ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດ ຍີ່ປຸ່ນ ພວມຢ້ຽມຢາມ ກຸງ​ປັກ​ກິ່ງ


ທູດພິເສດ ຍີ່ປຸ່ນ ທ່ານ Natsuo Yamaguchi (ຄົນກາງ) ພ້ອມດ້ວຍ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຈີນ ທ່ານ Masato Kitera (ຊ້າຍມື)
ທູດພິເສດ ຍີ່ປຸ່ນ ທ່ານ Natsuo Yamaguchi (ຄົນກາງ) ພ້ອມດ້ວຍ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຈີນ ທ່ານ Masato Kitera (ຊ້າຍມື)
ທູດ​ພິ​ເສດ​ຄົນ​ນຶ່ງຂອງພັກລັດຖະບານຍີ່ປຸ່ນ ​ທີ່​ປົກຄອງ​ຍີ່​ປຸ່ນ​ໃນ​
ເວລາ​ນີ້ ກໍາລັງ​ຢູ່​ທີ່ກຸງ​ປັກ​ກິ່ງ ​ເພື່ອເຈລະຈາແນ​ໃສ່ຫລຸດຜ່ອນ​
ຄວາມ​ຕຶງຄຽດກ່ຽວ​ ກັບ​ບັນຫາ​ຂັດ​ແຍ້​ງທີ່​ຂົມ​ຂືນ​ເລື່ອງ​ເຂດ​ນໍ້າ
​ແດນ​ດີ​ນ.

ທ່ານ Natsuo Yamaguchi ​ໄດ້​ໄປ​ເຖິງກຸງ​ປັກ​ກິ່ງ ​ໃນ​ວັນ​ອັງ
ຄານ​ມື້​ນີ້ບ່ອນ​ທີ່​ທ່ານ​ນໍາເອົາໜັງສື​ຈາກນາຍົກລັດຖະມົນ​ຕີຍີ່ປຸ່ນ
ທ່ານ Shinzo Abe ​ໄປ​ມອບ​ໃຫ້. ທ່ານ Yamaguchi ຫວັງ​ຈະ​
ໄດ້​ພົບ​ກັບຜູ້​ນໍາ​ຄົນ​ໃໝ່​ຂອງ​ຈີນທ່ານ Xi Jinping ​ແລະ​ບັນດາ
​ຜູ້​ນໍາ​ອາວຸ​ໂສໃນ​ລະຫວ່າງ ການຢ້ຽມຢາມ​ເປັນ​ເວລາ​ສີ່​ວັນຂອງທ່ານ.

​ກ່ອນ​ໜ້ານັ້ນ ທ່ານໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ຢ້ຽມຢາມຂອງ
​ທ່ານ​ອາດ​ຈະ​ຊ່ວຍ​ໃຫ້ປະ​ເທດ​ທັງ​ສອງ​ກ້າວ​ໄປ​ສູ່​ການ​ມີ​ຄວາ​ມສໍ​າພັນ​ເປັນ​ປົກ​ກະຕິ ​ແລະ​ນໍາພາ​ໄປສູ່ການ​ປະຊຸມ​ສຸດ​ຍອດ​ສອງ​ຝ່າຍ.

ທ່ານ Yamaguchi ​ເປັນ​ຜູ້​ແທນ​ສະພາ​ຄົນ​ທໍາ​ອິດ ທີ່​ໄປ​ຢ້ຽມຢາມ​ຈີນ ນັບ​ຕັ້ງ​ແຕ່ ລັດຖະ
ບານ ທີ່​ມັກ​ໃຊ້​ກຳລັງ​ທະຫານ ຂອງ​ທ່ານ Abe ເຂົ້າ​ກໍາ​ອໍານາດ ​ໃນ​ເດືອນ​ທັນ​ວາ.

ທັງ​ສອງ​ຝ່າຍ ​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ ​ຫວ່າງມໍ່​ໆ​ມາ​ນີ້​ວ່າ ​ເຂົາ​ເຈົ້າ​ແລ້ວ​ທີ່​ຈະຫລຸດ
ຜ່ອນ​ລະດັບ​ຂອງການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ ກ່ຽວ​ກັບ​ໝູ່ເກາະ ທີ່​ບໍ່​ມີ​ຄົນ​ຢູ່ ​ໃນທະ​ເລ​ຈີນຕາ​ເວັນ​ອອກ​ນັ້ນ.
XS
SM
MD
LG