ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄື້ນຟອງສຸນາມິລູກນ້ອຍໆ ປະທະເມືອງທ່າ Ofunato


ພວກເຈົ້າໜ້າທີ່ອົງການພະລັງງານປະລະມະນູສາກົນ ທີ່ເຂດໂຮງໄຟຟ້າ ນີວເຄລຍ Fukushima ຂອງຍີ່ປຸ່ນ
ພວກເຈົ້າໜ້າທີ່ອົງການພະລັງງານປະລະມະນູສາກົນ ທີ່ເຂດໂຮງໄຟຟ້າ ນີວເຄລຍ Fukushima ຂອງຍີ່ປຸ່ນ

ອົງການພະຍາກອນອາກາດຂອງຍີ່ປຸ່ນກ່າວວ່າ ຄື້ນຟອງສຸນາມິຂະນາດ ນ້ອຍໆລູກນຶ່ງ ໄດ້ພັດເຂົ້າປະ​ທະຝັ່ງມະຫາ​ສະມຸດປາຊິຟິກ ​ທາງພາກເໜືອ ຂອງຍີ່ປຸ່ນໃນວັນອາທິດມື້ນີ້ ຫລັງຈາກ​ໄດ້ເກີດແຜ່ນດິນໄຫວຮຸນແຮງບັ້ນນຶ່ງ​ ໃນ​ເຂດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກເຫດແຜ່ນດິນໄຫວຄັ້ງຍິ່ງໃຫຍ່ແລະຄື້ນຟອງສຸນາມິ ໃນເດືອນມີນາຂອງປີນີ້.

ອົງການພະຍາກອນອາກາດກ່າວວ່າ ເມືອງທ່າ Ofunato ​ໃນ​ແຂວງ Iwate ໄດ້ປະ​ເຊີນ​ກັບຄື້ນຟອງສຸນາມິລູກນ້ອຍໆ ທີ່ມີຄວາມສູງຂະໜາດ 10 ເຊັນຕິແມດ ​ໃນຕອນ 10:44 ໂມງຕອນເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ກ່ອນສັນຍານຕຸກເຕືອນໄພຈະຖືກຍົກເລີກນັ້ນ. ອົງ ການດັ່ງກ່າວໄດ້ທໍານາຍວ່າ ຄື້ນຟອງ​ສຸ​ນາ​ມິອາດຈະສູງ ເຖິງ 50 ເຊັນຕິແມດກໍ​ໄດ້.

ອົງການພະຍາກອນອາກາດໄດ້ອອກຄໍາເຕືອນ​ໃຫ້​ລະວັງຄື້ນຟອງສຸນາມິ ຫລັງຈາກ​ເກີດ ເຫດແຜ່ນດິນໄຫວ ແຮງຂະໜາດ 7 ຣິກເຕີ ​ໃນເຂດມະຫາ​ສະມຸດປາຊິຟິກ ນອກຝັ່ງ ທະເລຂອງເກາະໃຫຍ່ Honshu ຂອງຍີ່ປຸ່ນ ​ໃນ ຕອນເຊົ້າວັນອາທິດມື້​ນີ້.

ຍັງບໍ່ມີລາຍງານ​ໃນທັນທີນີ້​ເທື່ອ ກ່ຽວກັບຜູ້ທີ່ໄດ້ຮັບບາດເຈັບ ຫລືຜົນເສຍຫາຍໃດໆຈາກ ແຜ່ນດິນໄຫວຄັ້ງນີ້.

ໄພແຜ່ນດິນໄຫວຄັ້ງໃຫຍ່ ແລະຄື້ນຟອງສຸນາມິເມື່ອເດືອນມີນາຜ່ານມານັ້ນ ໄດ້ສ້າງຄວາມ ເສຍຫາຍຢ່າງໜັກ ສ່ວນໃຫຍ່​ແມ່ນ​ຢູ່​ໃນ​ເຂດຝັ່ງທະເລທາງພາກເໜືອຂອງຍີ່ປຸ່ນ ແລະພ້ອມ ທັງຍັງຜົນໃຫ້ມີຜູ້ເສຍຊີວິດ ຫລືຫາຍສາບ ສູນປະມານ 23,000 ຄົນ ນອກນີ້ແລ້ວໄພ ຫາຍະນະທີ່ເກີດຂຶ້ນພ້ອມໆ ກັນນີ້ ຍັງໄດ້ເຮັດໃຫ້ເກີດວິກິດການນີວເຄລຍຂອງຍີ່ປຸ່ນ ນໍາອີກ ຢູ່ທີ່ໂຮງໄຟຟ້ານີວເຄລຍໃນ​ເມືອງ Fukushima ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກທີ່ສຸດ ນັ້ນ.

XS
SM
MD
LG