ​ແລະ​ອາ​ເມຣິກັນ ​ທາງ​ດ້ານ​ສັງຄົມ​ສົງ​ເຄາະ ​ແລະ​ອື່ນໆ ມາ​ເປັນ​ເວລາ​ຫລາຍ​ປີ. ຍ້ອນ​ຄວາມເສຍ​ສະລະ​ທັງເວລາ ຊັບ​ສິນສ່ວນ​ຕົວ ​ແລະ​ປະສານວຽກ​ງານ ​ກັບ​ຫ້ອງການ​ສາທາລະນະ​ຕ່າງໆ ທ່ານ Sher ​ໄດ້ຮັບ​ການຍ້ອງຍໍ ຈາກປະຊາຄົມ​ລາວ​ໃນ​ລັດ ​ແລະ​ໄດ້​ຮັບ​ກຽດ​ຕິ​ຍົດຈາກ ຂັ້ນ ສູງຂອງ​ລັດ ​Arkansas ໂດຍ​ໄດ້​ຮັບ​ລາງວັນ​ກຽດ​ຕິຍົດ Citizen of the Year ຫລື ​ພົນລະ​ເມືອງ​ທີ່​ດີ​ເດັ່ນ ​ແຫ່ງປີ 2011.

ທ່ານ Jimmy Sher ເກີດ​ທີ່ເມືອງ​ທ່າ​ແຂກ ​ແຕ່ໃຫຍ່​ຢູ່​ໃນນະຄອນຫລວງ​ວຽງ​ຈັນ. ​ໃນ​ປີ 1974 ທ່ານ ​Sher ໄດ້​ເດີນທາງ​ມາ​ສຶກສາຢູ່​ໂຮງຮຽນ ມັດ​ທະ​ຍົມ​ໃນລັດ Hawaii ​ແລະ​ໄດ້ຮຽນ​ຕໍ່ ອະນຸປະລິນຍາຝ່າຍວິຊາການໂຮງ​ແຮມຈາກ Honolulu City College. ຫລັງ​ຈາກ​ນັ້ນ ທ່ານໄດ້ເຮັດ​ວຽກ​ເປັນ​ພໍ່ຄົວຢູ່​ໃນ​ຮ້ານ​ອາຫານ​ຝຣັ່ງ​ ເປັນ​ເວລາ​ເກືອ​ບສິບ​ປີ.

​ໃນ​ປີ 1980 ທ່ານ​ໄດ້​ຍົກຍ້າຍຈາກ​ເກ​າະ Hawaii ​ມາ​ຢູ່ແຜ່ນ​ດິ​ນ​ໃຫຍ່ ສະຫະລັດ ທີ່
ເມືອງ Los Angeles ລັດ California ​ເພື່ອ​ຊ່ວຍວຽກ​ທຸລະກິດ​ການ​ຄ້າຂອງ​ຄອບ​ຄົວ. ຕໍ່​ມາ ທ່ານໄດ້​ຕັ້ງ​ຮ້ານ​ອາຫານຢູ່​ທີ່​ເມືອງ Freshno ທາງ​ພາກ​ເໜືອ​ຂອງ​ລັດ California ທີ່​ມີ​ການ​ປູກຝັງ​ຫລາຍ ​ແລະເປັນ​ເຂດ​ທີ່ມີ​ປະຊາກອນ​ລາວ​ຫລາຍໆເຜົ່າ ຕັ້ງ​ຖິ່ນ​ຖານ​ຢູ່
ເຊັ່ນ ​ເຜົ່າ​ມົ້ງ ຂະມຸ ມ້ຽນ ​ແລະ​ລາວ​ລຸ່ມ ທີ່​ປະ​ປົນ​ກັນ​ຢູ່​ຢ່າງ​ຫລວງຫລາຍ​.

ທ່ານ Sher ​ໄດ້​ໃຊ້ຊີວິດ​ຢູ່​ລັດ California ​ເປັນ​ເວລາ 20 ປີ ຫລັງ​ຈາກ​ນັ້ນ ທ່ານໄດ້​ຕັດສິນ​ໃຈ​ຍົກ​ຍ້າຍ​ຄອບຄົວ​ມາ​ຢູ່ລັດ Arkansas ​ເພື່ອ​ທໍາ ທຸລະ​ກິດ ຟ​າມລ້ຽງ​ໄກ່ ຊຶ່ງ​ເປັນ
ອຸດສາຫະກໍາ​ອັນ​ສໍາຄັນຂອງ​ລັດ. ຫລັງ​ຈາກ​ເວລາ​ສອງ​ປີ ທ່ານ Sher ໄດ້​ປະລະທຸລະ​ກິດ
ຟາ​ມ​ລ້ຽງ​ໄກ່ ​ແລະຫັນ​ມາ​ເຮັດ​ວຽກ​ອາສາ​ສະມັກ​ຮັບໃຊ້ປະຊາ​ຄົມ ຊຶ່ງທ່ານ​ເລົ່າເຫດຜົນສູ່​ຟັງໃນ​ບົດ​ສົນທະນາ ຕໍ່ໄປ​ນີ້:

ລິງໂດຍກົງ


Jimmy Shir Acts:

ຄຸນງາມຄວາມດີ​ຂອງ​ທ່ານ Jimmy Sher ​ໃນ​ການ​ຊ່ວ​ຍເຫລືອປະຊາ​ຄົມ ນັ້ນ ​ແມ່ນ​ເປັນ​ທີ່​ປະ​ຈັກ​ຕາ​ ​ແລະ​ເປັນ​ທີ່​ຊັບ​ຊຶ້ງ​ໃຈດີ​ແກ່ບັນດາ​ສະມາຊິກ​ປະຊາ​ຄົມ​ລາວ ​ໃນ​ລັດ
Arkansas ອັນ​ໂຮມ​ທັງພະອາຈານ ອິນ​ສົງ ດວງ​ວິ​ໄລ ​ທີ່ມາ​ຈາກ​ເມືອງ​ໜອງ​ບົກ ​ແຂວງ​ຄໍາ​ມ່ວນ ແລະປັດ​ຈຸ​ບັນ​ນີ້ ປະຈໍາ​ຢູ່ວັດ​ລາວ​ເທບ​ນິມິດ​ໄຊ​ມົງຄຸນ ​ໃນ​ເມືອງ Springdale ພະອາ​ຈານ ອິນສົງ ກ່າວກັບວີ​ໂອ​ເອ ກ່ຽວ​ກັບ ທ່ານ Sher ​ ວ່າ:

“ທ່ານ Jimmy Sher ​ເປັນ​ຜູ້​ເສຍ​ສະລະເຫື່ອແຮງ ​ຊັບ​ສິນ ​ແລະ​ກວ້າງ​ຂວາງ​ຕໍ່​ສັງຄົມ ທັງ​ລາວ ​ແລະອາ​ເມຣິກາ ​ໂດຍ​ທີ່​ບໍ່​ໄດ້​ເກັບ​ຄ່າ​ແຮງ​ງານ ​ເຊ​ນວ່າ ​ເ​ປັນ​ນາຍ​ພາສາ​ໃຫ້​ແກ່​ສານ ຕໍາຫລວດ ​ໂຮງໝໍ ​ໂຮງຮຽນ ​ແລະ​ ອີກ​ຫລາຍ​ແຫ່ງ​. ​ນອກຈາກ​ນັ້ນ​ອີກ​ແລ້ວ ທ່ານ Sher ຍັງ​ໄດ້​ເຮັດ​ແຜ່ນ​ ຊີ​ດີ​ຕ່າງໆ ທີ່​ທ່ານ Jimmy Sher ​ໄດ້​ຜະ​ລິດ​ອອກ​ເຜີຍ​ແຜ່ກໍ​ມີ​ຮວມທັງ ​ເລື້ອງ ເຊັ່ນວ່າ ການສອບ​ເສ​ງ​ເອົາ​ສັນຊາດ ​ການ​ຮັກສາ​ສຸຂະພາບ ທີ່​ໄດ້​ນໍາ​ເອົາ​ໄປ​ວາງ​ໄວ້​ຢູ່​ຕາມ ​ວັດ​ຂອງ​ປະຊາ​ຄົມ​ລາວ ທົ່ວ​ສະຫະລັດ ອາ​ເມຣິກາ.

ທ່ານ​ ​Sher ແລະ​ອາຈານ ອິນ​ສົງ ໄດ້ຮ່ວມ​ງານ​ກັນ​ໃນ​ໂຄງ ການຈັດ​ສົ່ງເຄື່ງຄອມ​ພິວ​ເຕີ້​ໜ້າ​ຕັກ ຫລື​ ​laptop ​ເກົ່າແລະ​ໃໝ່ ​ແລະ ອຸປະກອນ​ການ​ຮຽນ​ຕ່າງໆ​ ໄປ​ໃຫ້​ເດັກ​ນ້ອຍ​ນັກຮຽນຊົນນະບົດ ​ແລະ​ຄູ​ບາ​ຢູ່​ຫລາຍໆ​ວັດ​ໃນປະ​ເທດ​ລາວ ທັງ​ສົ່ງ​ເຄື່ອງ​ກວດ​ຄວາ​ມດັນ​ສູງໄປ​ໃຫ້​ສຸກສາລາຫລາຍ​ບ່ອນ ສົ່ງ​ເງິນໄປ​ຊ່ວຍບັນ​ເທົ່າ​ທຸກ​ ໄພນໍ້າ​ຖ້ວມ​ທີ່​ໂຮງຮຽນ​ມັດທະຍົມສົມບູນ ນາວາ​ງ ແລະໂຮງຮຽນປະຖົ​ມບ້ານ​ໝອງ​ລີ​ ແລະ​ອີກ ຫລາຍໆແຫ່ງ ຊຶ່ງ​ໂຄງການ​ເຫລົ່າ​ນີ້ ​ແມ່ນ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາ. ເວລາ​ນີ້ ທ່ານ Sher ກໍາລັງ​ຮ້ອງ​ຂໍ​ laptop ​ເກົ່າ​ຈາກ​ບັນດາ​ທ່ານ​ທີ່​ມີ​ນໍ້າ​ໃຈ​ຢາ​ກຊ່ວຍ​ເຫລືອ ​ເພື່ອ​ຈ​ະ​ໄດ້​ສົ່ງ​ໄປ​ປະ​ເທດ​ລາວ​ອີກ.

ທ່ານໃດ​ທີ່​ຢາກ​ຊ່ວຍ​ເຫລືອ​ໃນ​ໂຄງການ​ນີ້ ຫລື​ຢາກ​ໄດ້​ແຜ່ນ​ຊີ​ດີ​ກ່ຽວ​ກັບ​ການ​ຮັກສາ​ສຸຂະພາບ​ທີ່​ທ່ານ Jimmy Sher ​ເຮັດ​ອອກ​ມາ ກໍ​ຕິດ​ຕໍ່​ໄປ​ຍັງ​ທ່ານ Sher ​ໄດ້​ທີ່ ອີ່​ເມລ jsher74@gmail.com
XS
SM
MD
LG