ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຮຽກ​ເອກ​ອັກຄະ​ລັດຖະທູດ​ຈີນ ເຂົ້າພົບ ເພື່ອຍື່ນປະທ້ວງ


Japan China Islands
please wait
Embed

No media source currently available

0:00 0:00:39 0:00

ໃນ​ວັນ​ພະຫັດ​ມື້​ນີ້ ຈີນ ​ໄດ້​ຕອບ​ໂຕ້​ຕໍ່​ຄຳ​ເຕືອນ​ຈາກໂຕ​ກຽວ ບໍ່​ເທົ່າ​ໃດຊົ່ວ​ໂມງ ຫຼັງຈາກ​ຍີ່ປຸ່ນ ໄດ້​ສະ​ແດງ​ອອກຊຶ່ງຄຳ​ປະຕິຍານ​ຢ່າງ​ແຂງ​ຂັນ ທີ່​ຈະ​ປົກ​ປ້ອງເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ ຫຼັງຈາກ​ທີ່​ຈີນ​ໄດ້​ສົ່ງ​ເຮືອ​ລາດຕະ​ເວນລຳ​ນຶ່ງ ​ແລ່ນ​ເຂົ້າ​ໄປ​ໃກ້ໆ​ໝູ່​ເກາະ​ທີ່​ຮູ້​ກັນ​ໃນ​ຍີ່ປຸ່ນ ​ວ່າ ​ Senkaku ຊຶ່ງ​ທັງ​ສອງ​ຝ່າຍຕ່າງ​ກໍ​ອ້າງ​ເອົາ​ເປັນ​ກຳມະສິດ​ນັ້ນ.

​ໝູ່ເກາະ Diaoyu ແມ່ນ​ເປັນຂອງ​ຈີນ ນັ້ນຄື​ການ​ກ່າວ​ຢືນຢັນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ທີ່​ນະຄອນຫຼວງ​ປັກ​ກິ່ງ ​ໂດຍ​ໂຕ້​ຖຽງວ່າ ກອງ​ທັບ​ເຮືອ​ຂອງ​ຕົນ ມີ​ສິດ​ໃນ​ການ​ທີ່​ຈະ​ເດີນ​ເຮືອຜ່ານ​ເຂດ​ນ່ານນ້ຳດັ່ງກ່າວ​.

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ທ່ານ Akitaka Saiki ຮຽກ​ເອກ​ອັກຄະ​ລັດຖະທູດ​ຈີນ ທ່ານ Cheng Yonghua ເຂົ້າພົບ ໃນເວລາ 2 ​ໂມງ​ເຊົ້າ ​ໃນ​ຂະນະ​ທີ່ ​ເຫດ​ການ​ ​ດັ່ງກ່າວ​ກຳລັງ​ເກີດ​ຂຶ້ນ​ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ເພື່ອ​ສະ​ແດງ “​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ ​ຢ່າງ​ແທ້​ຈິງ” ​ແລະ​ກໍ​ຍື່ນ​ປະ​ທ້ວງ ອິງ​ຕາມ​ລາຍ​ງານ​ຂອງ​ກະຊວງການ​ຕ່າງປະ​ເທດ​ຍີ່ປຸ່ນ.

​ທ່ານ Yoshihide Suga ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານ​ຍີ່ປຸ່ນ ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະຄອນຫຼວງ​ໂຕ​ກຽວ​ວ່າ ຍີ່ປຸ່ນ ຈະ​ປົກ​ປ້ອງໝູ່​ເກາະ Senkaku “ໂດຍ​ທຸກໆ​ວິທີ” ​ແລະກຳ​ປັ່ນ​ຈີນ ທີ່ແລ່ນ​ຜ່ານ​ໄປ​ໃນ​ຕອນເຊົ້າ​ວັນ​ພະຫັດ​ມື້​ນີ້ ຢູ່ນອກ​ເຂດ ນ່ານນ້ຳຂອງ​ຍີ່ປຸ່ນໜ້ອຍ​ນຶ່ງ​ນັ້ນ ແມ່ນ​ເລື້ອງທີ່​ຮ້າຍ​ແຮງ ແລະ​ເປັນ “ການ​ເພີ້​ມທະວີ​ຄວາມ​ເຄັ່ງ​ຕຶງຂຶ້ນ​ຕາມ​ລຳພັງ​ພຽງ​ຝ່າຍ​ດຽວ.”

ກຳ​ປັ່ນ​ລາດຕະ​ເວນ​ຂອງ​ຈີນ ​ໃນ​ບາງ​ຄັ້ງບາງ​ຄາວ ​ໄດ້​ແນມ​ເຫັນ​ຢູ່​ໃກ້ໆ​ຫລື​ແລ່ນ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເຂດ​ນ່ານນ້ຳ​ທີ່ຍີ່ປຸ່ນ ຖື​ວ່າ​ເປັນ​ເຂດ​ແດນ​ຂອງ​ຕົນ ​ແຕ່​ວ່າເຫດການໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ເປັນ​ຂີດ​ໝາຍ​ຄັ້ງ​ທຳອິດ ທີ່​ກຳ​ປັ່ນກອງທັບ​ເຮືອ​ຂອງ​ຈີນ ​ໄດ້​ເດີນເຂົ້າ​ໄປ​ໃນ​ຂົງ​ເຂດ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ກ່າວ​ວ່າ ນາ​ຍັກ​ລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ສັ່ງ​ການໃຫ້ ລັດຖະບານ​ຂອງ​ທ່ານປະສານ​ງານ​ກັບສະຫະລັດ ​ແລະ​ບັນດາປະ​ເທດ​ອື່ນໆ​ນຳ ກ່ຽວ​ກັບ​ເຫດການ ​ທີ່​ວ່າ​ນີ້.

​ເຮືອ​ພິຄາດ​ຕິດລູກ​ສອນ​ໄຟນຳ​ວິຖີ Setogiri ຂອງ​ກອງ​ກຳລັງ​ປ້ອງ​ກັນ​ຕົວ​ເອງຂອງຍີ່ປຸ່ນ ​ ໄດ້​ຢືນຢັນ​ວ່າ ກຳ​ປັ່ນ​ຂອງ​ຈີນ ​ໄດ້ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ປ້ອງ​ກັນ​ທາງ​ພາກ​ຕາ​ເວັນ​ອອກສຽງ ​ເໜືອ​ຂອງ​ເກາະ Kuba ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງໝູ່ເກາະ Senkaku ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ ​ແລະໄດ້ຈອດ​ຢູ່​ທີ່​ນັ້ນ ​ເປັນ​ເວລາ​ 2 ຊົ່ວ​ໂມງ​ເຄິ່ງ ອິງ​ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG