ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນທຸ່ມເງິນເພີ່ມຕື່ມ ເຂົ້າໃສ່ລະບົບການເງິນ


A Kashmiri boy cries after a traditional health worker uses leeches to suck blood as part of treatment, on the outskirts of Srinagar, India.
A Kashmiri boy cries after a traditional health worker uses leeches to suck blood as part of treatment, on the outskirts of Srinagar, India.

ຕະຫລາດຮຸ້ນຂອງຍີ່ປຸ່ນໄດ້ຟື້ນຕົວຄືນສູ່ສະພາບທີ່ດີຂື້ນຫລັງຈາກໄດ້ປະສົບກັບຄວາມເສຍ
ຫາຍຢ່າງໃຫຍ່ເປັນເວລາສອງມື້ ທ່າມກາງຄວາມຢ້ານກົວໃນການທີ່ອາດຈະເກີດຄວາມຫາ
ຍະນະທາງດ້ານນີວເຄລຍນັ້ນ.

ພວກນັກລົງທຶນໄດ້ພາກັນຊື້ດັດຊະນີຮຸ້ນນິກເກະ ເຮັດໃຫ້ຮຸ້ນດັ່ງກ່າວມີລາຄາສູງຂຶ້ນຫລາຍ
ກວ່າ 5 ເປີເຊັນໃນວັນພຸດມື້ນີ້ ຫລັງຈາກໄດ້ຕົກລາຄາ 16 ເປີເຊັນພາຍໃນເວລາສອງມື້
ໃນຕົ້ນອາທິດນີ້.

ເວລານີ້ ລັດຖະບານຍີ່ປຸ່ນກໍາລັງສືບຕໍ່ທຸ້ມເງິນໃນຈໍານວນເພີ່ມຂຶ້ນເຂົ້າໃສ່ລະບົບການເງິນ
ຂອງຕົນຄືຕື່ມອີກ 43 ພັນລ້ານໂດລາໃນວັນພຸດມື້ນີ້ລັດຖະບານໄດ້ທຸ້ມເງິນຈໍານວນ 244
ພັນລ້ານໂດລາແລ້ວເຂົ້າໃສ່ລະບົບການເງິນໃນອາທິດນີ້ໃນຄວາມພະຍາຍາມເພື່ອຄໍ້າປະກັນ
ຄວາມທຸ່ນທ່ຽງຂອງຕະຫລາດແລະວົງການທຸລະກິດ.

ສ່ວນຕະຫລາດອື່ນໆໃນຂົງເຂດເອເຊຍ ກໍຟື້ນຕົວຄືນເຊັ່ນກັນ ໃນວັນພຸດມື້ນີ້ ຫລັງຈາກ
ໄດ້ມີການຂາຍຮຸ້ນອອກຢູ່ໃນທົ່ວໂລກ ນຶ່ງມື້ກ່ອນໜ້ານີ້.

XS
SM
MD
LG