ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຍີ່ປຸ່ນ ຮຽກຮ້ອງໃຫ້ ເກົາຫຼືເໜືອຮັບຜິດຊອບ ສຳລັບພວກພົນລະເມືອງຍີ່ປຸ່ນ ທີ່ຖືກລັກພາໂຕໄປ


ທ່ານ Junichi Ihara, ເອກອະທິບໍດີ ກົມກິດຈະການເອເຊຍ. ຂອງກະຊວງການຕ່າງປະເທດ ຍີ່ປຸ່ນ.
ທ່ານ Junichi Ihara, ເອກອະທິບໍດີ ກົມກິດຈະການເອເຊຍ. ຂອງກະຊວງການຕ່າງປະເທດ ຍີ່ປຸ່ນ.

ບັນດາ​ຜູ​້ແທນ​ຈາກ​ຍີ່ປຸ່ນ ​ແລະ ​ເກົາຫຼີ​ເໜືອ ​ໄດ້​ພົບ​ປະກັນ​ຢູ່​ໃນ
​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນ
ທະນາ​ກັນ​ເລື້ອງ​ການລັກ​ຈັບ​ໂຕ​ພົນລະ​ເມືອງ​ຍີ່ປຸ່ນ​ໄປ ​ໂດຍ
​ພວກ​ສາຍ​ລັບ​ເກົາຫຼີ​ເໜືອ ​ເມື່ອ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາແລ້ວ
ນັ້ນ.

​ໃນ​ລະຫວ່າງ​ການ​ພົບ​ປະ​ກັນ​ເປັນ​ເວລາ​ນຶ່ງ​ມື້ ທີ່​ເມືອງ Shen
yang ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Junichi Ihara ນັກ​ການ​ທູດ​ຂັ້ນ
​ສູງ​ສຸດ​ຂອງ​ຍີ່ປຸ່ນ ທີ່​ກຳກັບ​ນຳ​ກິດຈະການ​ເອ​ເຊຍ ​ໄດ້​ຮຽກຮ້ອງ
​ໃຫ້ຄູ່​ຕຳ​ແໜ່​ງ ທ່ານ Jong Il Ho ​ດຳ​ເນີນ​ການ​ສືບສວນ​ສອບ​
ສວນຢ່າງຮອບດ້ານ​ ກ່ຽວ​ກັບການ​ລັກພາ​ໂຕ​ຜູ້​ຄົນ​ເຫຼົ່າ​ນີ້ໄປ
ໃນ​ປາງ​ສົງຄາມ​ເຢັນ ​ແລະ​ໃຫ້​ແຈ້ງ​ຜົນ​ຂອງ​ການ​ສືບ​ສວນ​ໃຫ້​ຊາບໂດຍ​ໄວ.

ເກົາຫຼີ​ເໜືອແມ່ນ​ໄດ້​ມີ​ກຳນົດທີ່​ຈະ​ຕ້ອງ​ ເປີດ​ເຜີຍ​ລາຍ​ງານ​ສະບັບ​ທຳ​ອິດ​ຂອງຕົນ​ ກ່ຽວ​ກັບ
ຜົນ​ການ​ສືບ​ສວນສອບ​ສວນໃຫ້​ຊາບ​ໃນ​ເວລາ​ນີ້ແລ້ວ ແຕ່​ພຽງ​ຢາງ​ໄດ້​ແຈ້ງ​ໃຫ້​ໂຕ​ກຽວຊາບ​
ວ່າ ການ​ສືບສວນ​ສອບ​ສວນ​ຍັງ​ຢູ່​ໃນ​ຂັ້ນ​ຕົ້ນຢູ່ ​ແລະ​ເກົາ​ຫຼື​ເໜືອ​ຈະ​ບໍ່​ສາມາດ​ສະໜອງ​ລາຍ
ລະອຽດໃດໆໃຫ້​ໄດ້​ໃນ​ເວລາ​ນີ້.

​ເກົາຫຼີ​ເໜືອ​ໄດ້​ຍອມຮັບວ່າ ຕົນ​ໄດ້​ລັກ​ຈັບ​ໂຕ​ພົນລະ​ເມືອງ​ຍີ່ປຸ່ນ​ໄປ​ໃນ ຊຸມ​ປີ 1970 ​ເພື່ອ​ໄປ​ເຝິກ​ແອ​ບ​ພວກສາຍ​ລັບ​ຂອງ​ຕົນ. ​ເກົາຫຼີ​ເໜືອ​ໄດ້​ສົ່ງ​ພົນລະ​ເມືອງ​ຍີ່ປຸ່ນ 5 ຄົນ​ຄືນ​ໃຫ້​ຍີ່ປຸ່ນ ​ແຕ່​ອ້າງ​ວ່າ ຈຳນວນ​ສິບ​ກວ່າ​ຄົນ ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.

japannokor29september14
please wait

No media source currently available

0:00 0:00:59 0:00

XS
SM
MD
LG