ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບກໍາມັນຕະພາບລັງສີ ຫຼາຍລ້ານເທົ່າ ໃກ້ໂຮງໄຟຟ້ານີວເຄລຍ ຍີ່ປຸ່ນ


ໂຮງໄຟຟ້ານີວເຄລຍ Fukushima
ໂຮງໄຟຟ້ານີວເຄລຍ Fukushima

ກໍາມັນຕະພາບລັງສີທີ່ມີລະດັບທີ່ຮ້າຍແຮງເປັນຫຼາຍລ້ານ
ເທົ່າ ກາຍກໍານົດມາດຕະຖານ​ທີ່ທາງກົດໝາຍອະນຸຍາດ
ໃຫ້ນັ້ນ ໄດ້ພົບເຫັນໃນມະຫາສະມຸດໃກ້ໆກັບໂຮງໄຟຟ້າ
ນີວເຄລຍທີ່ໄດ້ຮັບຄວາມເສຍຫາຍ ບ່ອນທີ່ພວກນາຍຊ່າງ
ພວມປໍ້ານໍ້າ ທີ່ມີກໍາມັນຕະພາບລັງສີໃນລະດັບຕໍ່າຈໍານວນ
ພັນໆໂຕນລົງໄປສູ່ທະເລ.

ພວກເຈົ້າໜ້າທີ່ຂອງບໍລິສັດໄຟຟ້າ​ Tokyo ຫຼື Tepco
ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ກໍາມັນຕະພາບລັງສີ Iodine
ໄດ້ຖືກວັດແທກໃນວັນເສົາທີ່ຜ່ານມາ ມີ 7 ລ້ານ 5 ແສນ
ເທື່ອສູງກ່ວາກໍານົດຂອງມາດຕະຖານ​ທີ່ທາງກົດໝາຍອະ
ນຸຍາດໃຫ້ໃກ້ໆກັບໂຮງໄຟຟ້ານີວເຄລຍ Fukushima ສ່ວນການວັດແທກອີກຄັ້ງນຶ່ງໃນວັນຈັນວານນີ້ແມ່ນມີ 5
ລ້ານເທື່ອ ເທົ່ານັ້ນ.

ຂະນະດຽວກັນພວກນາຍຊ່າງ ໄດ້ເລີ້ມດູດນໍ້າທີ່ມີກໍາມັນຕະພາບລັງສີລົງສູ່ທະເລຈາກໂຮງ ໄຟຟ້ານີວເຄລຍທີ່ມີບັນຫາດັ່ງກ່າວ ຊຶ່ງໄດ້ພາໃຫ້ເກົາຫຼີໃຕ້ຊຶ່ງເປັນປະເທດເພື່ອນບ້ານສະ ແດງຄວາມວິຕົກກັງວົນກ່ຽວກັບເລື່ອງນີ້.

ບໍລິສັດ Tepco ກ່າວວ່າ ນໍ້າທີ່ມີກໍາມັນຕະພາບລັງສີຈໍານວນ 2 ພັນ 8 ຮ້ອຍໂຕນໄດ້ດູດ
ຈາກຖັງເກັບຊົ່ວຄາວ ລົງສູ່ທະເລໃນເຊົ້າວັນອັງຄານວັນນີ້. ທາງບໍລິສັດວາງແຜນທີ່
ຈະປ່ອຍນໍ້າຈໍານວນ 10 ພັນໂຕນ ຈາກຖັງດັ່ງກ່າວອອກເພື່ອເຮັດໃຫ້ມີບ່ອນເກັບນໍ້າທີ່ມີ
ກໍາມັນຕະພາບລັງສີໃນລະດັບສູງນັ້ນໄວ້ ແລະຊ່ອຍໃນການສ້ອມແປງຢູ່ທີ່ໂຮງໄຟຟ້າ
ນີວເຄລຍດັ່ງກ່າວ.

ແລະອີກ 1 ພັນ 5 ໂຕນກໍກໍລັງດູດອອກຈາກ 2 ຕຶກອາຄານ 2 ຫຼັງທີ່ຕັ້ງຢູ່ໃກ້ຄຽງ.

ນອກນັ້ນລັດຖະບານຍີ່ປຸ່ນຍັງໄດ້ກ່າວວ່າ ກໍາມັນຕະພາບລັງສີໃນລະດັບທີ່ສູງຂຶ້ນໄດ້ມີ ການກວດພົບເປັນເທື່ອທຳອິດຢູ່ໃນປາທີ່ໃຊ້ກິນເປັນອາຫານຢູ່ທາງໃຕ້ຂອງໂຮງ
ໄຟຟ້ານິວເຄລຍດັ່ງກ່າວ. ຫົວໜ້າກອງເລຂາປະຈໍາຄະນະລັດຖະບານຍີ່ປຸ່ນ
ທ່ານ Yukio Edano ໄດ້ກ່າວວ່າ ລັດຖະບານໄດ້ກຳນົດມາດຕະຖານກໍາມັນຕະພາບ
ລັງສີ ທີ່ອະນຸຍາດໃຫ້ມີໄດ້ ໃນພວກປາແລະອາຫານທະເລຢ່າງອື່ນໆ ທໍ່ໆກັນກັບ
ພວກຜັກ ຊຶ່ງມີຜົນບັງຄັບໃຊ້ໃນທັນທີ.

XS
SM
MD
LG