ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ໃນການໂຈມຕີ ວັດຊາວຢິວ ຢູ່ນະຄອນ ເຈຣູຊາແລັມ


ເຈົ້າໜ້າທີ່ ຮັກສາຄວາມປອດໄພ ອິສຣາແອລ ກຳລັງຊອກຄົ້ນຫາ ຄົນຮ້າຍ ຢູ່ວັດ Yeshiva ໃນນະຄອນເຈຣູຊາແລັມ.
ເຈົ້າໜ້າທີ່ ຮັກສາຄວາມປອດໄພ ອິສຣາແອລ ກຳລັງຊອກຄົ້ນຫາ ຄົນຮ້າຍ ຢູ່ວັດ Yeshiva ໃນນະຄອນເຈຣູຊາແລັມ.

ຕຳຫລວດ ອິສຣາ​ແອ​ລ ກ່າວ​ວ່າ ຊາວ​ປາ​ແລ​ສ​ໄຕ​ນ໌ສອງ​ຄົນ
​ໄດ້​ໂຈມ​ຕີ​ວັດ​ຊາວ​ຢີວ ​ໃນ​ນະຄອນ Jerusalem ​ເຮັດ​ໃຫ້ຜູ້​
ໄປ​ສ​ະ​ແຫວ​ງບຸນ ສີ່​ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​
ຫົກ​ຄົນ.

ໂຄສົກ​ຕຳຫລວດ​ຍິງ ທ່ານ​ນາງ Luba Samri ກ່າວ​ວ່າ ພວກ​
ຜູ້ຮ້າ​ຍທີ່ມີ​ຂວານ ​ແລະ​ປືນ​ສັ້ນເປັນອາວຸດ ​ໄດ້ທຳການໂຈມ​ຕີ
​ໃນລະຫວ່າງພິທີສູດ​ມົນໃນຕອນ​ເຊົ້າ ວັນ​ອັງຄານ​ມື້​ນີ້​ ຢູ່​ທີ່ຄຸ້ມ
Har Nof ໃນນະຄອນ Jerusalem .

ທ່ານ​ນາງ Samri ຮ້ອງບັນດາ​ຜູ້​ຕ້ອງ​ສົງ​ໄສ​ວ່າ​ ເປັນ “ພວກ​ກໍ່​
ການ​ຮ້າຍ” ​ແລະ​ກ່າວ​ວ່າເຂົາ​ເຈົ້າ​ໄດ້​ຖືກ​ຕຳຫລວດຍິງ​ຕາຍ​.

ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ​ຖິ້ມໂທດ​ໃສ່ອັນ​ທີ່
ທ່ານ​ຮ້ອງວ່າ “ການຍຸຍົງ” ໂດຍກຸ່ມຫົວຮຸນແຮງ Hamas ແລະປະທາ ນາທິບໍດີປາແລສ
ໄຕນ໌ ທ່ານ Mahmoud Abbas ທີ່ກ່າວວ່າ ປະຊາຄົມນາໆ ຊາດບໍ່ໄດ້ພາກັນເອົາຫົວຊາ.
ທ່ານ Natanyahu ສັນຍາວ່າ ອິສຣາແອລ ຈະ ຕອບໂຕ້ຕໍ່ການໂຈມຕີນີ້.

ຄຸ້ມ Har Nof ນະຄອນເຈຣູຊາແລັມ
ຄຸ້ມ Har Nof ນະຄອນເຈຣູຊາແລັມ

ທ່ານ Abbas ໄດ້ອອກຖະແຫລງການສະບັບນຶ່ງໃນເວລາບໍ່
ດົນຕໍ່ມາ ປະນາມການໂຈມຕີດັ່ງກ່າວແລະການໂຈມຕີອື່ນໆ
ທີ່ມີຕໍ່ພົນລະເຮືອນບໍ່ສຳຄັນວ່າໃຜເປັນຜູ້ຮັບຜິດຊອບກໍຕາມ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້
ໂອ້ລົມກັບ ທ່ານ Natanyahu ໂດຍທາງໂທລະສັບ ເພື່ອສະ
ແດງຄວາມເສົ້າສະລົດໃຈຂອງທ່ານ. ທ່ານຍັງໄດ້ບອກບັນດາ
ນັກຂ່າວ ໃນນະຄອນລອນດອນວ່າ ການໂຈມຕີນີ້ ເປັນການ
“ກໍ່ການຮ້າຍທີ່ແທ້ຈິງ.”

ການໂຈມຕີດັ່ງກ່າວນີ້ ແມ່ນເຫດຮ້າຍເທື່ອຫລ້າສຸດ ຂອງຄວາມຮຸນແຮງທີ່ເພີ້ມທະວີຂຶ້ນໃນ
ນະຄອນ Jerusalem ແລະເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫລື West Bank ໃນ
ລະຍະນຶ່ງເດືອນທີ່ຜ່ານມານີ້.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:43 0:00

XS
SM
MD
LG