ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍີ່ປຸ່ນ ລົງຄະແນນສຽງ ໃນການເລືອກຕັ້ງ ສະພາສູງ


ຜູ້ລົງຄະແນນສຽງຄົນໜຶ່ງ ເລືອກເອົາຜູ້ລົງແຂ່ງຂັນ ກ່ອນ
ທີ່ຈະປ່ອນບັດລົງຄະແນນຂອງລາວ ໃນການເລືອກ
ຕັ້ງສະພາສູງຂອງ ຍີ່ປຸ່ນ Tokyo, July 10, 2016.
ຜູ້ລົງຄະແນນສຽງຄົນໜຶ່ງ ເລືອກເອົາຜູ້ລົງແຂ່ງຂັນ ກ່ອນ ທີ່ຈະປ່ອນບັດລົງຄະແນນຂອງລາວ ໃນການເລືອກ ຕັ້ງສະພາສູງຂອງ ຍີ່ປຸ່ນ Tokyo, July 10, 2016.

ບັນດາຜູ້ລົງຄະແນນສຽງຊາວ ຍີ່ປຸ່ນ ໄດ້ໄປສະຖານທີ່ເລືອກຕັ້ງໃນວັນອາທິດມື້ນີ້ ເພື່ອລົງ ຄະແນນສຽງເອົາຈຳນວນບ່ອນນັ່ງເຄິ່ງນຶ່ງສຳລັບສະພາຕໍ່າ, ເຊິ່ງເປັນ ສະພາທີ່ມີອຳນາດ ຕ່ຳກວ່າສະພາສູງ.

ພັນທະມິດທີ່ກຳລັງປົກຄອງປະເທດຢູ່ຂອງນາຍົກລັດຖະມົນຕີ Shinzo Abe ແມ່ນຄາດວ່າຈະໄດ້ຮັບໄຊຊະນະຢ່າງງ່າຍດາຍ, ເຖິງວ່າຈະມີຄວາມເປັນຫ່ວງຂອງ ບັນດາຜູ້ລົງຄະ ແນນສຽງ ກ່ຽວກັບ ນະໂຍບາຍທາງດ້ານເສດຖະກິດຕ່າງໆ ແລະ ເປົ້າໝາຍຂອງທ່ານໃນ ການເອົາອອກ ມາດຕາການບໍ່ຍອມຮັບສົງຄາມ ອອກຈາກລັດຖະທຳມະນູນ ພາຍຫຼັງສົງ ຄາມໂລກຄັ້ງທີ 2 ຂອງປະເທດກໍຕາມ.

ທ່ານ Abe ໄດ້ກ່າວຢໍ້າໃນລະຫວ່າງການໂຄສະນາຫາສຽງຂອງທ່ານວ່າ ມັນບໍ່ມີ ເວລາ ພຽງພໍສຳລັບປະຊາຊົນທີ່ຈະມີຄວາມຮູ້ສຶກສຳລັບຜົນທີ່ອອກມາ ກ່ຽວກັບໂຄງການດ້ານ ການເງິນ “Abenomics” ຂອງທ່ານ.

ທ່ານ Abe ໄດ້ກ່າວໃນນະຄອນຫຼວງ ໂຕກຽວ ໃນວັນເສົາວານນີ້ວ່າ “ໂຄງການ Abenomics ບໍ່ເຄີຍປະສົບຄວາມລົ້ມແຫຼວ, ແຕ່ຍັງໄດ້ຮັບຄວາມສຳເລັດເຄິ່ງ ໜຶ່ງຢູ່, ທັງໝົດທີ່ພວກເຮົາຕ້ອງເຮັດແມ່ນເພື່ອຜັກດັນສຳລັບນະໂຍບາຍຢ່າງ ໜັກແໜ້ນ ແລະ ຢ່າງຕໍ່ເນື່ອງ.” ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ລົງຄະແນນສຽງ ໃຫ້ມີຄວາມອົດທົນກັບໂຄງ ການເສດຖະກິດຂອງທ່ານ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ປະທານພັກປະຊາທິປະໄຕເສລີ ທ່ານ Shinzo Abe ກ່າວ ຄຳປາໄສຄັ້ງສຸດທ້າຍໃນການໂຄສະນາຫາສຽງສຳລັບການເລືອກຕັ້ງສະພາສູງໃນນະຄອນ ຫຼວງ ໂຕກຽວ. 9 ກໍລະກົດ 2016.
ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ປະທານພັກປະຊາທິປະໄຕເສລີ ທ່ານ Shinzo Abe ກ່າວ ຄຳປາໄສຄັ້ງສຸດທ້າຍໃນການໂຄສະນາຫາສຽງສຳລັບການເລືອກຕັ້ງສະພາສູງໃນນະຄອນ ຫຼວງ ໂຕກຽວ. 9 ກໍລະກົດ 2016.

ບັນດານັກວິຈານກ່າວວ່າ ເຖິງວ່າຈະມີຄວາມຜິດຫວັງກັບ ນະໂຍບາຍປົກປ້ອງ ເສດຖະ ກິດ ຫຼື “Abenomics”, ກຸ່ມຝ່າຍຄ້ານກໍຍັງບໍ່ສາມາດທີ່ຈະຫາທາງ ເລືອກອື່ນໆ ທີ່ມີການ ຊັກຊວນໃຈໄດ້ດີກວ່ານີ້.

ບັນດານັກວິເຄາະກ່າວວ່າ ຖ້າທ່ານ Abe ສາມາດຊະນະບ່ອນນັ່ງ 2 ສ່ວນ 3 ໃນການລົງ ຄະແນນຂອງວັນອາທິດມື້ນີ້ໄດ້, ທ່ານກໍຈະມີໂອກາດທີ່ດີ ກ່ຽວກັບ ການທົບທວນລັດຖະ ທຳມະນູນຮັກສາສັນຕິພາບຫຼັງສົງຄາມຂອງປະເທດໄດ້ ຄືນເປັນຄັ້ງທຳອິດ. ແນວໃດກໍ ຕາມ, ການລົງປະຊາມະຕິ, ຈະເປັນທີ່ຕ້ອງການ ແລະ ປະຊາຊົນ ຍີ່ປຸ່ນ ຫຼາຍຄົນກໍຍັງສົ່ງ ເສີມຈຸດຢືນໃນການຮັກສາສັນຕິ ພາບຂອງປະເທດໄວ້ຄືເກົ່າຢູ່.

ປະຊາຊົນ ຍີ່ປຸ່ນ ບາງຄົນເຫັນດີກັບທ່ານ Abe ວ່າການປ່ຽນລັດຖະທຳມະນູນ ແມ່ນມີ ຄວາມຈຳເປັນ ຍ້ອນຄວາມຢ້ານກົວທີ່ເພີ່ມຂຶ້ນ ກ່ຽວກັບ ລັດທິກໍ່ການ ຮ້າຍ, ພ້ອມກັບ ຄວາມເປັນຫ່ວງ ກ່ຽວກັບ ອາວຸດນິວເຄລຍ ເກົາຫຼີເໜືອ ແລະ ການຮຸກຮານທາງການທະຫານຂອງ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG