ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີ​ໃຕ້​ ບໍ່​ໃຫ້​ຄວາມ​ສຳຄັນ​ ຕໍ່ຂໍ້​ສະ​ເໜີ​ ຂອງຍີ່ປຸ່ນ


ເກົາຫບີໃຕ້ບໍ່ໃຫ້ຄວາມສໍຄັນຕໍ່ຂໍ້ສະເນ ຂອງີຍີ່ປຸ່ນ
ເກົາຫບີໃຕ້ບໍ່ໃຫ້ຄວາມສໍຄັນຕໍ່ຂໍ້ສະເນ ຂອງີຍີ່ປຸ່ນ
ເກົາຫຼີ​ໃຕ້​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ຂໍ້​ສະ​ເໜີ​ສະບັບ​ນຶ່ງ​ໂດຍ​ຍີ່ປຸ່ນ ທີ່​ຈະ​ນໍາ​ເອົາ​ຂໍ້​ຂັດ​ແຍ້​ງ
ກ່ຽວກັບ​ເກາະ​ໝູ່​ນຶ່ງ ທີ່​ມີ​ມາ​ດົນ​ນານ​ແລ້ວ​ນັ້ນ ສະ​ເໜີ​ຕໍ່​ສານ​ໂລກ.

ທ່ານ Kim Sung-hwan ລັດຖະມົນຕີ​ຕ່າງປະ​ເທດ​ເກົາຫຼີ​ໃຕ້​ ກ່າວເມື່ອ​ວັນອັງຄານ​ມື້​ນີ້​ວ່າ ຂໍ້​ສະ​ເໜີ​ດັ່ງກ່າວ ບໍ່​ຄຸ້ມ​ຄ່າ​ທີ່​ຈະ​ນໍາ​ເອົາ​ມາ​ພິດ​ຈາລະ​ນາ ​ແລະ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ ​ຈົ່ງ​ປະ​ຖິ້ມ​ການ​ອ້າງ​ເອົາກໍາມະສິດ​ໃນ​ໝູ່ ເກາະ​ດັ່ງກ່າວ​ນັ້ນ.

ກ່ອນ​ໜ້າ​ນີ້ ຄະນະ​ລັດຖະບານ​ຍີ່ປຸ່ນ ກ່າວ​ວ່າ ຕົນ​ຈະ​ຮ້ອງ​ຂໍຢ່າງ​ເປັນ​ທາງ ການ​ໃຫ້​ເກົາ​ຫຼີ​ໃຕ້​ເຂົ້າຮ່ວມ​ນຳ ​ເພື່ອ​ຫາຫາ​ທາງ​ແກ້​ໄຂ ຢູ່​ທີ່​ສານໂລກ ຊຶ່ງ ຕັ້ງ​ຢູ່​ກຸງ​ເຮກ ປະ​ເທດ​ເນ​ເທີ​ແລນ​ດ໌ນັ້ນ. ​ເວັ້ນ​ເສຍ​ແຕ່​ວ່າທັງສອງ​ຝ່າຍ​ເຫັນ​ພ້ອມນຳ​ກັນ ສານ​ຈະບໍ່​ສາມາດ​ດໍາ​ເນີນການພິດ​ຈາລະ​ນາໃນເລຶ່ອງນັ້ນ​ໄດ້.

ຂໍ້​ຂັດ​ແຍ້​ງດ້ານເຂດ​ນໍ້າ​ແດນ​ດິນ​ທີ່​ຍືດ​ເຍື້ອມາ​ໄດ້​ຫຼາຍສິບ​ປີ​ແລ້ວ​ນັ້ນ ​ໄດ້ ​ຂະຫຍາຍ​ເພີ່ມ​ຂຶ້ນ​ໃນ​ຕັ້ນ​ເດືອນນີ້ຫຼັງຈາກ​ທ່ານ ລີ ມຽງ​ບັກ ປະທານາທິ ບໍດີ​ເກົາຫຼີ​ໃຕ້ ​ໄດ້ໄປຢ້ຽມຢາມ​ໝູ່​ເກາະ​ດັ່ງກ່າວ ທີ່​ມີ​ຊື່​ໃນ​ພາສາ​ຍີ່ປຸ່ນ​ວ່າໝູ່ເກາະ Takeshima ​ແລະ Dokdo ​ໃນ​ພາສາ​ເກົາຫຼີ​ໃຕ້.

ທ່ານ Yoshihiko Noda ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ ຍັງ​ໄດ້​ບອກ​ຕໍ່​ກອງ ປະຊຸມ​ບັ້ນ​ນຶ່ງ​ຂອງ​ຄະນະ​ລັດຖະມົນຕີ​ລັດຖະບານ​ເມື່ອ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ໃຫ້​ຊອກ​ຫາ​ວິທີ​ທາງ​ອື່ນ​ ແກ້​ໄຂ​ບັນຫາ​ການ​ບໍ່​ເຫັນ​ພ້ອມ​ກັນ​ນີ້.

ມີ​ລາຍ​ງານ​ວ່າ ​ໂຕ​ກຽວ​ກໍາລັງ​ພິດ​ຈາລະ​ນາ ວ່າ​ຈະ​ຍຸຕິ​ຂໍ້​ຕົກລົງ​ການແລ​ກ ປ່ຽນ​ເງິນຕາ​ກັນກັບ​ເກົາຫຼີ​ໃຕ້​ທີ່​ກໍາລັງ​ຈະ​ໝົດ​ອາຍຸ​ລົງ​ໃນ​ບໍ່​ຊ້າ​ນີ້ຫຼືບໍ່ ພ້ອມ ດ້ວຍ​ມາດ​ຕະການ​ອື່ນໆ​ອີກຫຼາຍປະການ​ດ້ານ​ການ​ທູດ ​ແລະ​ການ​ເສດຖະ ກິດ​ນັ້ນ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໄປຢ້ຽມຢາມ​ໝູ່ເກາະ​ດັ່ງກ່າວ​ໂດຍ​ທ່ານ​ລີ ນັ້ນ.

ໝູ່​ເກາະດັ່ງກ່າວ ​ທີ່​ໂດຍ​ສ່ວນໃຫຍ່​ບໍ່​ມີ​ຄົນ​ຢູ່​ອາໄສນັ້ນ ​ເຂົ້າ​ໃຈ​ວ່າ​ເປັນ​ບ່ອນທີ່​ອາດອຸດົມສົມບູນ​ດ້ວຍ​ພະລັງ​ງານຢ່າງຫຼວງຫຼາຍ ຊຶ່ງ​ໝູ່​ເກາະ​ເຫຼົ່າ
ນີ້ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ໂດຍ​ເກົາຫຼີ​ໃຕ້ນັບ​ຕັ້ງ​ແຕ່​ການ​ປົກຄອງແບບ​ຫົວເມືອງ​ຂຶ້ນຂອງ​ຍີ່ປຸ່ນສິ້ນສຸດ​ລົງ ລຸນຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG