ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນ ຕຽມຮັບມືກັບ ໄຕ້ຝຸ່ນ ວົງຟົງ ທີ່ມີພະລັງ ຮ້າຍແຮງ


ພາບຖ່າຍຈາກດາວທຽມ ຂອງໃຕ້ຝຸ່ນ ວົງຟົງ ທີມີພະລັງ ທີ່ຮ້າຍແຮງ
ພາບຖ່າຍຈາກດາວທຽມ ຂອງໃຕ້ຝຸ່ນ ວົງຟົງ ທີມີພະລັງ ທີ່ຮ້າຍແຮງ

ໄຕ້ຝຸ່ນໃຫຍ່ແລະພະລັງແຮງຫົວ​ນຶ່ງ ​ ກຳລັງ​ພັດຢ່າງ​ຊ້າໆເຂົ້າ​
ສູ່​ໝູ່​ເກາະພາກ​ໃຕ້ຂອງ​ປະ​ເທດ​ຍີ່ປຸ່ນ.

​ໄຕ້ຝຸ່ນ Vongfong​ ​ໄດ້​ນຳ​ຝົນຕົກ​ໜັກ​ແລະ​ລົມ​ພັດ​ແຮງ​ ມາສູ່
ເກາະ​ໂອ​ກີ​ນາວາ​ແລ້ວ ​ເຮັດ​ໃຫ້​ຫລາຍ​ພັນ​ຄົນບໍ່​ມີໄຟຟ້າໃຊ້ ​
ລົບ​ກວນ​ຖ້ຽວບິນ ​ແລະ​ເຮັດ​ໃຫ້ 12 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ນັກ​ພະຍາກອນ​ອາກາດ ຄາດ​ວ່າ ພາຍຸຫົວ​ນີ້​ຈະພັດ​ເຂົ້າ
ໄປໃກ້ ​ເກາະ​ໂອ​ກີ​ນາ​ວາ ຫລາຍທີ່​ສຸດ ​ໃນ​ຕອນ​ແລງ​ວັນ​ເສົາມື້​ນີ້
ກ່ອນ​ມຸ້ງ​ໜ້າ​ໄປ​ສູ່​ພາກ​ເໜືອ​ເຂົ້າ​ຫາ ບັນດາ​ເກາະໃຫຍ່ Kyushu ກັບ Honshu ​ໃນ​ຕົ້ນ​ອາທິດ​ໜ້າ.

​ໄຕ້​ຝຸ່ນລູກ​ນີ້​ໄດ້​ອ່ອນ​ຄວາມ​ແຮງ​ລົງ ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ ​ແຕ່​ກໍ​ຍັງ​ມີ​ລົມ​ແຮງ​ ​ເຖິງ 234
ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

ພາຍຸ Vongfong ທີ່ມີ​ຄວາມໝາຍວ່າ ໂຕ​ຕໍ່ ​ໃນ​ພາສາກວາງຕຸ້ງ ຂົ່ມຂູ່​ທີ່​ຈະ​ກໍ່​ໃຫ້​ເກີດ​ໄພ
ນໍ້າ​ຖ້ວມຢ່າງ​ຮ້າຍ​ແຮງ ​ຍ້ອນ​ການ​ພັດເຄື່ອນ​ໄປ​ຢ່າງ​ຊ້າໆ​ຂອງ​ມັນ ຄືໃນ​ອັດຕາ ​ປະມານ
10 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ.

ຍີ່​ປຸນ ຍັງ​ກຳລັງຟື້ນ​ໂຕຄືນ​ຈາກ ໄຕ້​ຝຸ່ນ Phanfone ທີ່​ໄດ້​ຖະຫລົ່ມ​ປະ​ເທດ​ອາທິດ​ແລ້ວ​ນີ້
​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຈັດ​ຄົນ ຮວມ​ທັງ​ທະຫານ​ສະຫະລັດ ສາມ​ຄົນ.

JAPAN TYPHOON VO
please wait
Embed

No media source currently available

0:00 0:00:40 0:00


Source: Japan Meteorological Agency

XS
SM
MD
LG