ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຄຶ່ອງເອ້ເພັດພອຍ ເພື່ອໃຫ້ດາລາເຊົ່າໃສ່ ໃນງານມະຫະກໍາຮູບເງົາ ຖືກຂະໂມຍ (ວີດິໂອ)


ພວກນັກຂ່າວ ພາກັນຢືນ ຢູ່ນອກໂຮງແຮມ Novotel ທີ່ເມືອງ Cannes ປະເທດຝຣັ່ງ ບ່ອນທີ່ເຄຶ່ອງເອ້ເພັດພອຍ ຖືກຂະໂມຍ.
ພວກນັກຂ່າວ ພາກັນຢືນ ຢູ່ນອກໂຮງແຮມ Novotel ທີ່ເມືອງ Cannes ປະເທດຝຣັ່ງ ບ່ອນທີ່ເຄຶ່ອງເອ້ເພັດພອຍ ຖືກຂະໂມຍ.
ເຄຶ່ອງ​ເອ້ເພັດພອຍ ມູນ​ຄ່ານຶ່ງ​ລ້ານ​ສີ່​ແສນ​ໂດ​ລາ ​ທີ່​ເອົາ​ໄປ​
ໄວ້ໃຫ້​ພວກ ​ດາ​ລາ​ນັກສະ​ແດງ ເຊົ່າ​ ​ເພື່ອໃສ່ໄປໃນງານ​ມະ
ຫະກໍາຮູບ​ເງົາ​ທີ່​ເມືອງ​ການ​ນ໌ ນັ້ນ ຖືກ​ຂະ​ໂມ​ຍ​ໄປຈາກ​ໂຮງ
​ແຮມ​ແຫ່ງ​ນຶ່ງໃນ​ເມືອງ​ການ ປະ​ເທດ​ຝຣັ່ງ.

ຕໍາຫຼວດ​ເວົ້າ​ວ່າ​ ພວກ​ຂະ​ໂມ​ຍໄດ້​ງັດ​ເອົາ​ຕູ້​ເຊ​ຟທີ່​ບັນຈຸ​ເຄຶ່ອງ
​ເພັດ​ດັ່ງກ່າວ ຈາກ​ຝາ​ຫ້ອງ​ນຶ່ງ​ຂອງ​ໂຮງ​ແຮມ​ ທີ່​ເປັນ​ຫ້ອງ​ພັກ
ຂອງ​ຄົນ​ງານ​ອາ​ເມຣິກັນ​ຄົນ​ນຶ່ງ​ ຂອງ​ເຈົ້າຂອງ​ເພັດ ຄືບໍລິສັດ
Chopard ຂອງ Swiss​. ຄົນ​ງານ​ອາ​ເມຣິກັນແມ່ຍິງຄົນ​ນັ້ນ
ບໍ່​ໄດ້​ຢູ່​ໃນ​ຫ້ອງ ​ເວລາ​ມີ​ການ​ງັດ​ແງະ​ລັກ​ເອົາ​ເຄື່ອງ​ເພັດ.

​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້ ນາງ​ແບບ Cara Delevingne ​ແລະ​ດາ​ລານັກສະ​ແດງ Julianne
Moore ​ແລະ Frieda Pinto ກໍ​ພາກັນ​ໃສ່​ເຄຶ່ອງ ​ເພັດ​ຂອງ Chopard ເວລາ​ຍ່າງ​ຢູ່​ເທິງ​ຜ້າ
​ພົມສີ​ແດງ​ໃນ​ງານ​ມະຫະກໍາຮູບເງົາ ແຕ່​ບໍ່​ຮູ້ວ່າ ​ແມ່ນ​ພວກເຄຶ່ອງ​ເພັດ​ທີ່​ຖືກ​ລັກ​ໄປ​ ໃນ​ເວລາຕໍ່​ມາ​ນັ້ນ ຫຼືບໍ່.

ແລະກໍ​ບໍ່​ຮູ້​ຄື​ກັນ​ວ່າ ​ເຄຶ່ອງ​ເພັດ​ທີ່​ຫາຍ​ໄປ​ນັ້ນ ​ແມ່ນ​ເອົາ​ໄວ້​ໃຫ້ດາ​ລາຄົນ​ໃດ ​ເຊົ່າໃສ່.

Cannes Jewel Theft
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG