ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະລັດຖະບານ ທ່ານທຣຳ ໄດ້ 'ແຈ້ງໃຫ້ ອີຣ່ານຊາບ' ວ່າ ສຫລ ຈະບໍ່ຍອມໂຍະຍານຜ່ອນຜັນ


ພະນັກງານ ຈຳນວນນຶ່ງ ຈັດຕຽມ ເວທີ ສຳລັບ ກອງປະຊຸມ ປະຈຳປີ ໄລຍະ 3 ມື້ ດ້ານນະໂຍບາຍ ຂອງຄະນະກຳມະ
ການ ຮັບຜິດຊອບດ້ານມະຫາຊົນ ຊາວອາເມຣິກັນເຊື້ອ
ສາຍ ອິສຣາແອລ ຫຼື AIPAC ໃນນະຄອນຫຼວງວໍຊິງຕັນ.
ພະນັກງານ ຈຳນວນນຶ່ງ ຈັດຕຽມ ເວທີ ສຳລັບ ກອງປະຊຸມ ປະຈຳປີ ໄລຍະ 3 ມື້ ດ້ານນະໂຍບາຍ ຂອງຄະນະກຳມະ ການ ຮັບຜິດຊອບດ້ານມະຫາຊົນ ຊາວອາເມຣິກັນເຊື້ອ ສາຍ ອິສຣາແອລ ຫຼື AIPAC ໃນນະຄອນຫຼວງວໍຊິງຕັນ.

ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ກ່າວວ່າ ຄະນະລັດຖະບານ ຂອງ
ທ່ານທຣຳ “ໄດ້ແຈ້ງໃຫ້ອີຣ່ານຊາບ” ແລະ ຈະບໍ່ຍອມໂຍະຍານ ຕໍ່ຄວາມພະຍາຍາມ
ຂອງອີຣ່ານ ທີ່ຈະ “ສ້າງຄວາມບໍ່ທຸ່ນທ່ຽງໃນຂົງເຂດ ແລະ ເຮັດໃຫ້ຄວາມໝັ້ນຄົງ ຂອງ
ອິສຣາແອລ ຕົກຢູ່ໃນອັນຕະລາຍ”
ນັ້ນ ຕໍ່ໄປອີກ. ຄຳເຫັນຂອງທ່ານ Pence ໄດ້ມີຂຶ້ນ
ເມື່ອຕອນຄ່ຳຄືນ ວັນອາທິດວານນີ້ ໃນວໍຊິງຕັນ ຢູ່ທີ່ ພິທີການເປີດກອງປະຊຸມ ປະຈຳປີ
ໄລຍະ 3 ມື້ ດ້ານນະໂຍບາຍ ຂອງຄະນະກຳມະການ ຮັບຜິດຊອບດ້ານມະຫາຊົນ ຊາວ
ອາເມຣິກັນເຊື້ອສາຍອິສຣາແອລ ຫຼື AIPAC. ທ່ານ Pence ກ່າວວ່າ ຄວາມໝັ້ນໝາຍ
ຂອງສະຫະລັດ ຕໍ່ອິສຣາແອລ ແມ່ນ “ຕໍ່ລອງບໍ່ໄດ້” ແລະ ວ່າ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ໝັ້ນໝາຍທີ່ຈະຫາທາງເຮັດໃຫ້ມີສັນຕິພາບຢ່າງຖາວອນ ລະຫວ່າງ ອິສຣາແອລ
ກັບ ປາແລັສໄຕນ໌.

ນອກນັ້ນ ທ່ານຍັງໄດ້ກ່າວອີກວ່າ ທ່ານປະທານາທິບໍດີ ຈະພິຈາລະນາຢ່າງຈິງຈັງ ທີ່ຈະ
ເຄື່ອນຍ້າຍ ສະຖານທູດ ສະຫະລັດ ໄປຍັງນະຄອນຫຼວງ Jerusalem.

ການເຄື່ອນຍ້າຍດັ່ງກ່າວ ອາດສົ່ງຜົນກະທົບຕໍ່ຄວາມພະຍາຍາມສ້າງສັນຕິພາບ ໂດຍທີ່
ປາແລັສໄຕນ໌ ມອງເຫັນວ່າ Jerusalem ຕາເວັນອອກ ເປັນນະຄອນຫຼວງ ຂອງປະເທດ
ພວກເຂົາເຈົ້າ ພາຍໃຕ້ ຂໍ້ແກ້ໄຂສອງປະເທດ ນັ້ນ.

ທ່ານ Pence ຍັງໄດ້ກ່າວຢ້ຳ ເຖິງການຄັດຄ້ານຂອງຄະນະລັດຖະບານ ຕໍ່ຂໍ້ຕົກລົງ ທີ່
ສະຫະລັດ ແລະ ບັນດາຫ້າປະເທດອື່ນໆ ໄດ້ຕົກລົງກັບ ອີຣ່ານ ໃນລະຫວ່າງ ຄະນະ
ລັດຖະບານຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ເພື່ອຈະຫລຸດຜ່ອນ ໂຄງການ
ນິວເຄລຍຂອງອີຣ່ານ ໃນການແລກປ່ຽນເອົາການຜ່ອນຜັນມາດຕາການລົງໂທດ. ທ່ານ
ຮອງປະທານາທິບໍດີ ໄດ້ຕຳນິອັນທີ່ທ່ານເອີ້ນວ່າ “ຜົນທີ່ເສຍຫາຍທີ່ສຸດ” ຂອງມາດຕະ
ການລົງໂທດດ້ານເສດຖະກິດ ທີ່ໄດ້ຖືກນຳໃຊ້ທ່າມກາງ ການກ່າວຫາທັງຫຼາຍ ທີ່ອີຣ່ານ
ໄດ້ດຳເນີນການ ເພື່ອພັດທະນາອາວຸດນິວເຄລຍທັງຫຼາຍ ຊຶ່ງອີຣ່ານ ໄດ້ປະຕິເສດໄປ.

ກອງປະຊຸມ AIPAC ໄດ້ເປີດຂຶ້ນ ພຽງສອງມື້ ຫຼັງຈາກ ສອງພັກຝ່າຍປະສົມ ຂອງສະມາ
ຊິກ ສະພາສູງ ສະຫະລັດ ໄດ້ສະເໜີແນະ ກົດໝາຍ ທີ່ຮຽກຮ້ອງໃຫ້ມີມາດຕະການລົງ
ໂທດໃໝ່ ຕໍ່ປະເທດທີ່ນັບຖືສາສະໜາອິສລາມ ອັນເປັນການແນເປົ້າໝາຍໃສ່ ການທົດ
ລອງ ຍິງລູກສອນໄຟຂີປະນາວຸດ ຂອງ Tehran ແລະ ຂໍ້ກ່າວຫາ ການສະໜັບສະໜູນ
ລັດທິກໍ່ການຮ້າຍຂອງຕົນ ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG