ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ເປີດໃຊ້ ເຕົາປະຕິກອນ ນິວເຄລຍ ເມືອງ ເຊັນໄດ ຄືນໃໝ່


ແຜນທີ່ຂອງໂຮງງານໄຟຟ້ານິວເຄລຍ, ເມືອງເຊັນໄດ, ຍີປຸ່ນ.
ແຜນທີ່ຂອງໂຮງງານໄຟຟ້ານິວເຄລຍ, ເມືອງເຊັນໄດ, ຍີປຸ່ນ.

ບໍລິສັດ​ໄຟຟ້າ​ຂອງ ຍີ​ປຸ່ນ ​ໄດ້ເລີ່ມແລ່ນເຕົາ​ປະຕິ​ກອນ​ນິວ​ເຄລຍ ຄືນ​ໃໝ່ໃນ​ວັນ​ອັງຄານ​ມື້​ນີ້, ຊຶ່ງ​ເປັນການແລ່ນຈັກໜ່ວຍທຳ​ອິດ ​ພາຍ​ໃຕ້​ກົດ​ລະບຽບ ການຄຸ້ມຄອງຄວາມ​ປອດ​ໄພ​ໃໝ່​ ທີ່​ໄດ້ຖືກ​ຕັ້ງ​ຂຶ້ນມາ ​ຫລັງຈາກເກີດ​ໄພ​ພິບັດທີ່ ຟູ​ກູ​ຊິ​ມະ ໃນປີ 2011.

ບໍລິສັດ ​ໄຟຟ້າ Kyushu ​ໄດ້​ກ່າວ​ວ່າ ພວກ​ເຂົາ​ຄາດ​ວ່າ​ເຕົາ​ປະຕິ ກອນ ​ຢູ່​ທີ່​ໂຮງ​ໄຟຟ້າ Sendai ຈະ​ເລີ່ມຜະ​ລິດ​ໄຟຟ້າ​ໃນ​ວັນ​ສຸກ​ນີ້ ​ແລະ ຈະ​ແລ່ນເຕັມ​ກຳລັງໃນເດືອນ​ໜ້າ.

​ໂຮງໄຟຟ້ານິວ​ເຄລຍດັ່ງກ່າວ ​ໄດ້​ຖືກ​ປິ​ດລົງ​ ເປັນ​ເວລາ​ສອງ​ປີ​ເພື່ອ​ດຳ​ເນີນ​ການ​ກວດກາ​ຄວາມ​ປອດ​ໄພ. ລັດຖະບານ ຍີ່​ປຸ່ນ ຢາກນຳ​ການ​ຜະລິດພະລັງງານ​ໄຟຟ້າ​ນິວ​ເຄລຍກັບ​ຄືນ​ມາ​ ເພື່ອ​ຜະລິດ​ໄຟຟ້າເພີ່ມ​ເຕີມ​ຫຼາຍ​ກວ່າ 20 ​ເປີ​ເຊັນ​ຂອງ​ການຜະລິດ​ໄຟຟ້າ​ຂອງ​ປະ​ເທດພາຍ​ປີ 2030, ​ແຕ່​ໄດ້​ກາງຕໍ່ການ​ນຳ​ເຂົ້າ​ນ້ຳມັນ ​ໃນ​ເວລາ​ທີ່ໂຮງໄຟຟ້າ​ນິວ​ເຄລຍ​ໄດ້​ປິດ​ຢູ່​.

ປະຊາຊົນສ່ວນ​ໃຫຍ່​ຂອງ ຍີ​ປຸ່ນ ຕໍ່ຕ້ານ​ກັບ​ການ​ນຳ​ເອົາ​ເຕົາ​ປະຕິ​ກອນ​ກັບ​ມາ​ໃຊ້​ບໍລິການ​ຄືນ.

ຜູ້​ປະທ້ວງ​ຫຼາຍ​ຮ້ອຍ​ຄົນ​ໄດ້ເຕົ້າ​ໂຮມ​ກັນ​ຢູ່ທີ່​ໂຮງໄຟຟ້າ Sendai ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ສະ​ແດງ​ຄວາມ​ບໍ່​ຍິນດີຂອງ​ພວກ​ເຂົາ, ລວມທັງ​ອະ​ດີດ​ນາຍົກລັດຖະມົນຕີ Naoto Kan, ​ເຊິ່ງ​ໄດ້​ປະຈຳ​ໜ້າ​ທີ່ຢູ່​ໃນ​ເວລາ​ທີ່ເຕົາປະຕິກອນ ຂອງ​ໂຮງໄຟຟ້າ ​ຟູ​ກູ​ຊິ​ມະ ເປື່ອຍລະລາຍນັ້ນ​.

ທ່ານ Kan ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຄາດ​ຄະ​ເນ​ອຸບັດເຫດ​ໄດ້, ຍ້ອນ​ແນວ​ນັ້ນ​ອຸບັດ​ເຫດ​ຈິ່ງ​ເກີດ​ຂຶ້ນ.” “​ແລະ​ຢູ່​ທີ່​ນີ້ທຸກໆ​ຂະ​ບວນການ​ປ້ອງ​ກັນອຸບັດ​ເຫດ​ລ່ວງ​ໜ້າ​ທີ່​ຈຳ​ເປັນກໍ​ບໍ່​ໄດ້​ຖືກ​ນຳ​ໃຊ້.”

​ໄພພິບັດທີ່ ​ຟູ​ກູ​ຊິ​ມະ ​ໄດ້​ເລີ່​ມຂຶ້ນ​ດ້ວຍ​ເຫດ​ແຜນ​ດິນໄຫວ​ຂະໜາດ​ໃຫຍ່ ​ແລະ ຄື້ນຍັກ ຊຶ​ນາ​ມິ ທີ່​ໄດ້​ເຮັດ​ໃຫ້​ໂຮງໄຟຟ້ານິວ​ເຄລຍ ​ເສຍ​ຫາ​ຍ ​ແລະ ກະ​ຕຸ້ນ​ການ​ເປື່ອຍ​ລະລາຍ​ຢູ່ທີ່ໂຮງໄຟຟ້າ ນັ້ນ. ​ໄພພິບັດ​ດັ່ງກ່າວ​ໄດ້​ບັງຄັບ​ໃຫ້​ປະຊາ​ຊົນ​ຫຼາຍ​ກວ່າ 100,000 ຄົນ ​ໜີ​ອອກ​ຈາກ​ບ້ານ​ເຮືອນຂອງ​ພວກ​ເຂົາ.

Japan Nuclear
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG