ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕະຫຼາດຮຸ້ນ ຍີ່ປຸ່ນ ຖີບຕົວຂຶ້ນ ສູ່ລະດັບສູງສຸດ ໃນຮອບ 7 ປີ


Japan Economy VO
please wait
Embed

No media source currently available

0:00 0:00:51 0:00

ຮຸ້ນ​ຂອງ​ຍີ່ປຸ່ນໄດ້​ຖີບ​ຕົວຂຶ້ນ​ສູງ​ສຸດໃນຮອບ 7 ​ໃນ​ວັນ​ອັງຄານ​ມື້​ນີ້
ສືບ​ຕໍ່​ຈັງ​ຫວະແຮງຂັບ ດັນໃນ​ອາທິດ​ແລ້ວ ​ທີ່ໂຕ​ກຽວໄດ້ຂະຫຍາ​ຍ
ການ​ກະຕຸກຊຸກຍູ້ເສດຖະກິດ ແບບ​ທີ່​ບໍ່​ໄດ້​ຄາດ​ຫວັງ​ໄວ້ນັ້ນ.

ດັດຊະ​ນີຮຸ້ນ Nikkei ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ 2.7 ເປີເຊັນ ຫຼື​ເກືອບ 450
ເຢນ ​ເປັນ 16,862 ເຢນ ໃນຕອນ​ປິດ​ຕະຫຼາດ.

ນີ້​ເປັນ​ມື້​ທຳ​ອິດ ທີ່ບັນດາຕະຫຼາດຫຸ້ນ ໄດ້​ໄຂ​ຄືນອີກ ນັບ​ຕັ້ງ​ແຕ່​ວັນ
ສຸກ​ແລ້ວ ເວລາທີ່ຮຸ້ນ Nikkei ຖີບຕົວສູງຂຶ້ນ 4.8 ເປີເຊັນ ຊຶ່ງເປັນການຂຶ້ນລາຄາຫຼາຍ​ທີ່​ສຸດ​ຕໍ່ມື້ໃນ​ຮອບ 18 ​ເດືອນ.

ການຖີບຕົວຂຶ້ນຂອງລາຄາຮຸ້ນ​ນີ້ ​ແມ່ນ​ເລີ້ມຈາກການເຄື່ອນໄຫວແບບບໍ່ຄາດຝັນ​ຂອງຍີ່​ປຸ່ນ ເພື່ອ​ເພີ້​ມເງິນ​ໝູນວຽນເຂົ້າ​ໃນເສດຖະກິດຂອງຕົນ ສຳລັບຊ່ວຍປ້ອງກັນສະພາບ
ເງິນຝືດ ນັ້ນ.

ທະນາຄານ​ກາງ​ຂອງ​ຍີ່ປຸ່ນ ​ໄດ້​ຕັດສິນໃຈທີ່​ຈະ​ເພີ້​ມ​ເງິນ​ 182 ພັນ​ລ້ານ​ໂດ​ລ່າ​ເຂົ້າ​ໃນ​ການ ພະຍາຍາມຊື້ຊັບສິນຂອງຕົນ ​ໂດຍເຮັດ​ໃຫ້​ມີ​ເງິນເພີ້ມຂຶ້ນ​ເປັນຈຳນວນທັງ​ໝົດ 725 ພັນ​ລ້ານ​ໂດ​ລ່າ ​ຕໍ່ປີນັ້ນ.

ການ​ເສດຖະກິດ​ຍີ່ປຸ່ນ ​ໄດ້​ປະ​ເຊີນກັບບັນຫາ ນັບ​ຕັ້ງ​ແຕ່ລັດຖະບານ​ໄດ້​ເພີ້​ມພາສີ​ບໍລິ​ໂພ​ກ
​ໃນ​ເດືອນເມສາ​ຜ່ານ​ມາ​ນີ້ ​ເພື່ອ​ຮັບມືກັບ​ໜີ້​ສິນ​ສາທາລະນະ​ຈຳນວນມະຫາສານຂອງ​ຍີ່ປຸ່ນ​ນັ້ນ.

XS
SM
MD
LG