ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກຍີ່ປຸ່ນ ໂຈະການຍົກຍ້າຍ ຖານທັບ ນາວິກະໂຍທິນ ສຫລ ທີ່ເກາະໂອກີນາວາ


ເຮືອບິນ MV-22 Ospreys ທີ່ເຫັນຢູ່ໃນຖານທັບອາກາດ ນາວິກະໂຍທິນສະຫະລັດ Futenma ທີ່ເກາະໂອກີນາວາ.
ເຮືອບິນ MV-22 Ospreys ທີ່ເຫັນຢູ່ໃນຖານທັບອາກາດ ນາວິກະໂຍທິນສະຫະລັດ Futenma ທີ່ເກາະໂອກີນາວາ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຕັດສິນ​ໃຈ
​ໂຈະ​ການ​ຍົກຍ້າຍຖານ​ທັບນາວິກະ​ໂຍທິນສະຫະລັດຢູ່ເກາະ​
ໂອ​ກີ​ນາວາ.

ທ່ານ Abe ​ໄດ້ປະກາດ​ ໃນ​ວັນ​ສຸກ​ມື້​ນີ້​ວ່າ ທ່ານຮັບ​ເອົາ​ຂໍ້​ສະ​
ເໜີ ທີ່​ໄກ່​ເກ່ຍ​ໂດຍສານ ​ໃຫ້​ຢຸດ​ເຊົາ​ການ​ປະຕິບັດ​ງານແລະ​
ໃຫ້​ສືບ​ຕໍ່​ການ​ເຈລະຈາ ກັບລັດຖະບານ​ທ້ອງ​ຖິ່ນ​ ທີ່​ຄັດຄ້ານ​
ຕໍ່​ແຜນ​ການຂອງ​ທ່ານນັ້ນ​ແທນ.

ການ​ໂຕ້​ຖຽງ ​ແມ່ນ​ລະຫວ່າງລັດຖະບາ​ນກາງ​ຍີ່​ປຸ່ນ ​ແລະ​ບັນ
ດາ​ເຈົ້າ​ໜ້າ​ທີ່​ທ້ອງ ຖິ່ນຢູ່ເກາະ​ໂອ​ກີ​ນາວາ. ລັດຖະບານ ທ່ານ
Abe ຕ້ອງການ​ຢາກ​ຍົກຍ້າຍຖານ​ທັບ​ອາກາດນາວິກະໂຍທິນ Futenma ​ໄປຢູ່​ບ່ອນ​ທີ່​ມີ​
ພົນລະ​ເມືອງອາ​ໄສ​ຢູ່ບໍ່​ໜາ​ແໜ້ນ​ ຂອງ​ເກາະ​ໂອ​ກີ​ນາວາ ບ່ອນ​ທີ່​ຄ້າຍ​ທະຫານ​ອື່ນໆ​ຂອງ​
ສະຫະລັດຕັ້ງຢູ່​ນັ້ນ​.ບັນດາ​ເຈົ້າໜ້າທີ່​ທ້ອງຖິ່ນ ​ຕ້ອງການ​ຢາກ​ໃຫ້​ຍົກຍ້າຍ ​ຖານ​ທັບ​ອອກ​
ຈາກ​ເກາະດັ່ງກ່າວໂດຍທັງ​ໝົດ​.

ປະຊາຊົນ​ທີ່ຢູ່​ໃກ້​ກັບ​ຖານ​ທັບພາກັນ​ຈົ່ມ​ວ່າ ການ​ມີໜ້າ​ຂອງທະຫານ​ນາວິກະໂຍທິນສະ
ຫະລັດ ​ເຮັດ​ໃຫ້ມີ​ການແອ​ອັດຈົນ​ເກີນ​ໄປ ​ແລະ​ມີ​ອັດຕາການ​ກໍ່​ອາ​ຊະ​ຍາ​ກຳ​ສູງ.

US Japan
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG