ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕະຫຼາດຮຸ້ນ ຍີ່ປຸ່ນ ຂະຫຍາຍຕົວ ຖ້າມກາງ ຂໍ້ມູນດ້ານ ເສດຖະກິດ ທີ່ບໍ່ດີ


ແມ່ຍິງຄົນໜຶ່ງຍ່າງຜ່ານຮ້ານຂາຍເຄື່ອງ ຂ້າງຖະໜົນ ຊັອບປິ້ງ ໃນນະຄອນຫຼວງ ໂຕກຽວ. 15 ກຸມພາ 2016.
ແມ່ຍິງຄົນໜຶ່ງຍ່າງຜ່ານຮ້ານຂາຍເຄື່ອງ ຂ້າງຖະໜົນ ຊັອບປິ້ງ ໃນນະຄອນຫຼວງ ໂຕກຽວ. 15 ກຸມພາ 2016.

ລາຄາຕະຫຼາດຮຸ້ນໃນນະຄອນຫຼວງ ໂຕກຽວ ໄດ້ຟື້ນຕົວຂຶ້ນຢ່າງ ໜ້າ ປະທັບໃຈໃນ ວັນຈັນມື້ນີ້ ເຖິງແມ່ນວ່າຈະໄດ້ມີການເປີດເຜີຍ ເຖິງຂໍ້ມູນ ທີ່ຮ້າຍແຮງກວ່າທີ່ຄາດເອົາໄວ້ ເຊິ່ງສະແດງໃຫ້ເຫັນ ເຖິງເສດຖະກິດຂອງ ຍີ່ປຸ່ນ ທີ່ຕົກຕ່ຳຕໍ່ໄປອີກກໍຕາມ.

ຕະຫຼາດຮຸ້ນ Nikkei ໄດ້ຂະຫຍາຍຕົວເພີ່ມຂຶ້ນຫຼາຍກວ່າ 1,000 ຈຸດ, ເປັນການ ໄດ້ຮັບເກືອບ 7.2 ເປີເຊັນໃນຕອນປິດການຊື້ຂາຍ ໃນວັນຈັນມື້ນີ້, ຫຼັງຈາກໄດ້ ສູນເສຍຢ່າງໜັກໃນສັບປະດາທີ່ຜ່ານ ມາ.

ທ່ານ Tobias Harris ນັກວິເຄາະຄວາມສ່ຽງທາງດ້ານການເມືອງ ທີ່ບໍລິສັດທີ່ ປຶກສາ Teneo Intelligence ກ່າວວ່າ “ຂ້າພະເຈົ້າຄິດ ວ່າມັນຄົງຈະເປັນການ ປະຕິບັດໜ້າທີ່ຂອງຄວາມຫວັງທີ່ເພີ່ມຂຶ້ນ ເຊິ່ງ ທະນະຄານແຫ່ງ ຍີ່ປຸ່ນ ຈະດຳ ເນີນການ ໃນບໍ່ຊ້າກໍໄວ ເພື່ອນຳສະເໜີມາດຕະການຕົວກະຕຸ້ນ ໃໝ່.”

ດັດຊະນີຕະຫຼາດຮຸ້ນ ຍີ່ປຸ່ນ ຫຼື TOPIX ໄດ້ເພີ່ມຂຶ້ນ 8.8 ເປີເຊັນໃນ ວັນຈັນມື້ນີ້, ເຊິ່ງເປັນວັນທີ່ ດີທີ່ສຸດຂອງພວກເຂົາເຈົ້າໃນຮອບຫຼາຍກວ່າ 7 ປີ ຫຼັງຈາກໄດ້ຫຼຸດ ລົງເຖິງ 13 ເປີເຊັນໃນສັບ ປະດາທີ່ຜ່ານມາ.

ນັກລົງທຶນຫຼາຍຄົນໄດ້ພິຈາລະນາວ່າ ພາວະຕົກຕ່ຳຂອງການຂາຍຫຼາຍກວ່າທີ່ ຜະລິດໄດ້ຢ່າງ ຫຼວງຫຼາຍນັ້ນ ແລະ ພ້ອມກັບການຍົກເລີກຂອງ ຕົວເລກທີ່ໄດ້ຖືກ ເປີດເຜີຍໃນຕອນເຊົ້າຂອງ ມື້ນີ ໄດ້ສະແດງໃຫ້ເຫັນ ການຕົກຕ່ຳຂອງເສດຖະກິດ 1.4 ເປີເຊັນທີ່ລະດັບປະຈຳປີໃນ 3 ເດືອນສຸດທ້າຍຂອງປີກາຍນີ້. ນັ້ນແມ່ນການ ຕົກຕ່ຳທີ່ຮ້າຍແຮງກວ່າ ຕາມທີ່ໄດ້ພະຍາກອນ ເອົາໄວ້ 1.2 ເປີເຊັນນັ້ນ.

XS
SM
MD
LG