ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ການເລືອກຕັ້ງ ກ່ອນກຳນົດ ທີ່ຍີ່ປຸ່ນ ຈະອຳນວຍໃຫ້ທ່ານ Abe ຄອງອຳນາດ ຕໍ່ໄປ


ຊາຍຄົນນຶ່ງ ກຳລັງປ່ອນບັດ ທີ່ນະຄອນຫຼວງ ໂຕກຽວ, ວັນທີ 14 ທັນວາ 2014.
ຊາຍຄົນນຶ່ງ ກຳລັງປ່ອນບັດ ທີ່ນະຄອນຫຼວງ ໂຕກຽວ, ວັນທີ 14 ທັນວາ 2014.

ບັນດາ​ຜູ້​ປ່ອນ​ບັດ​ໃນ​ຍີ່ປຸ່ນ ພາກັນ​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ໃນ
​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ຊຶ່ງ​ເບິ່ງ​ຄື​ວ່າ ຈະອຳນວຍ​ໃຫ້​ນາຍົກ
ລັດຖະມົນຕີ Shinzo Abe ​ແລະ​ພັກ​ປະຊາທິປັດ​ຂອງ​ທ່ານ
ຄອງ​ອຳນາດ​ຢູ່​ຕໍ່​ໄປ.

ອີງ​ຕາມ​ການ​ສຳ​ຫຼວດຫາງ​ສຽງ​ປະຊາຊົນ​ກ່ອນ​ການເລືອກຕັ້ງ​
ນັ້ນ ຄາດ​ວ່າ ຜົນການ​ປ່ອນ​ບັດ​ໃນ​ມື້​ນີ້ ທີ່​ຖື​ວ່າ​ເປັນການ​ລົງ​ປະ
ຊາ​ມະຕິ​ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ຂອງ​ທ່ານ Abe ນັ້ນ
​ຈະ​ບໍ່​ໃກ້​ຄຽງ​ກັນ. ບັນດາ​ນັກ​ວິເຄາະ​ພາກັນ​ທຳນາຍ​ວ່າ ພັກ​ປະ
ຊາທິປັດ ຫຼື LDP ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ແລະຄູ່​ພາຄີ​
ທີ່​ເປັນ​ພັກ​ນ້ອຍ​ກ່ວາ ຮວມຢູ່ໃນພັກ​ແນວ​ໂຮມ​ປະສົມນັ້ນ ຈະ​ຊະນະ
​ບ່ອນ​ນັ່ງ​ຫຼາຍ​ກວ່າ 300 ບ່ອນໃນ​ຈຳນວນ​ ທັງ​ໝົດ 475 ບ່ອນຢູ່​ໃນ​ສະພາ​ຕ່ຳ​ນັ້ນ.

ຄາດ​ວ່າການ​ນັບ​ບັດ​ຄະ​ແນນ​ສຽງ ຈະເລີ້ມ​ຂຶ້ນ​ໃນ​ຄໍ່​າ​ຄືນ​ວັນ​ອາທິດ​ມື້​ນີ້ ພ້ອມ​ກັບຜົນ​ການ
ເລືອກ​ຕັ້ງ​ທີ່​ເຊື່ອ​ຖື​ໄດ້ ຈາກການ​ຢັ່ງ​ສຽງ​ບັນດາ​ຜູ້​ປ່ອນ​ບັດ ​ຫຼັງ​ຈາກ​ປ່ອນ​ບັດ​ແລ້ວນັ້ນ ຈະ​ຮູ້​ໄດ້ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ ​ອັດ​ການ​ປ່ອນ​ບັດ​ລົງ​ແລ້ວ.

ການ​ໄດ້​ຮັບ​ສິດ​ຈາກ​ຜູ້​ປ່ອນ​ບັດ​ຄັ້ງ​ໃໝ່ ຈະ​ອຳນວຍ​ໃຫ້​ທ່ານ Abe ​ມີເວລາ​ຕື່ມ​ອີກ 4 ປີ
ເພື່ອ​ຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ທີ່​ຫຍຸ້ງຍາກ​ຕ່າງໆ ຮວມທັງ​ການ​ລົດ​ໜີ້​ສິນ​ຈຳນວນ
ມະຫາສານຂອງ​ປະ​ເທດ​ລົງ ​ແລະປັບປຸງ​ໂຄງ​ສ້າງຂອງ​ພາກສ່ວນ​ການ​ກະ​ເສດ ​ຄືນ​ໃໝ່.

japansnappoll14december14
please wait

No media source currently available

0:00 0:00:37 0:00

XS
SM
MD
LG