ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ແທນ​ສະພາ​ຍີ່ປຸ່ນ ໄປ​ສັກກາລະ​ບູຊາ​ ທີ່ວັດ Yasukuni (ວີດີໂອ)


ຜູ້​ແທນ​ສະພາ​ຍີ່ປຸ່ນກຸ່ມ​ນຶ່ງ ​ໄດ້​ເຂົ້າ​ໄປ​ສັກກາລະ​ບູຊາ​ ວັດ Yasukuni ທີ່​ໃຫ້​ກຽດ​ແກ່​ວີລະ​ບຸ​ລຸດສົງຄາມຂອງ​ຍີ່ປຸ່ນ​ ອັນໂຮມທັງ ສົງຄາມໂລກຄັ້ງທີ 2 ນໍາ.
ຜູ້​ແທນ​ສະພາ​ຍີ່ປຸ່ນກຸ່ມ​ນຶ່ງ ​ໄດ້​ເຂົ້າ​ໄປ​ສັກກາລະ​ບູຊາ​ ວັດ Yasukuni ທີ່​ໃຫ້​ກຽດ​ແກ່​ວີລະ​ບຸ​ລຸດສົງຄາມຂອງ​ຍີ່ປຸ່ນ​ ອັນໂຮມທັງ ສົງຄາມໂລກຄັ້ງທີ 2 ນໍາ.
ຜູ້​ແທນ​ສະພາ​ຍີ່ປຸ່ນກຸ່ມ​ນຶ່ງ ​ໄດ້​ເຂົ້າ​ໄປ​ສັກກາລະ​ບູຊາ​ ວັດ
Yasukuni ທີ່​ໃຫ້​ກຽດ​ແກ່​ວີລະ​ບຸ​ລຸດສົງຄາມ​ຂອງຍີ່ປຸ່ນ ​
ແຕ່​ຫລາຍໆ​ຄົນເຫັນ​ວ່າ ​ເປັນ​ສັນຍາ​ລັກ​ຂອງ​ການຮຸກ​ຮານ
​ສະ​ໄໝ​ລ່າຫົວ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນກ່ອນສົງ​ຄາມໂລກ​ຄັ້ງ​ທີ
​ສອງ​ນັ້ນ.

ສະມາຊິກ​ສະ​ພາ​ຈໍານວນ 168 ທ່ານ​ໄດ້​ໄປ​ຢ້ຽມ​ວັດ Yasukuni ​ໃນ​ກຸງໂຕ​ກຽວ ​ໃນ​ວັນ
​ອັງຄານ​ມື້​ນີ້. ວັດ​ດັ່ງກ່າວ​ເປັນສະຖານ​ທີ່ໃຫ້​ກຽດ​ແກ່​ບັນດາ​ນັກ​ລົບທີ່​ລົ້ມ​ຕາຍໃນສົງຄາມ​
ໂລກ​ຄັ້ງ​ທີ 2 ຈໍານວນ 2 ລ້ານ 5 ​ແສນຄົນ​ ຊຶ່ງ​ໂຮມ​ທັງອາ​ຊະ​ຍາກ​ອນສົງຄາມ​ຈໍານວນ​ນຶ່ງ.

ການ​ຢ້ຽມຢາມ​ປະ​ຈໍາປີດັ່ງກ່າວ ​ແມ່ນ​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ທີ່​ທາງສະມາຊິກ​ຄະນະ
​ລັດຖະບານ​ຍີ່ປຸ່ນ ໄດ້​ໄປ​ສັກກາລະ​ບູຊາວັດ​ດັ່ງກ່າວ​ ​ແລະ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ປະນາມ ​ ​
ຈາກ​ທາງ​ເກົາຫຼີ​ໃຕ້​ແລະ​ຈີນ.

ສະຖານ​ທີ່​ດັ່ງກ່າວ​ນີ້ ​ແມ່ນ​ຈຸດ​ແຫ່ງ​ຄວາມ​ພູມ​ໃຈ ​ຮັກ​ຊາດຊອງ​ຊາວ​ຍີ່​ປຸ່ນທີ່​ນິຍົມ​ແນວ
ທາງ​ເດີມ ແຕ່ວ່າຊາວ​ເກົາຫຼີ​ໃຕ້​ແລະຊາວ​ຈີນ ​ເບິ່ງ​ເຫັນ​ວ່າ ​ສັນຍາ​ລັກ​ຂອງ​ການຮຸກ​ຮານ
​ສະ​ໄໝ​ລ່າຫົວ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນ ໃນ​ຊ່ວງ 50 ປີ​ຕົ້ນ​ຂອງ​ສັດຕະວັດ​ທີ່ 20 ນັ້ນ.

ວິດີໂອກ່ຽວກັບ ຍີ່ປຸ່ນ
please wait

No media source currently available

0:00 0:01:03 0:00
XS
SM
MD
LG