ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນ ສັບຊ້ອນ ຄະນະລັດຖະບານ


ລັດຖະມົນຕີປ້ອງກັນປະເທດຄົນໃໝ່ຂອງຍີ່ປຸ່ນ ທ່ານ Satoshi Morimoto ໃນກອງປະຊຸມໃຫ້ສໍາພາດຂ່າວ ຫລັງຈາກຖືກແຕ່ງຕັ້ງ ໃນວັນຈັນ ທີ 4 ມີຖຸນາ 2012. (AP Photo/Shizuo Kambayashi)
ລັດຖະມົນຕີປ້ອງກັນປະເທດຄົນໃໝ່ຂອງຍີ່ປຸ່ນ ທ່ານ Satoshi Morimoto ໃນກອງປະຊຸມໃຫ້ສໍາພາດຂ່າວ ຫລັງຈາກຖືກແຕ່ງຕັ້ງ ໃນວັນຈັນ ທີ 4 ມີຖຸນາ 2012. (AP Photo/Shizuo Kambayashi)

ນາຍົກລັດຖະມົນຕີ Yoshihiko Noda ​ໄດ້​ສັບ​ຊ້ອນຄະນະ​ລັດຖະບານ​ຂອງ​ທ່ານໃນ​ວັນ​ຈັນ
​ມື້​ນີ້ ​ໂດຍ​ສັບ​ປ່ຽນ​ລັດຖະມົນຕີ 5 ຄົນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະ
​ໜຸນ​ຈາກ​ຝ່າຍ​ຄ້ານ ສໍາລັບ​ແຜນການ​ຂອງ​ທ່ານ​ທີ່​ຈະ​ຂຶ້ນ​ພາສີ​ສິນຄ້າຂາຍ ​ເປັນ 2 ​ເທົ່າ​ນັ້ນ.

ທ່ານ​ໂນ​ດະ ​ໄດ້​ສັບ​ຊ້ອນ​ລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ ຍຸຕິ​ທໍາ ​ກະສິກໍາ ກະຊວງ​
ໂຄງ​ລ່າງ​ພື້ນຖານ ​ແລະ​ກິດຈະ​ກໍາ​ການ​ເງິນ ​ໃນ​ຄວາມ​ຫວັງ​ເພື່ອ​ໃຫ້​ແຜນການ​ຂຶ້ນ​ພາສີ​ສິນ
ຄ້າ​ຂາຍຂອງ​ທ່ານ​ໄດ້ຖືກ​ຮັບຮອງ​ເອົາ​ ໂດຍ​ສະພາ​ທີ່​ແຕກ​ແຍກ​ກັນ. ພວກລັດຖະມົນຕີ​ທັງ
​ໝົ​ດທີ່​ຖືກ​ສັບ​ຊ້ອນ ​ແມ່ນໄດ້​ຖືກຕໍາ​ໜິຕິຕຽນມາ​ແລ້​ວ​ໃນ​ສະພາ​ສູງ​ທີ່​ຄອບ​ງໍາໂດຍ​ພັກ​ຝ່າຍ
​ຄ້ານ​ຂອງ​ຍີ່ປຸ່ນນັ້ນ.

ການ​ຂຶ້ນ​ພາສີ​ສິນຄ້າ​ຂາຍ​ ຊຶ່ງ​ຈະ​ເພີ່ມ​ຂຶ້ນຈາກ 5 ​ເປີ​ເຊັນ​ໃນ​ປັດຈຸບັນ ​ເປັນ 10 ​ເປີ​ເຊັນ​ພາຍ
​ໃນ​ປີ 2015 ນັ້ນ ​ແມ່ນຖືວ່າ​ເປັນ​ສິ່ງ​ຈໍາເປັນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ໜີ້​ສິນ​ຂອງ
ລັດຖະບານ​ຍີ່ປຸ່ນ ທີ່​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ນັບ​ມື້.

ການ​ສັຊ້ອນ​ໃນ​ຄະນະ​ລັດຖະບານມີ​ຂຶ້ນ ຫຼັງ​ຈາກ​ການ​ພົບ​ປະກັນໃນວັນ​ອາທິດ​ວານ​ນີ້​ກັບ
​ທ່ານ Ichiro Ozawa ຜູ້​ໄກ່​ເກ່ຍທີ່​ມີ​ອິດທິພົນ​ໃນ​ພັກ​ປະຊາທິປັດ​ຂອງ​ທ່ານ​ໂນ​ດະ ຕົກ​ຢູ່
​ໃນ​ສະພາບ​ການ​ບໍ່​ໄປ​ບໍ່​ມາ. ທ່ານ Ozawa ຄັດຄ້ານ​ຕໍ່​ການ​ຂຶ້ນ​ພາສີ​ສິນຄ້າ​ຂາຍ​ ທີ່​ຜູ້​ຊື້
​ເປັນ​ຄົນ​ເສຍ​ເວລາ​ຊຶ້ສິນຄ້ານັ້ນ.

ທ່ານ​ໂນ​ດະ ຊຶ່ງ​ເຄີຍ​ເປັນ​ລັດຖະມົນຕີ​ການ​ເງິນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ນໍາ​ເອົາແຜນ
ການຂຶ້ນ​ພາສີ​ສິນຄ້າ​ຂາຍ​ນີ້ ຂຶ້ນ​ໄປ​ລົງມະຕິ​ກັນ​ໃນ​ສະພາ​ຊຸດ​ປັດຈຸ​ບັນ ທີ່​ຈະ​ໝົດ​ສະ​ໄໝ​
ລົງ​ໃນ​ວັນ​ທີ 21 ມີຖຸນາ​ນີ້.

ຖ້າ​ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພວກ​ຜູ້​ແທນ​ສະພາ​ທີ່​ຈົ່ງ​ຮັກ​ພັກດີຕໍ່​ທ່ານ Ozawa
ນັ້ນ ທ່ານ​ໂນ​ດະ​ກໍ​ຈະ​ຕ້ອງການ​ການ​ຊ່ອຍ​ເຫຼືອຈາກ​ບັນດາ​ສະມາຊິກ​ພັກ​ເສລີ​ປະຊາທິປັດ
​ຝ່າຍ​ຄ້ານ ​ເພື່ອ​ຊຸກຍູ້​ໃຫ້​ເລື້ອງ​ຂຶ້ນ​ພາສີ​ສິນຄ້າ​ຂາຍ​ນີ້ ຜ່ານສະພາ​ແຫ່ງ​ຊາດ​.

XS
SM
MD
LG