ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສະຫະລັດ ແລະຍີ່ປຸ່ນ ຈະໂອ້ລົມກັນ ເລື່ອງການທູດ ຢູ່ເດີ່ນຕີກອຟ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ຂວາ) ຕອບຄຳ ຖາມບັນດາສື່ມວນຊົນ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ຂວາ) ຕອບຄຳ ຖາມບັນດາສື່ມວນຊົນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະລັດ​ຄົນ​ນຶ່ງ​ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ຮັບ​ປະທານ​ອາ ຫານ​ທ່ຽງ ​ທີ່​ທຳນຽບຂາວ ​ແລະ​ຕີ​ກອຟຢູ່​ລັດ Florida ​ແມ່ນມີ​ຈຸດປະສົງ​ແນ​ໃສ່​ທີ່ຈະ​ໃຫ້ການ​ຄໍ້​າປະ ກັນຕໍ່​ຜູ້ນຳ​ຍີ່ປຸ່ນວ່າ ​ລັດຖະບານ​ທ່ານ Trump ຈະຢືນ ຄຽງ​ບ່າ​ຄຽງ​ໄຫລ່ ກັບ​ພັນທະ​ມິດ 100 ​ເປີ​ເຊັນ​.”

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ເດີນທາງ​ມາ​ເຖິງ​ນະຄອນ ຫຼວງວໍ​ຊິງ​ຕັນ ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ນຶ່ງມື້ກ່ອນ​ທີ່​ທ່ານ​ໄດ້​ກາຍ​ມາ​ເປັນ​ຜູ້ນຳ​ຕ່າງປະ​ເທ​ດ​ຄົນທີ​ສອງ ທີ່​ໄດ້​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ ກັບປະທານາທິບໍ​ດີ Donald Trump.

ທ່ານ Abe ມີ​ຄວາມ​ກະຕືລື​ລົ້​ນ ທີ່​ຈະ​ເລີ້ມ​ຄວາມ​ສຳພັນ​ທີ່​ດີ ​ກັບປະທາ​ທິບໍດີ​ທີ່​ເລືອກໃໝ່ ທ່ານ Donald Trump ​ໃນເວລາ​ນັ້ນ​ ​ໂດຍໄດ້​ບິນ​ໄປ​ຍັງນະຄອນ New York ​ເພື່ອ​ພົບ​ປະ​ກັບ​ທ່ານ ໃນເດືອນພະຈິກ​ປີ​ກາຍ​ນີ້ ລຸນ​ຫລັງ​ ທີ່ນັກທຸລະ​ກິດທ່ານ​ນີ້ ​ໄດ້​ຮັບໄຊຊະນະ​ໃນ​ການ​ເລື​ອກຕັ້ງ​ຢ່າງ​ບໍ່​ໜ້າ​ເຊື່ອ.

Trump Abe
please wait
Embed

No media source currently available

0:00 0:01:06 0:00

ເນື່ອງ​ຈາກ​ຄວາມ​ສຳພັນ​ຢ່າງ​ເລິກ​ເຊິ່ງ ທີ່​ກ່ຽວ​ຂ້ອງ​ກັບ​ດ້ານ​ທະຫານ ​ແລະການ​ຄ້ານັ້ນ ຍີ່ປຸ່ນ​ບໍ່​ມີ​ທາງ​ເລືອກ ​ນອກຈາກ​ສືບ​ຕໍ່​ຄວາມເຂົ້າ​ໃຈດີ​ກັບ​ຜູ້​ໃດ​ກໍ​ຕາມ ທີ່​ເປັນ​ປະທານາ ທິບໍດີ​ສະຫະລັດ ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ໂຕກຽວ.

​ແຕ່​ວ່າ​ຍີ່ປຸ່ນ​ໄດ້​ມີ​ຄວາມ​ບໍ່​ໝັ້ນ​ໃຈ​ໃນສຳນວນ​ຄຳ​ເວົ້າຂອງ ທ່ານ Trump ​ກ່ອນໜ້ານີ້ ​ແລະຜົນ​ກະທົບ​ຕໍ່ເຂດເອ​ເຊຍ​ຕາ​ເວັນ​ອອກ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis, ຊ້າຍ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe, ຂວາ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis, ຊ້າຍ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe, ຂວາ.

​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງນັ້ນ ຜູ້​ສະໝັກ​ພັກຣີພັບ​ບລິ​ກັນທ່ານ​ນີ້ ໄດ້ຮຽກຮ້ອງໃຫ້ບັນດາ​ພັນທະ​ມິດ​ສະຫະລັດ​ ​ຈ່າຍເງິນສະໜັບ​ນະ​ໜູນ​ເພີ້ມຂຶ້ນ​ໃນ​ການຮັກສາຖານ​ ທັບ​ສະຫະລັດ​ແຫ່ງ​ຕ່າງໆ​ໄວ້​ໃນ​ປະ​ເທດ​ເຂົາ​ເຈົ້າ ​ແລະ​ໄດ້ໃຫ້​ຄວາມ​ເຫັນວ່າ ບາງ​ທີ່​ມັນ​ເປັນ​ເລື່ອງທີ່​ບໍ່​ຂີ້ຮ້າຍ​ເລີຍ ​ທີ່​ຈະ​ໃຫ້ຍີ່ປຸ່ນມີນິວ​ເຄລຍຂອງ​ຕົນ​ເພື່ອ​ໃຊ້​ໃນ​ການ​ຢັບຢັ້ງ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG