ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການພົບເຫັນ ກໍາມັນຕະພາບລັງສີ ສູງສຸດ ໃກ້ໂຮງໄຟຟ້າ ນີວເຄລຍຍີ່ປຸ່ນ


ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ຮັບການຕ້ອນຮັບ
ຈາກນາຍົກລັດມົນຕີ Naoto Kan ແຫ່ງຍີ່ປຸ່ນກ່ອນການພົບປະຫາ
ລືກັນໃນກຸງໂຕກຽວ ວັນທີ 31 ມີນາ 2011
ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ຮັບການຕ້ອນຮັບ ຈາກນາຍົກລັດມົນຕີ Naoto Kan ແຫ່ງຍີ່ປຸ່ນກ່ອນການພົບປະຫາ ລືກັນໃນກຸງໂຕກຽວ ວັນທີ 31 ມີນາ 2011




ໃນວັນພະຫັດມື້ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ພົບ​ເຫັນກໍາ​ມັນ​ຕະພາບ​ລັງສີ​ໃນ​ລະດັບ​ສູງ​ສຸດ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ໃນ​ມະຫາ​ສະໝຸດຢູ່​ໃກ້ໆ​ກັບ​ໂຮງ​ໄຟຟ້າ​ນີວ​ເຄລຍທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນັ້ນ.

ຄໍາ​ປະກາດ​ໃຫ້​ຮູ້​ທີ່​ວ່າ​ນີ້​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ຂຶ້ນ​ກ່ຽວ​ກັບ​ການ​ຮົ່ວ​ໄຫລ​ອອກ​ມາ​ຂອງ​ກໍາ​ມັນ​ຕະພາບ​ລົງ​ສີ​ທີ່​ຍັງ​ບໍ່​ທັນ​ຮູ້ວ່າ​ມັນ​ອອກ​ມາ​ຈາກ​ໃສແລະ​ສົ່ງ​ກໍາ​ມັນ​ຕະພາບ​ລັງສີອອກ​ມາ​ຫລາຍ
ຮູບ​ແບບ ນັບ​ແຕ່​ລະບົບ​ທໍາຄວາມ​ເຢັນ​ໄດ້​ຮັບຄວາມເສຍຫາຍຈາກ​ໄພ​ແຜ່ນດິນໄຫວ​ແລະ​ຄື້ນ
ຟອງ​ຍັກສຸນາມິທີ່ຮ້າຍແຮງ ​ໄດ້ເກືອບ 3 ອາທິດ​ຜ່ານ​ມານັ້ນໄດ້.

ທາງ​ການ​ຍີ່ປຸ່ນ​ກ່າວ​ວ່າ ພວກ​ຕົນ​ຈະ​ຕ້ອງ​ໄດ້​ພິຈາລະນາ​ຂະຫຍາຍ​ລັດສະໝີ 20 ຫລັກ​ກີ​ໂລ​ແມັດ​ໃນ​ການ​ອົບ​ພະຍົບຜູ້​ຄົນໃນ​ເຂດ​ອ້ອມ​ແອ້ມ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ນັ້ນ​ອອກ​ໄປ​ອີກ ຖ້າ​ຍັງ​ກວດ​ເຫັນ​ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ສູງ​ຢູ່​ໃນ​ໜູ່ບ້ານ​ແຫ່ງ​ນຶ່ງ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ໂຮງ​ໄຟຟ້າ​ອອກ​ໄປ 40 ຫລັກ​ກິ​ໂລ​ແມັດ​ນັ້ນ.​ ແຕ່​ທ່ານ Yukio Edano ຫົວໜ້າ​ກອງ​ເລຂາ​ປະ​ຈໍາ​ຄະນະ​ລັດຖະບານ​ກ່າວ​ຕໍ່​ບັນດານັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ລະດັບ​ກໍາ​ມັນ​ຕະພາບ​ລັງ​ສີ ທີ່​ສູງ​ກວ່າ​ລະດັບ​ມາດຕະຖານ​ສາກົນ​ 2 ເທົ່າສໍາລັບ​ການ​ໃຫ້​ຜູ້​ຄົນ​ອົບ​ພະຍົບ
ອອກ​ນັ້ນ ຍັງບໍ່​ທັນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສຸຂະພາບ​ຂອງ​ຜູ້​ຄົນ​ເທື່ອ​ໃນ​ເວລາ​ນີ້.

ພວກ​ຄວມຄຸມ​ໂຮງ​ໄຟຟ້າ​ແຈ້ງ​ໃຫ້​ຊາບ​ເຖິງ​ຄວາມຄືບໜ້າ​ແດ່ເລັກ​ນ້ອຍໃນ​ການ​ປໍ້າ​ນໍ້າ​ແປດ​ເປື້ອນ​ເປັນ​ພິດ​ຢ່າງ​ສູງ​ອອກ​ຈາກ​ຫ້ອງ​ໃຕ້​ດິນ​ແລະ​ອຸ​ໂມງເກັບ​ມ້ຽນ​ເຄື່ອ​ງ​ໃຊ້​ສອຍ​ທີ່ຢູ່​ໃກ້​ຄຽງ​ກັນ​ໃນ 3 ​ເຕົາ​ແຍກ​ນີວ​ເຄລຍໃນ​ເຕົາ​ແຍກ​ນີວ​ເຄລຍທັງ​ໝົດ 6 ໜ່ວຍ​ນັ້ນ. ຈະ​ຕ້ອງ​ໄດ້​ປໍ້າ​ນໍ້າ​ນີ້​ອອກ​ກ່ອນ ກ່ອນ​ພວກ​ພະນັກງານ​ຈະ​ສາມາດ​ສ້ອມ​ແປງ​ພວກປໍ້ານໍ້າ​ຕ່າງໆ​ທີ່ແລ່ນ​ລະບົບ​ທໍາ​ຄວາມ​ເຢັນ​ທີ່​ສໍາຄັນ​ທີ່​ສຸດ​ນັ້ນ.

ປະທານາທິບໍດີ​ຝຣັ່ງ ທ່ານ Nicholas Zarkozy ​ເດີນທາງ​ໄປ​ຮອດ​ກຸງໂຕ​ກຽວ​ແລ້ວ​ໃນ​ຕອນ​ບ່າຍວັນ​ພະຫັດ​ມື້​ນີ້ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ເອກະ​ພາບ​ກັນ​ກັບ​ປະຊາຊົນ​ຍີ່ປຸ່ນ. ຝຣັ່ງ ຊຶ່ງ​ເປັນ​ປະ​ເທດ​ທີ່​ອາ​ໄສ​ພະລັງນີວ​ເຄລຍຫລາຍທີ່​ສຸດ​ໃນ​ໂລກ ​ໄດ້​ສົ່ງ​ພວກ​ນັກ​ຊ່ຽວຊານ​ໄປ​ຊ່ອຍວຽກ​ໃນ​ໂຮງ​ໄຟຟ້າ​ນິວເຄລຍທີ່ມີບັນຫາຂອງຍີ່ປຸ່ນນັ້ນ​ແລ້ວ.

ໃນ​ແຫ່ງ​ອື່ນໆ​ອີກ ​ຈໍານວນ​ໂຕ​ເລກ​ທີ່​ໄດ້​ຮັບ​ການ​ຢືນຢັນ​ກ່ຽວ​ກັບພວກ​ທີ່​ເສຍ​ຊີວິດຍ້ອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນ​ຟອງ​ສຸ​ນາ​ມິ​ໃນ​ວັນ​ທີ 11 ​ເດືອນ​ນີ້​ແມ່ນ​ສູງ​ກວ່າ 11 ພັນ 400 ຄົນ​ແລະ​ຫລາຍ​ກວ່າ 16 ພັນ500 ຄົນ​ຍັງ​ຫາຍ​ສາບ​ສູນ​ຢູ່. ອົງການ​ຂ່າວ Kyodo ຂອງ​ຍີ່
ປຸ່ນ ​ແຈ້ງ​ໃຫ້​ຊາບ​ວ່າ ທາງ​ການ​ຍີ່ປຸ່ນ​ບໍ່​ສາມາດ​ເກັບກູ້​ພວກ​ຊາກ​ສົບ​ຂອງ​ຜູ້​ຄົນຈໍານວນ​ຫລາຍ ເຖິງ 1000 ສົບທີ່​ໄດ້​ເສຍ​ຊີວິດ​ໄປ​ຍ້ອນກໍາ​ມັນ​ຕະພາບ​ລັງສີທີ່​ແປດ​ເປື້ອນຢູ່​ໃນເຂດລັດສະໝີ​ໃຫ້​ຜູ້​ຄົນ​ອົບ​ພະຍົບອອກ​ນັ້ນ​ໄດ້.

XS
SM
MD
LG