ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຕະຫຼາດຮຸ້ນ ຂອງຍີ່ປຸ່ນ ຖີບໂຕສູງຂື້ນ ເປັນປະຫວັດການ


ຜູ້ຊາຍຄົນນຶ່ງ ເບິ່ງກະດານໄຟຟ້າ ທີ່ລາຍງານຕະຫລາດຮຸ້ນ ຢູ່ ນະຄອນໂຕກຽວ
ຜູ້ຊາຍຄົນນຶ່ງ ເບິ່ງກະດານໄຟຟ້າ ທີ່ລາຍງານຕະຫລາດຮຸ້ນ ຢູ່ ນະຄອນໂຕກຽວ

ຕະຫລາດ​ຮຸ້ນຍີ່​ຢຸ່ນ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້ມີລາຄາສູງຂຶ້ນ​ຫຼາຍທີ່
ສຸດ ພາຍໃນມື້ນຶ່ງ ໃນຮອບເກືອບ​ເຈັດ​ປີ​ທີ່​ຜ່ານ​ມາ ຫລັງ​ຈາກ
ນາຍົກລັດຖະມົນຕີ Shinzo Abe ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ທີ່​ຈະ​
ຕັດ​ອັດຕາ​ພາສີ​ບໍລິສັດ. ​

​ດັດຊະນີ Nikkei ມີລາຄາສູງຂຶ້ນ​ຢ່າງໜ້າ​ຕື່ນ​ຕົກ​ໃຈ​ເຖິງ 7.7
​ເປີ​ເຊັນໃນຕອນ ອັດຕະຫລາດ ຊຶ່ງນັ້ນ​ແມ່ນ​ເປັນ​ການ​ຂຶ້ນລາ
ຄາ ​ທີ່​ສູງ​ສຸດພາຍໃນ​ນຶ່ງ​ມື້ ນັບ​ແຕ່​ເດືອນຕຸລາ ປີ 2008 ເປັນ
ຕົ້ນມາ.

ສ່ວນຕະ​ຫລາດ​ຮຸ້ນແຫ່ງ​ອື່ນໆ​ໃນ​ເອ​ເຊຍ ກໍ​ໄດ້​ຂຶ້ນລາຄາ​ເຊັ່ນ​ດຽວ​ກັນ. ດັດຊະນີ​ຮຸ້ນ Hang
Seng ຂອງ Hong Kong ​ໂດດ​ຂຶ້ນ​ເຖິງ 4 ​ເປີ​ເຊັນ. ດັດຊະນີ​ຮຸ້ນ Kospi ຂອງ​ເກົາຫລີ​ໃຕ້
ກໍສູງຂື້ນ 2.8 ​ເປີ​ເຊັນ ແລະດັດຊະນີຮຸ້ນຂອງນະ ຄອນ Shanghai ​ກໍສູງຂື້ນ 2.3 ​ເປີ​ເຊັນ.

ບັນດາ​ນັກ​ລົງທຶນປາກົດ​ວ່າໄດ້ຮັບກຳລັງໃຈຈາກຄຳ​ຖະ​ແຫຼງຂອງນາຍົກລັດຖະ ມົນຕີ
Abe ທີ່​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ປີໜ້າ​ຈະ​ຕັດ​ອັດຕາ​ພາສີ​ຂອງ ​ບໍລິສັດທີ່ຖືກ​ຈັດວ່າຢູ່​ໃນ​
ລະດັບ​ສູງສຸ​ດຂອງ​ໂລກ.

ຕະຫຼາດ​ຮຸ້ນ​ເອ​ເຊຍ ຍັງ​ໄດ້​ຕິດຕາມ​ການ​ນຳພາ​ຂອງຕະຫຼາດຮຸ້ນ Wall Street ສະຫະລັດ
ຊຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້​ ໄດ້ມີລາຄາສູງຂຶ້ນ ຫຼາຍເປັນອັນດັບສອງ ພາຍໃນປີນີ້.

ຕະຫລາດຂອງ​ຮຸ້ນ​ໂລກ​ ໄດ້ມີລາຄາ​ຂື້ນໆ​ລົງໆ​ຢ່າງ​ຫຼວງຫຼາຍໃນ​ໄລຍະສອງ​ສາມ​ເດືອນທີ່
​ຜ່ານ​ມານີ້ ທ່າມກາ​ງຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການຊັກຊ້າລົງຂອງ​ເສດຖະກິດ​ຈີນ​ ທີ່​ໃຫຍ່
ເປັນ​ອັນ​ດັບ​ສອງ​ຂອງ​ໂລກ.

ດັດ​ຊະນີຮຸ້ນປະສົມຂອງນະຄອນ Shanghai ​ໄດ້​ຕົກລາຄາ​ເຖິງ 40 ​ເປີ​ເຊັນ ນັບ​ແຕ່​
ເດືອນ​ມິຖຸນາເປັນຕົ້ນມາ ​ເຮັດ​ໃຫ້​ປັກ​ກິ່ງຕ້ອງ​ເຂົ້າ​ມາ​ພົວພັນ​ເພື່ອ​ຮັກສາ ລາຄາຂອງຕະຫລາດເອົາໄວ້.

ປັກ​ກິ່ງ ​ໄດ້​ໃຊ້​ເງິນ​ເຖິງ 236 ພັນ​ລ້ານ​ໂດ​ລາ ​ໃນ​ຄວາມ​ພະຍາຍາມເພື່ອ​ສະ ໜັບສະໜູນ
ຕະຫລາດ​ຮຸ້ນ​ ທີ່​ໄດ້ຕົກ​ລາຄາໄປໃນໄລຍະ​ສາມ​ເດືອນ​ທີ່​ຜ່ານ​ມາອີງ​ຕາມນັກວິ​ເຄາະຜູ້
​ນຶ່ງໃນອາທິດ​ນີ້​ຂອງບໍລິສັດ Goldman Sachs.

ຍຸດ​ທະ​ສາດສ່ວນໃຫຍ່ແລ້ວ​ໄດ້​ຍຸດຕິການ​ຕົກລາຄາແບບຄວບຄຸມບໍ່ໄດ້ ​ແຕ່​ວ່າ​ບັນດາ​
ນັກວິ​ເຄາະ​ຫລາຍ​ທ່ານຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ​ຍຸດ​ທະ​ສາດ​ທີ່​ອາດ ຈະບໍ່ສ້າງສັນ​
ໃນ​ລະຍະ​ຍາວ.

Global Economy
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG