ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຍີ່ປຸ່ນ ເດີນທາງມາ ສຫລ ໃນການຢ້ຽມຢາມ ທີ່ເນັ້ນຢ້ຳ ສາຍພົວພັນ ດ້ານຄວາມໝັ້ນຄົງ ແລະເສດຖະກິດ


ນາຍົກລັດຖະມົນຕີຢີ່ປຸ່ນ ທ່ານ Shinzo Abe (ກາງ) ທ່ຽວຊົມ ຫໍສະມຸດປະທານາທິບໍດີ John F. Kennedy ໃນນະຄອນ Boston ພ້ອມກັບທ່ານ Edwin Schlossberg (ຊ້າຍ) ແລະ ທ່ານນາງ Caroline Kennedy (ກາງດ້ານຫຼັງ) ເມື່ອວັນອາທິດທີ 26 ເມສາ 2015.
ນາຍົກລັດຖະມົນຕີຢີ່ປຸ່ນ ທ່ານ Shinzo Abe (ກາງ) ທ່ຽວຊົມ ຫໍສະມຸດປະທານາທິບໍດີ John F. Kennedy ໃນນະຄອນ Boston ພ້ອມກັບທ່ານ Edwin Schlossberg (ຊ້າຍ) ແລະ ທ່ານນາງ Caroline Kennedy (ກາງດ້ານຫຼັງ) ເມື່ອວັນອາທິດທີ 26 ເມສາ 2015.

ເວລານີ້ ນາຍົກລັດຖະມົນຕີ ຢີ່ປຸ່ນທ່ານ Shinzo Abe ກຳລັງຢູ່
ທີ່ນະຄອນ Boston ໃນການເລີ່ມຕົ້ນຢ້ຽມຢາມສີ່ລັດຂອງສະຫະ
ລັດອາເມຣິກາ ເຊິ່ງລວມທັງ ການສົນທະນາກັບປະທານາທິບໍດີ
ບາຣັກ ໂອບາມາ ທີ່ທຳນຽບຂາວ ໃນວັນອັງຄານມື້ອື່ນ ແລະ
ການກ່າວປາໄສທີ່ບໍ່ເຄີຍມີມາກ່ອນ ຕໍ່ກອງປະຊຸມຮ່ວມ ຂອງ
ລັດຖະສະພາ ໃນມື້ວັນພຸດ. ການຢ້ຽມຢາມເຊິ່ງມີຂຶ້ນ ໃນໂອກາດ
ວັນຄົບຮອບ 70 ປີ ຂອງການສິ້ນສຸດຂອງສົງຄາມໂລກຄັ້ງທີ 2
ທີ່ໃກ້ຈະມາເຖິງ. ເປັນການເນັ້ນຢ້ຳເຖິງສາຍພົວພັນທາງດ້ານ
ຄວາມໝັ້ນຄົງ ແລະ ເສດຖະກິດທີ່ມີການປ່ຽນແປງໄປເລື້ອຍໆ
ລະຫວ່າງສະຫະລັດ ແລະ ຢີ່ປຸ່ນ.

ການຢ້ຽມຢາມຂອງທ່ານ Abe ມີຂຶ້ນ ໃນຂະນະທີ່ເຈົ້າໜ້າທີ່ອະວຸໂສສະຫະລັດ ແລະ ຢີ່ປຸ່ນ
ເປີດຕົວຫຼັກຊີ້ນຳ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ກ່ຽວກັບນະໂຍບາຍດ້ານປ້ອງກັນປະເທດ
ທີ່ສະທ້ອນເຖິງບົດບາດ ທີ່ໃຫຍ່ຂຶ້ນຂອງຢີ່ປຸ່ນ ໃນການປ້ອງກັນຕົນເອງ. ຫົວໜ້າຫ້ອງການ
ກິດຈະການເອເຊຍ ຂອງສະພາຄວາມໝັ້ນຄົງສະຫະລັດ ທ່ານ Evan Mederiros ກ່າວ
ເມື່ອວັນສຸກຜ່ານມານີ້ ວ່າ ການປັບປຸງໃໝ່ ໃນຫຼັກຊີ້ນຳດັ່ງກ່າວ ເຊິ່ງເປັນຄັ້ງທຳອິດ ນັບຕັ້ງ
ແຕ່ປີ 1997 ມາ ຈະເປັນການແຜ່ຂະຫຍາຍບົດບາດ ຂອງຢີ່ປຸ່ນອອກຢ່າງມີຄວາມໝາຍ
ໃນກຸ່ມພັນທະມິດ ແລະ ກະກຽມກົນໄກ ໃຫ້ຢີ່ປຸ່ນເພື່ອສະໜອງການສະໜັບສະໜຸນ ໃຫ້ແກ່
ກອງກຳລັງສະຫະລັດ ຢ່າງກວ້າງຂວາງຂຶ້ນ.

Abe Visit Hails New Phase in US Japan Relations
please wait

No media source currently available

0:00 0:02:30 0:00

XS
SM
MD
LG