ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນຍົກລະດັບ ວິກິດການ ທີ່ໂຮງໄຟຟ້ານີວເຄລຍຈາກ 5 ຂຶ້ນເປັນ 7


ນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ Naoto Kan ກ່າວຕໍ່ກອງປະຊຸມ
ຖະແຫລງຂ່າວທີ່ບ້ານພັກທາງການຂອງທ່ານທີ່ກຸງໂຕກຽວວັນທີ 12 ເມສາ 2011.
ນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ Naoto Kan ກ່າວຕໍ່ກອງປະຊຸມ ຖະແຫລງຂ່າວທີ່ບ້ານພັກທາງການຂອງທ່ານທີ່ກຸງໂຕກຽວວັນທີ 12 ເມສາ 2011.



















ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ວ່າ ສະຖານະ​ການ​ທີ່​ໂຮງ​ໄຟຟ້ານີວ​ເຄລຍ Fukushima ທີ່​ໃຊ້
ການ​ບໍ່​ໄດ້ ​ແມ່ນຍັງມີຄວາມທຸ່ນທ່ຽງຢູ່ ເຖິງແມ່ນລັດຖະບານ​ຂອງ​ທ່ານ ​ໄດ້​ຍົກລະດັບ​ຂອງ​
ວິ​ກິດ​ການ​ໃຫ້ສູງ​ຂຶ້ນ​ຕາມ​ລະດັບມາດຕະຖານສາກົນ​ກໍຕາມ.

ນາຍົກລັດຖະມົນຕີ Naoto Kan ​ໄດ້​ໃຫ້ການ​ຮັບປະກັນ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ໄປ​ຍັງ​ທົ່ວ​ປະ​ເທດ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ລັດຖະບານ​ຂອງ​ທ່ານ​ໄດ້ຍົກລະດັບອຸບັດ​ເຫດ ​ທີ່​ໂຮງ​ໄຟຟ້າ​ດັ່ງກ່າວ​ຂຶ້ນເປັນ​ລະດັບ 7
ຊຶ່ງເປັນ​ລະດັບ​ສູງ​ສຸດ​ຂອງ​ອຸບັດ​ເຫດ​ດ້ານ​ນີວ​ເຄລຍທີ່​ທາງ​ອົງການຄວບຄຸມພະ​ລັງ​ງານປະລະ
ມະ​ນູສາກົນ​ຈັດ​ຕັ້ງ​ໄວ້ ຊຶ່ງ​ເຮັດໃຫ້ອຸບັດຕິເຫດນິວ ເຄລຍທີ່ໂຮງໄຟຟ້າຍີ່ປຸ່ນ​ຢູ່​ໃນ​ລະດັບ​ດຽວ
ກັນ​ກັບ​ໄພ​ພິບັດ​ໃນ​ປີ 1986 ທີ່​ເກີດ​ຂຶ້ນ​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ Chernobyl ນັ້ນ.

ການ​ສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ​ທີ່ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຕິດ​ຕໍ່​ກັນ​ມາ​ຫລາຍ​ຄັ້ງກໍາລັງ​ເປັນ​ອຸບ​
ປະສັກ​ກີດ​ກັນຕໍ່​ຄວາມ​ພະຍາຍາມ​ເພື່ອ​ສ້ອມແປງ​ລະບົບຕ່າງໆ​ທີ່​ໂຮງ​ໄຟຟ້າ Fukushima
ທີ່​ຮວມທັງ​ແຜ່ນດິນໄຫວ​ທີ່​ມີ​ຄວາມ​ແຮງ 6.0 ຣິກ​ເຕີ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ໄດ້​ບັງຄັບ​ໃຫ້​ພວກ
ພະນັກງານ​ໃນ​ໂຮງ​ໄຟຟ້າ​ດັ່ງກ່າວ​ຕ້ອງ​ອົບ​ພະຍົບອອກ​ຈາກ​ສະຖານ​ທີ່​ເປັນ​ເທືອ​ທີ​ສອງ​ໃນ​
ຊ່ວງ​ເວລາ 2 ມື້. ພວກ​ກໍາກັບ​ໂຮງ​ໄຟຟ້າດັ່ງກ່າວ​ເວົ້າ​ວ່າ ບໍ່​ມີ​ຮ່ອງຮອຍ​ໃດໆ​ທີ​ສະ​ແດງ​ໃຫ້​
ເຫັນ​ວ່າ ມີ​ຄວາມ​ເສຍ​ຫາຍ​ໃໝ່​ຈາກ​ແຜ່ນດິນ​ໄຫວ​ໃນມື້ນີ້ ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວໃນ
ວັນ​ຈັນ​ວານນີ້​ທີ່​ມີ​ຄວາມ​ແຮງ 6.2 ຣິກ​ເຕີ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ລະດັບ​ວິ​ກິດ​ການ​ດັ່ງກ່າວ​ຈາກ​ລະດັບ 5 ຂຶ້ນ​ມາເປັນ​ລະດັບ 7 ຕາມ
ມາດ​ຕະ​ຖານ​ສາກົນ​ນັ້ນ ຊຶ່ງ​ຊີ້​ໃຫ້​ເຫັນ​ວ່າ ​ເປັນ​ອຸບັດ​ເຫດ​ທີ່​ຮ້າຍ​ແຮງ​ຫລາຍ ທີ່ສົ່ງ​ຜົນ​ກະ
ທົບ​ຕໍ່​ສຸກຂະພາບ​ຂອງ​ຜູ້​ຄົນ​ແລະ​ຕໍ່​ສິ່ງ​ແວດ​ລ້ອມ​ນັ້ນ. ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວເນ້ນ
ວ່າກໍາ​ມັນ​ຕະພາບ​ລັງສີ​ທີ່​ຮົ່ວ​ໄຫລ​ອອກ​ມາ​ນັບ​ແຕ່​ແຜ່ນດິນ​ໄຫວແລະ​ຄື້ນຟອງຍັກຊຸນາມິ
ທໍາລາຍລະບົບ​ທໍາ​ຄວາມ​ເຢັນ​ຂອງ​ໂຮງ​ໄຟຟ້າ​ໃນ​ວັນ​ທີ 11 ມີນາ​ເດືອນ​ແລ້ວ​ນີ້ເປັນ​ເປັນ​
ພຽງ​ແຕ່ 10 ​ເປີ​ເຊັນ​ເທົ່າ​ນັ້ນ​ເມື່ອ​ສົມ​ທຽບໃສ່​ກັບ​ໂຮງ​ໄຟຟ້າ Chernobyl ນັ້ນ.

ທ່ານ​ກັນ​ກ່າວ​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ວ່າ ​ລະດັບ​ຂອງ​ກໍາ​ມັນ​ຕະພາບ​ລັງສີ​ທີ່​ຮົ່ວ​ໄຫລ​
ອອກ​ມາ​ຈາກ​ໂຮງ​ໄຟຟ້າ​ດັ່ງກ່າວ ​ເວລາ​ນີ້​ກໍາລັງ​ລົດ​ຜ່ອນ​ລົງ​ແລະ​ວ່າ ສະຖານະ​ການ​ກຳລັງ
ເຄື່ອນໄຫວເທື່ອ​ລະກ້າວ​ໄປ​ສູ່​ລະດັບ​ທີ່​ທຸ່ນ​ທ່ຽງ​ນັ້ນ.

ທ່ານ​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ມັນ​ສົມຄວນ​ແກ່​ເວລາ​ທີ່ປະ​ເທດ​ຈະ​ຫັນ​ໄປ​ສູ່ວຽກ​ງານ​ບູລະນະ​ສ້າງສາ​ປະ​ເທດ​ຄືນ​ໃໝ່ ​ໂດຍ​ກ່າວ​ວ່າ ມັນ​ຈະ​ຕ້ອງ​ໄດ້ຮັບ​ການ​ຕັດ​ສິນ​ໃຈ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ການ​ສ້າງສາ​ປະ​ເທດ​ຄືນ​ໃໝ່ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ນັ້ນ. ທ່ານ​ກັນ​ກ່າວ​ຕໍ່​ໄປ​ວ່າ ຍີ່ປຸ່ນ​ບໍ່​ຄວນ​ແຕ່ຈະບູລະນະສ້າງສິ່ງ​ຂອງ​ຄືນ​ໃໝ່​ໃຫ້ດີຄືເກົ່າເທົ່ານັ້ນ ​ແຕ່ຍັງຈະ​ຕ້ອງສ້າງ​ອະນາຄົດ​ທີ່​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນອີກ.

ທ່ານ​ກັນ​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ຂອງ​ຕົນ​ປະລະ​ຖິ້ມ​ຄວາມ​ຍັບ​ຍັ້ງ​ຊັ່ງ​ໃຈ​ຕົນ​ເອງທີ່ເຂົາ​ເຈົ້າ​ໄດ້​ສະ​ແດງ​ອອກ​ຄວາມ​ເຄົາລົບ​ນັບຖື​ສໍາລັບ​ພວກ​ທີ່ປະສົບ​ໄພ​ຈາກ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ຊຸ​ນາ​ມິໃນ​ວັນ​ທີ11 ມີນາ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊິວິດ​ຫລື​ຫາຍ​ສາຍ​ສູນ​ໄປ​ປະມານ 28 ພັນ​ຄົນ​ນັ້ນ. ທ່ານ​ກ່າວ​ວ່າ ພວກ​ເຂົາເຈົ້າ​ຄວນ​ຈະ​ຊ່ອຍ​ເຫລືອ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ໂດຍ​ພາກັນ​ຊື້​ສິ່ງ​ຂອງ ຮວມທັງ​ພວກ​ຜະລິດ​ຕະພັນອາ​ຫາ​ການ​ກິນ​ຈາກ​ພວກ​ຂົງ​ເຂດ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ຈາກ​ໄພພິບັດ​ເຫລົ່າ​ນີ້.

XS
SM
MD
LG