ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ເກົາຫລີໃຕ້ ເຕືອນກ່ຽວກັບ ການຍິງ ລູກສອນໄຟ ຂອງ ເກົາຫລີເໜືອ


North Korea Possibly Preparing Again to Test Fire Musudan Missile
please wait

No media source currently available

0:00 0:00:52 0:00

​ເກົາຫລີ​ເໜືອ​ປາກົດ​ວ່າ ​ໄດ້​ສົ່ງລູກ​ສອນ​ໄຟ​ຂີປະ​ນາ​ວຸດ​ໄປຝັ່ງ​ທະ​ເລ​ຕາ​ເວັນ​ອອກ ​ແຕ່ບໍ່​ມີ​ຮ່ອງ​ຮອຍ​ໃນ​ການ​ຕຽມຍິງໂດຍທັນ​ໃດ ອີງ​ຕາມ​ແຫລ່ງຂ່າວ ລັດຖະບານ​ທີ່​ບໍ່​ບອກ​ຊື່.

ກອງທັບ​ຍີ່​ປຸ່ນກຳລັງຕຽມ​ພ້ອມເພື່ອ​ຮັບ​ມື​ກັບ​ການ​ຍິງ​ລູກ​ສອນ​ໄຟ ​ແລະ​ທາງກອງທັບ​ເຮືອ ​ແລະ​ລູກ​ສອນ​ໄຟຕໍ່​ຕ້ານຈະ​ຫຼວດ Patriot ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຍິງທຳລາຍ ​ລູກ​ສອນ​ໄຟ​ໃດໆ ກໍ​ຕາມ ​ທີ່​ມຸ່ງ​ໜ້າ​ໄປ​ຍັງ​ຍີ່ປຸ່ນ ອີງ​ຕາມແຫ​ລ່ງຂ່າວ​ລັດຖະບານ.

ລູກ​ສອນ​ໄຟດັ່ງກ່າວ ​ສັນນິຖານ​ວ່າ ​ເປັນ​ລູກສອນ​ໄຟໄລຍະ​ກາງ Musudan ຄື​ກັນ​ກັບ​ລູກ​ສອນ​ໄຟ​ທີ່​ເກົາຫລີ​ເໜືອ ​ໄດ້​ພະ​ຍາ​ຍາມ​ທົດ​ລອງ​ແຕ່ບໍ່​ເປັນ​ຜົນສຳ​ເລັດ ສາມເທຶ່ອ​ໃນ​ເດືອນ​ເມສາຜ່ານ​ມາ. ​ໃນການ​ຍິງ​ອີກ​ເທື່ອ​ນຶ່ງນັ້ນ ຊຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ວ່າ​ເປັນລູກ​ສອນ​ໄຟ Musudan ນັ້ນ ກໍ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ໃນ​ເດືອນ​ພືດ​ສະພາຜ່ານ​ມາ.

ມີລາຍ​ງານ​ວ່າ ລູກ​ສອນ​ໄຟນີ​ ມີ​ລັດສະໝີ 3,000 ຫາ 4000 ກິ​ໂລ​ແມັດ ຊຶ່ງ​ຖ້າ​ຫາກ​ຍິງ​ຢ່າງ​ເປັນ​ຜົນ​ສຳ​ເລັດ ​ອາດ​ສາມາດ​ໄປເຖິງເປົ້າ​ໝາຍ​ໃນຍີ່​ປຸ່ນ ຈີນ ​ແລະເກາະ​ກວມ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊາດ ​ໄດ້​ຫ້າມ​ເກົາບໍ່​ໃຫ້ຫລີ​ເໝືອ​ໃນການ​ພັດທະນາອາ ວຸດນິວເຄລຍ ​ແລະ​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ຈີນທີ່​ເປັນ​ພັນທະ​ມິດ​ສຳຄັນຂອງເກົາຫລີ​ເໜືອ​ໄດ້​ຮຽກຮ້ອງ​ລັດຖະບານ​ຂອງ​ປະທານາ ທິບໍດີ Kim Jong Un ກັບ​ຄືນ​ເຂົ້າ ຮ່ວມ​ການ​ເຈລະຈາ​ຂອງ​ນາໆ​ຊາດ ​ແລະທັບ​ມ້າງ​ໂຄ​ງການ​ນິວ​ເຄລຍຂອງ ​ເພື່ອຮັບ​ເອົາການ​ຊ່ວຍ​ເຫລືອທາງ​ດ້ານເສດຖະ ກິດ ​ແລະ​ການຄໍ້າປະກັນ​ຄວາມ​ປອດ​ໄພ.​

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG