ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ​ບໍລິສັດ ​ເອກະ​ຊົນ​ຍີ່ປຸ່ນ ​ໃຫ້​ຄວາມ​ສົນ​ໃຈ ​ຈະ​​ລົງທຶນ ໃນ​ລາວ ຫຼາຍຂຶ້ນ


ພິທີເຊັນສັນຍາ ຮ່ວມມືທຸລະກິດ ລະຫວ່າງ ກຸ່ມບໍລິສັດເອກະຊົນລາວ ແລະ ບໍລິສັດເອກະຊົນຍີ່ປຸ່ນ
ພິທີເຊັນສັນຍາ ຮ່ວມມືທຸລະກິດ ລະຫວ່າງ ກຸ່ມບໍລິສັດເອກະຊົນລາວ ແລະ ບໍລິສັດເອກະຊົນຍີ່ປຸ່ນ

ບັນດາ​ບໍລິສັດ​ເອກະ​ຊົນ​ຍີ່ປຸ່ນ ​ໃຫ້​ຄວາມ​ສົນ​ໃຈ ທີ່​ຈະ​ເຂົ້າມາ​ລົງທຶນ
​ໃນ​ລາວ ຫຼາຍຂຶ້ນ ​ໂດຍ​ສະ​ເພາະ ​ແມ່ນ​ການ​ລົງທຶນ ​ໃນ​ເຂດ​ເສດ
ຖະກິດ​ພິ​ເສດ ​ແຕ່​ວ່າ ລັດຖະບານ​ລາວ ກໍ​ຈະ​ຕ້ອງ​ມີ​ການ​ພັດທະນາ
​ປັບປຸງ​ໃນຫຼາຍດ້ານ.



ທ່ານຮິເດະກາຊຶ ໂອຊິຕະ ເລຂາທິການໃຫຍ່ ຄະນະກຳມາທິການ
ຮ່ວມມືທຸລະກິດຍີ່ປຸ່ນ-ແມ່ນ້ຳຂອງ ຊຶ່ງເປັນໜ່ວຍງານຂອງສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງປະເທດຍີ່ປຸ່ນ ໄດ້ຖະແຫລງຢືນຢັນວ່າ ບັນດາບໍລິສັດເອກະຊົນຍີ່ປຸ່ນ ມີຄວາມສົນໃຈ
ທີ່ຈະລົງທຶນໃນລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຫາກແຕ່ລັດຖະບານລາວ ຈະຕ້ອງເພີ້ມຄວາມ
ພະຍາຍາມໃຫ້ຫຼາຍຂຶ້ນ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ຕໍ່ການລົງທຶນ ໂດຍ
ສະເພາະ ແມ່ນການພັດທະນາພື້ນຖານໂຄງລ່າງ ໃຫ້ຫຼາຍຂຶ້ນ ແລະ ການພັດທະນາຊັບ
ພະຍາກອນມະນຸດ ໃຫ້ມີຄຸນນະພາບ ຕາມຄວາມຕ້ອງການ ຂອງບັນດາບໍລິສັດເອກະຊົນຍີ່ປຸ່ນ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ້ ອາເບະ (ຊ້າຍ) ແລະ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ້ ອາເບະ (ຊ້າຍ) ແລະ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ

ທັງນີ້ ໂດຍບັນດາບໍລິສັດເອກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈ
ເປັນພິເສດ ກ່ຽວກັບການພັດທະນາ ແລະ ການຄຸ້ມຄອງເຂດ
ເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໃນລາວ
ໂດຍເຖິງຂະໜາດທີ່ໄດ້ວາງເປົ້າໝາຍໄວ້ວ່າ ການລົງທຶນຂອງ
ບໍລິສັດເອກະຊົນຍີ່ປຸ່ນໃນລາວ ຈະຕ້ອງມີມູນຄ່າເພີ້ມຂຶ້ນຢ່າງ
ວ່ອງໄວ ເພື່ອກ້າວຂຶ້ນເປັນຜູ້ລົງທຶນລາຍໃຫຍ່ອັນດັບທີ 4 ໃນ
ລາວໃຫ້ໄດ້ພາຍໃນປີ 2016 ຊຶ່ງກໍຈະເຮັດໃຫ້ການລົງທຶນ ຂອງ
ຍີ່ປຸ່ນໃນລາວເປັນລອງພຽງຈີນ ຫວຽດນາມ ແລະ ໄທເທົ່ານັ້ນ.

ໂດຍບັນດາບໍລິສັດເອກະຊົນຍີ່ປຸ່ນ ຈະເນັ້ນໜັກໃນພາກ
ອຸດສາຫະກຳ ແປຮູບສິນຄ້າກະສິກຳ ແລະ ພາກບໍລິການທີ່ສາມາດ ຈະສ້າງວຽກເຮັດ
ງານທຳ ໃຫ້ແກ່ປະຊາຊົນລາວ ໄດ້ຫຼາຍກວ່າ ການລົງທຶນຂອງປະເທດອື່ນໆ ໃນລາວ
ທີ່ເນັ້ນໜັກໃນດ້ານ ການພັດທະນາທີ່ດິນເຊັ່ນ ສະໜາມກອລຟ ທີ່ສ້າງວຽກເຮັດງານທຳ
ໃຫ້ແກ່ ຄົນລາວໄດ້ຢ່າງຈຳກັດ ແລະ ກໍເປັນສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ຄົນລາວ
ຕ້ອງພາກັນເດີນທາງໄປລັກລອບທຳງານ ຢູ່ໃນໄທຫຼາຍຂຶ້ນນັບມື້.

ບໍລິສັດເອກະຊົນລາວ ແລະ ບໍລິສັດເອກະຊົນຍີ່ປຸ່ນ ຮ່ວມມືທຸລະກິດ ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ບໍລິສັດເອກະຊົນລາວ ແລະ ບໍລິສັດເອກະຊົນຍີ່ປຸ່ນ ຮ່ວມມືທຸລະກິດ ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ທາງດ້ານອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO)
ລາຍງານວ່າ ມີບໍລິສັດເອກະຊົນຍີ່ປຸີນ ໄດ້ພາກັນຍ້າຍຖານການ
ລົງທຶນຈາກຈີນ ແລະ ໄທ ເຂົ້າມາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ
ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ໂດຍມີສາເຫດມາຈາກອັດຕາ
ຄ່າຈ້າງແຮງງານ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໃນຈີນ ລວມເຖິງ
ບັນຫາຂັດແຍ້ງທາງທະເລ ລະຫວ່າງຈີນ ກັບຍີ່ປຸ່ນ ດ້ວຍສ່ວນ
ຢູ່ໃນປະເທດໄທນັ້ນ ກໍເປັນຍ້ອນບັນຫາຂັດແຍ້ງທາງການເມືອງ
ພາຍໃນຂອງໄທ ທີ່ແກ່ຍາວມາກວ່າ 10 ປີແລ້ວນັ້ນ.

ໂດຍເພື່ອເປັນການຮອງຮັບການເຂົ້າມາລົງທຶນໃນລາວ ຂອງ
ບັນດາບໍລິສັດເອກະຊົນຍີ່ປຸ່ນນັ້ນ ອົງການ JETRO ກໍໄດ້ເປີດ ສຳນັກງານປະຈຳລາວ
ຢູ່ນະຄອນຫຼວງວຽງຈັນ ໃນຕົ້ນປີ 2014 ທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງ ຂອງການຕົກລົງ
ຮ່ວມມືໃນຫຼາຍໆ ດ້ານທີ່ມີຂຶ້ນໃນໂອກາດທີ່ ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ
ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເມື່ອເດືອນພະຈິກ 2013 ທີ່
ຜ່ານມາ ດັ່ງທີ່ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຢືນຢັນວ່າ:

“ສອງຝ່າຍໄດ້ເຫັນດີ ທີ່ຈະເປີດຫ້ອງການຜູ້ຕາງໜ້າ ອົງການການຄ້າສາກົນ
JETRO ທີ່ນະຄອນຫຼວງວຽງຈັນ ໃນໄວໆນີ້ ຍີ່ປຸ່ນໄດ້ຢັ້ງຢືນ ທີ່ຈະສືບຕໍ່ໃຫ້
ການຊ່ວຍເຫຼືອ ທາງດ້ານທຶນຮອນ ເພື່ອຂະຫຍາຍອາຄານ ໂດຍສານຂອງ
ສະໜາມບິນວັດໄຕ ໄລຍະ 3 ແລະ ໂຄງການເງິນກູ້ຢືມດອກເບ້ຍຕ່ຳ ເພື່ອ
ຫລຸດຜ່ອນຄວາມທຸກຍາກ.”

ນອກຈາກນີ້ ໃນໂອກາດທີ່ ທ່ານ ໂຊອິຊິ ໂຍຊິມູລະ ຮອງປະທານອົງການ JETRO ໄດ້
ນຳພາບັນດານັກທຸລະກິດຍີ່ປຸ່ນ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ໃນຊ່ວງເດືອນມີນາ 2015 ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງ ການພົວພັນທາງການ
ທູດ ລະຫວ່າງ ລາວກັບຍີ່ປຸ່ນ ຄົບຮອບ 60 ປີ ດ້ວຍນັ້ນ ບັນດານັກທຸລະກິດຍີ່ປຸ່ນ ຍັງໄດ້
ຢືນຢັນດ້ວຍວ່າ ລາວຄືຈຸດໝາຍການລົງທຶນ ທີ່ສຳຄັນຂອງບໍລິສັດເອກະຊົນຍີ່ປຸ່ນ.

ສ່ວນທາງການລາວ ກໍເຊື່ອໝັ້ນວ່າ ຈະສາມາດຮອງຮັບການລົງທຶນ ຂອງບັນດາບໍລິສັດ
ເອກະຊົນຍີ່ປຸ່ນໄດ້ ດ້ວຍການເລັ່ງພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ
ສະເພາະ ໂດ້ຍເຖິງແມ່ນວ່າ ໃນປັດຈຸບັນ ບັນດາບໍລິສັດຍີ່ປຸ່ນ ຈະລົງທຶນໃນລາວ ເປັນອັນ
ດັບທີ 7 ຄິດເປັນມູນຄ່າລວມ 500 ກວ່າລ້ານໂດລາ ໃນ 111 ໂຄງການ ແລະຄິດເປັນ 7
ເປີເຊັນ ຂອງມູນຄ່າການລົງທຶນທັງໝົດຂອງຈີນໃນລາວເທົ່ານັ້ນ ກໍຕາມ ຫາກແຕ່ທາງ
ການລາວ ກໍເຊື່ອວ່າ ການລົງທຶນຂອງຍີ່ປຸ່ນໃນລາວ ຈະເພີ້ມຂຶ້ນຢ່າງວ່ອງໄວ ແລະ ສາມາດ
ທີ່ຈະກ້າວຂຶ້ນສູ່ອັນດັບທີ 4 ໄດ້ພາຍໃນປີ 2016 ຢ່າງແນ່ນອນ.

XS
SM
MD
LG