ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ຂ່າວ​ຍິງ ຍີ່ປຸ່ນ​ຄົນ​ນຶ່ງ ​ເສຍ​ຊີວິດ ໃນແນວລົບ ຢູ່ຊີ​ເຣຍ (ສະໄລດ໌)


ຮູບຂອງນັກຂ່າວຍິງຍີ່ປຸ່ນ Yamanoto
ທີ່ຖືກຂ້າຕາຍ ໃນແນວລົບ ຢູ່ຊີເຣຍ
ຮູບຂອງນັກຂ່າວຍິງຍີ່ປຸ່ນ Yamanoto ທີ່ຖືກຂ້າຕາຍ ໃນແນວລົບ ຢູ່ຊີເຣຍ
ກະຊວງ​ຕ່າງປະ​ເທດ​ຍີ່ປຸ່ນ​ກ່າວ​ວ່າ ​ນັກ​ຂ່າວ​ຍິງຍີ່ປຸ່ນ​ຄົນ​ນຶ່ງ​ເສຍ​ຊີວິດຢູ່ຊີ​ເຣຍ ຫຼັງຈາກຖືກ​ຍິງ​ໂຈມ​ຕີ ​ໃນ​ຂະນະ​ທີ່​ເດີນທາງ​ໄປ​ກັບ ​ກຸ່ມ​ກະບົດ​ກ​ອງທັບ​ຊີ​ເຣຍ​ເສລີ.

ກະຊວງ​ຕ່າງປະ​ເທດ​ຍີ່ປຸ່ນ​ເວົ້າ​ເມື່ອ​ວັນ​ອັງຄານ​ມື້​ນີ້​ວ່າ ນັກ​ຂ່າວ Mika Yamamoto ອາຍຸ 45 ປີ ຖືກ​ຍິງ​ຢູ່ທີ່​ເມື​ອງ Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດ. ນາງຢາ​ມາ​ໂມ​ໂຕະ ລາຍ​ງານຂ່າວ​ໃຫ້​ແກ່​ບໍລິສັດ​ການ​ຂ່າວ​ທີ່​ປຸ່ນທີ່​ມີສໍານັກງານ​ຕັ້ງ​ຢູ່ໂຕ​ກຽວ ບ່ອນ​ທີ່​ນາງ​ເຄີຍເກັບ​ກຳຂ່າວ​ສົງຄາມ​ໃນ​ອັຟກາ​ນີສຖານ ​ແລະ​ໃນ​ອີຣັກ.

ການ​ສູ້​ລົບ​ກັນ​ໄດ້​ດໍ​າ​ເນີນ​ສື​ບຕໍ່​ໄປ​ຢູ່​ທົ່ວ​ຊີ​ເຣຍ ບ່ອນ​ທີ່​ບັນດາ​ນັກ​ເຄຶ່ອນ​ໄຫວຝ່າຍຄ້ານ​ກ່າວ​ວ່າ ​ເຫດການ​ຄວາມ​ຮຸນ​ແຮງເມື່ອ​ວັນ​ຈັນ​ວານ​ນີ້ໄດ້​ເຮັດ​ໃຫ້ປະຊາຊົນ​ຢ່າງ​ໜ້ອຍ 140 ຄົນເສຍ​ຊີວິດ. ຄະນະ​ກໍາມະການ​ປະສານ​ງານທ້ອງ​ຖິ່ນ​ກ່າວ​ວ່າ ມີ​ເຫດການ​ຄວາມ​ຮຸນ​ແຮງ​ຢ່າງ​ນອງ​ເລືອດ​ເກີດ​ຂຶ້ນອີກຢູ່ນະຄອນຫຼວງດາ​ມັສກັສ ​ເມືອງ Homs ​ແລະ​ເມືອງ Daraa ​ເມື່ອ​ວັນ​ອັງຄານ​ວານ​ນີ້.

ຂະນະ​ດຽວ​ກັນ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ເຕືອນ​ວ່າ ຖ້າ​ຫາກ ລັດຖະບານ​ຂອງປະທານາທິບໍ​ດີຊີ​ເຣຍ ທ່ານ Bashar al-Assad ​ໄດ້​ໃຊ້ ອາວຸດ​ເຄມີໃນ​ການ​ສູ້​ລົບ​ກັບ​ກໍາລັງ​ຝ່າຍ​ກະບົດ​ແລ້ວ ມັນ​ອາດ​ສົ່ງ​ຜົນ​ກະ ທົບ​ຢ່າງ​ສຳຄັນ​ກ່ຽວ​ກັບ​ວ່າ ສະຫະລັດ​ຈະຮັບ​ມື​ແບບ​ໃດ ​ກັບ​ບັນຫາ​ຂັດ
​ແຍ້​ງດັ່ງກ່າວ.

ທ່ານ​ໂອ​ບາ​ມາ​ໄດ້​ບອກ​ບັນດາ​ນັກ​ຂ່າວ​ທີ່​ທໍ​ານຽບຂາວ ​ເມື່ອວັນ​ຈັນ​ວານນີ້ ວ່າ ​ການ​ເຄຶ່ອນ​ໄຫວ​ໃດໆ​ຂອງ​ຊີ​ເຣຍ ທີ່​ຈະ​ນຳ​ໃຊ້​ອາວຸດ​ເຄມີ​ດັ່ງ​ທີ່​ກ່າວ​ມາ ​ແລ້ວ​ນັ້ນ ຊຶ່ງ​ໃນ​ຄໍາ​ເວົ້າ​ຂອງ​ທ່ານ​ໂອ​ບາ​ມາວ່າ ມັນ​ຈະ​ໝາຍ​ເຖິງ​ເສັ້ນ​ແດງ ທີ່​ຈະ​ປ່ຽນ​ຮູບ​ການ​ຂອງ​ສະຖານະ​ການ​ໄດ້.

ປະທານາທິບໍດີ​ໂອ​ບາ​ມາ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ຕອນ​ນີ້ ທ່ານ​ບໍ່​ໄດ້​ມີ​ຄໍາ​ສັ່ງ​ໃດໆ​ກ່ຽວ​ກັບ​ການ​ເຂົ້າ​ໄປ​ພົວພັນ​ຂອງ​ສະຫະລັດ ​ແຕ່​ທ່ານ​ໂອ​ບາ​ມາ​ເວົ້າ​ຕື່ມວ່າ ສະຫະລັດ​ກໍ​າລັງ​ຕິດຕາມ​ເລຶ່ອງນີ້​ຢູ່​ຢ່າງ​ລະມັດລະວັງ.

ການ​ອ້າງ​ອິງ​ຕ່າງໆຂອງຝ່າຍ​ລັດຖະບານແລະ​ຝ່າຍ​ຄ້ານຢູ່​ໃນ​ຊີ​ເຣຍນັ້ນ ຍາກ​ທີ່​ຈະຢືນຢັນ​ໄດ້ ຍ້ອນ​ວ່າ​ບັນດາ​ນັກ​ຂ່າວ​ບໍ່ມີ​ອິດສະຫຼະພາບ ​ໃນ​ການ ​ເດີນທາງ​ໄປມາ​ເພື່ອເກັບກໍາ​ຂ່າວໄດ້​ຢ່າງ​ເສລີ​.
XS
SM
MD
LG