ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອະດີດ ນາຍົກລັດຖະມົນຕີ Abe ຖືກເລືອກ ເປັນປະທານ ພັກເສລີປະຊາທິປັດ


ອະດີດນາຍົກລັດຖະມົນຕີຍີ່ປຸ່ນທີ່ກ້າປາກກ້າເວົ້າ ທ່ານ Shinzo
Abe ຖືກເລືອກຕັ້ງໃຫ້ເປັນປະທານພັກເສລີ ປະຊາທິປັດ ຫລື LDP
ອະດີດນາຍົກລັດຖະມົນຕີຍີ່ປຸ່ນທີ່ກ້າປາກກ້າເວົ້າ ທ່ານ Shinzo Abe ຖືກເລືອກຕັ້ງໃຫ້ເປັນປະທານພັກເສລີ ປະຊາທິປັດ ຫລື LDP
ອະດີດນາຍົກລັດຖະມົນຕີຍີ່ປຸ່ນທີ່ກ້າປາກກ້າເວົ້າ ທ່ານ Shinzo
Abe ທີ່ຮຽກຮ້ອງໃຫ້ ເອົາທ່າທີທີ່ເຂັ້ມແຂັງຂຶ້ນກວ່າເກົ່າ ຕໍ່ຈີນນັ້ນ ໄດ້ຖືກເລືອກຕັ້ງໃຫ້ເປັນປະທານພັກເສລີ ປະຊາທິປັດ ຫລື LDP ຊຶ່ງເປັນພັກຝ່າຍຄ້ານນັ້ນ.

ທ່ານ Abe ທີ່ຊະນະອະດີດຫົວໜ້າປ້ອງກັນຊາດ ທ່ານ Shigeru
Ishiba ໃນການ ເລືອກຕັ້ງຮອບຕັດສິນຊີ້ຂາດ ໃນວັນພຸດມື້ນີ້ ຍັງສາມາດທີ່ຈະມີໂອກາດນໍາພາຍີ່ປຸ່ນ ອີກຄັ້ງນຶ່ງ ຖ້າຫາກພັກ
LDP ຊະນະການເລືອກຕັ້ງຄັ້ງຕໍ່ໄປ ຕາມທີ່ຜົນການຢັ່ງຫາງສຽງ
ສະເໜີແນະນັ້ນ.

ຜູ້ນໍາທີ່ນິຍົມແນວທາງເດີມທ່ານນີ້ ໄດ້ເອົາຈຸດຢືນທີ່ແຂງກະດ້າງ
ເປັນປໍລະປັກກັບຈີນ ແລະເກົາຫລີໃຕ້ ຊຶ່ງທັງສອງປະເທດນີ້ ກໍາລັງມີຂໍ້ຂັດແຍ້ງກັບລັດຖະ ບານກຸງໂຕກຽວ.

ທ່ານ Abe ໄວ 58 ປີ ໄດ້ລົງຈາກຕໍາແໜ່ງນາຍົກ ໃນປີ 2007 ໂດຍອ້າງເຫດຜົນວ່າ ເຈັບກະເພາະອາຫານ ຫລັງຈາກການປາໄຊຢ່າງໜັກໃນການເລືອກຕັ້ງ.

ທ່ານ Tomohiko Taniguchi ອະດີດໂຄສົກກະຊວງການຕ່າງປະເທດຍີປຸ່ນ ກ່າວຕໍ່ ວີໂອເອວ່າ ທ່ານ Abe ເບິ່ງຊົງວ່າມີສຸຂະພາບເຂັ້ມແຂງ ແລະມຸ້ງໝັ້ນທີ່ຈະບັນລຸເປົ້າ ໝາຍເດີມຂອງທ່ານຫລາຍອັນ ລວມທັງການດັດແກ້ລັດຖະທໍາມະນູນ ສະບັບຫລັງ ສົງຄາມໂລກຄັ້ງທີສອງ ທີ່ສະແດງຄວາມຮັກຫອມສັນຕິພາບນັ້ນ.
XS
SM
MD
LG