ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ​ຍີ່ປຸ່ນ​ ແລະລາວ ຮ່ວມກັນ ລົງທຶນໃສ່ ເຂດເສ​ດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ


ແຜນທີ່ ເຂດເສດຖະກິດ ພິເສດ ສະຫວັນ-ເຊໂນ
ແຜນທີ່ ເຂດເສດຖະກິດ ພິເສດ ສະຫວັນ-ເຊໂນ
ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ກັບ​ບໍລິສັດ​ເອກ​ກະ​ຊົນ​ລາວ ຮ່ວມ​ທຶນ
​ພັດທະນາ​ເຂດ​ເສ​ດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ດ້ວຍ​ເປົ້າ
ໝາຍ​ທີ່​ຈະ​ດຶງ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ ໂດຍ​ສະເພາະ
ແມ່ນຈາກ​ຍີ່ປຸ່ນ​ໃຫ້​ໄດ້ຫຼາຍຂຶ້ນ.

ການ​ຮ່ວມ​ລົງທຶນ​ເພື່ອ​ການ​ພັດທະນາ​ເຂດເສດຖະກິດ​ພິ​ເສດ
ສະຫວັນ-​ເຊ​ໂນ ຢູ່ ແຂວງ​ສະຫວັນ​ນະ​ເຂດ​ໃນ​ຄັ້ງ​ນີ້​ເປັນ​ການ​
ຕົກລົງ 3 ຝ່າຍ​ລະຫວ່າງ​ບໍລິສັດ​ເຂດ​ເສດຖະກິດ​ພິ​ເສດ​ພະນົມ​
ເປັນ​ຈໍາກັດ​ຂອງ​ເອກ​ກະ​ຊົນ​ຍີ່ປຸ່ນ​ກັບ​ບໍລິສັດ​ນໍ້າ​ທາ​ກໍ່ສ້າງ​ຂົວ
ຈໍາກັດ​ຂອງ​ເອກ​ກະ​ຊົນ​ລາວ ​ແລະ​ອົງການ​ຄຸ້ມ​ຄອງ​ເຂດ​ເສດ
ຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ​ໂດຍ​ໄດ້​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຶນ
​ຂຶ້ນມາ​ໃໝ່​ ພາຍ​ໃຕ້​ຊື່ວ່າ​ບໍລິ​ສັດ​ສະຫວັນ- ຍີ່ປຸ່ນ​ ຮ່ວມ​ພັດທະນາ ຈໍາກັດ.

ບໍລິສັດ​ຮ່ວມ​ທຶນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່ດັ່ງ​ກ່າວ​ນີ້​ ຈະ​ດໍາ​ເນີນ​ການ​ພັດທະນາ​ພື້ນ​ທີ່ກວ້າງ 220
ເຮັກ​ຕ້າ ຢູ່​ໃນ​ເຂດ B ຂອງ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ​ເພື່ອ​ຮອງ​ຮັບ​ການລົງ
ທຶນດ້ານ​ເທັກ​ໂນ​ໂລ​ຢີ່ ທີ່​ທັນ​ສະ​ໄໝ​ຈາກ​ຕ່າງປະ​ເທດ​ ​ໂດຍສະ​ເ​ພາະ​ແມ່ນ​ການ​ລົງທຶນ
ຈາກຍີ່ປຸ່ນໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງທີ່ຜ່ານມາກໍມີ ບໍລິສັດຍີ່ປຸ່ນ 2 ລາຍແລ້ວ ທີ່ໄດ້
ເຂົ້າໄປລົງທຶນໃນ​ເຂດ​ດັ່ງກ່າວ​ນີ້ ກໍ​ຄື​ບໍລິສັດ Nikon ຊຶ່ງ​ເປັນ​ບໍລິສັດຍັກ​ໃຫຍ່​ຂອງ​ໂລກ ​
ໃນ​ດ້ານ​ການຜະລິດກ້ອງຖ່າຍຮູບ ​ແລະ​ບໍລິສັດ Log-Item ຈໍາກັດ ຊຶ່ງ​ດໍາ​ເນີນ​ທຸລະ​ກິດ​
ໃນ​ດ້ານ​ອຸດສາຫະກໍາແປ​ຮູບ ​ໄມ້​ແລະ​ເຈ້ຍ​ກະດາດ.
ການລົງທຶນຮ່ວມກັນລະຫວ່າງບໍລິສັດຍີ່ປຸ່ນ ແລະບໍລິສັດລາວເຂົ້າໃນການພັດທະນາ ເສດຖະກິດພິເສດ ສະຫວັນ-ເຊໂນ
ການລົງທຶນຮ່ວມກັນລະຫວ່າງບໍລິສັດຍີ່ປຸ່ນ ແລະບໍລິສັດລາວເຂົ້າໃນການພັດທະນາ ເສດຖະກິດພິເສດ ສະຫວັນ-ເຊໂນ

ນອກຈາກການພັດທະນາພື້ນທີ່ເຂດ B ໃນເຂດເສດຖະກິດ
ພິເສດສະຫວັນ-ເຊໂນ ໃຫ້ສາມາດຮອງຮັບການລົງທຶນ
ຈາກຕ່າງປະເທດໃຫ້ໄດ້ ດ້ວຍການພັດທະນາພື້ນຖານ
ໂຄງລ່າງ ລະບົບສາທາລະນູປະໂພກ ແລະລະບົບອໍາ
ນວຍຄວາມສະດວກຕ່າງໆຢ່າງຄົບຊຸດແລ້ວ ບໍລິສັດ
ສະຫວັນ-ຍີ່ປຸ່ນຮ່ວມພັດທະນາຈໍາກັດ ກໍຍັງໄດ້ວາງເປົ້າ
ໝາຍທີ່ຈະຂໍຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງຊາດ
ລາວໃຫ້ໄດ້ພາຍ ໃນ 3 ປີຕໍ່ໜ້າອີກດ້ວຍ ຊຶ່ງກໍໝາຍ
ຄວາມວ່າການພັດທະນາພື້ນທີ່ເຂດ B ຈະດໍາເນີນໄປ
ຢ່າງວ່ອງໄວໃນ 3 ປີຕໍ່ໄປນີ້ນັ້ນເອງ.

ດັ່ງທີ່ທ່ານນາງ ບົວທາ ຂັດຕິຍະ ລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລັດຖະມົນຕີ
ໄດ້ສະແດງຄວາມໝັ້ນໃຈໃນໂອກາດທີ່ໄດ້ເຂົ້າຮ່ວມເປັນສັກຂີພະຍານ ໃນການລົງນາມ
ຮ່ວມ 3 ຝ່າຍໃນຄັ້ງນີ້ວ່າ:

ເປັນການຮ່ວມມືຄັ້ງສໍາຄັນ ທີ່ຈະເປັນນິມິດໝາຍເສີມສ້າງສາຍພົວພັນລະ
ຫວ່າງລາວ-ຍີ່ປຸ່ນ ຍີ່ປຸ່ນ-ລາວໃຫ້ມີຄວາມສາມັກຄີຮັກແພງກັນ ຂ້າພະເຈົ້າ
ຫວັງວ່າທັງນັກລົງທຶນພ້ອມດ້ວຍການຈັດຕັ້ງ ແລະທ່ານທູດຈະພ້ອມກັນ
ຮ່ວມມືສາມັກຄີກັນໃຫ້ມັນຮັດແໜ້ນກວ່າເກົ່າ ເພື່ອສ້າງສາຍສໍາພັນທີ່ດີ
ແລະເພີ່ມໃຫ້ການລົງທຶນຍີ່ປຸ່ນ ເຂົ້າມາລາວຫຼາຍຂຶ້ນນັບມື້.”


ພາບຈໍາລອງເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ແຂວງສະຫວັນນະເຂດ
ພາບຈໍາລອງເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ແຂວງສະຫວັນນະເຂດ

ກ່ອນໜ້ານີ້ ຄະນະກໍາມະການຄຸ້ມຄອງເຂດເສດຖະກິດ
ພິເສດ ແລະເຂດເສດຖະ ກິດສະເພາະແຫ່ງຊາດລາວ
ໄດ້ລາຍງານວ່າການດໍາເນີນງານນັບແຕ່ປີ 2003 ເປັນ
ຕົ້ນມາຈົນເຖິງປັດຈຸບັນ ໄດ້ມີຜົນຄືບໜ້າພໍສົມຄວນ ໂດຍ
ສາມາດສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດຖະ
ກິດສະເພາະໄດ້ແລ້ວ 10 ແຫ່ງຈາກແຜນການທີ່ວາງໄວ້
ວ່າຈະສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍກວ່າ 20 ແຫ່ງ ພາຍໃນປີ
2015.

ໂດຍເຂດເສດຖະກິດແຫ່ງທໍາອິດໃນລາວນັ້ນ ກໍຄືເຂດ
ເສດຖະກິດພິເສດສະຫວັນ-ເຊໂນ ຢູ່ໃນແຂວງສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນຢ່າງເປັນ ທາງການ ໃນປີ 2003 ຊຶ່ງຕິດຕາມດ້ວຍເຂດເສດຖະກິດສະເພາະບໍ່ເຕັນແດນຄໍາ ຢູ່ໃນ ແຂວງຫຼວງນໍ້າທາ ທີ່ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີດຽວກັນ ຫາກແຕ່ທີ່ຖືວ່າໄດ້ມີ ການພັດທະນາ ໄປຢ່າງວ່ອງໄວທີ່ສຸດນັ້ນ ກໍແມ່ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜີ້ງ ໃນແຂວງບໍ່ແກ້ວ.

ສ່ວນນະຄອນວຽງຈັນນັ້ນ ກໍຖືເປັນເຂດທີ່ມີການສ້າງຕັ້ງເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະຫຼາຍທີ່ສຸດ ຊຶ່ງມີຢູ່ເຖິງ 5 ເຂດດ້ວຍກັນ ແລະໃນຈໍານວນນີ້
ກໍມີຢູ່ 4 ພື້ນທີ່ດ້ວຍກັນທີ່ເປັນການຍົກລະດັບຈາກເຂດພັດທະນາທົ່ວໄປ ຊຶ່ງກໍຄືເຂດ
ນິຄົມອຸດສາຫະກໍາແລະການຄ້າວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ
ເຂດເສດຖະກິດສະເພາະລ່ອງແຖງ-ວຽງຈັນ ແລະເຂດພັດທະນາກວມລວມໄຊເສດຖາ
ສ່ວນເຂດທີ 5 ນັ້ນເປັນເຂດທີ່ສ້າງຕັ້ງຂຶ້ນໃໝ່ ກໍຄືເຂດເສດຖະເກິດສະເພາະບຶງທາດຫຼວງ.

ທັງນີ້ ອໍານາດການປົກຄອງເຂດນະຄອນວຽງຈັນ ກໍໄດ້ວາງເປົ້າໝາຍທີ່ຈະພັດທະນາ
ເຂດເສດຖະກິດສະເພາະທັງ 5 ເຂດ ໃຫ້ເກີດຂຶ້ນ ຢ່າງເປັນຮູບປະທໍາ.

ສ່ວນອີກ 2 ເຂດ ທີ່ກໍາລັງເລັ່ງດໍາເນີນການພັດທະນາເພື່ອໃຫ້ສາມາດຮອງຮັບການລົງ
ທຶນໃຫ້ໄດ້ໃນໝໍ່ໆນີ້ ກໍຄືເຂດເສດຖະກິດສະເພາະທີ່ທ່າແຂກ ແລະເຂດເສດຖະກິດສະ
ເພາະທີ່ເຂດພູຂຽວ ໃນແຂວງຄໍາມ່ວນ.
XS
SM
MD
LG