ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ຈະຊ່ອຍເຫຼືອ 15 ລ້ານ 5 ແສນໂດລາ ເພື່ອຕໍ່ສູ້ ຕ້ານກຸ່ມລັດອິສລາມ


ທ່ານ Fumio Kishida ຮັບຟັງຄຳຖາມ ຈາກຜູ້ຄົນ ໃນສຳນັກ
ງານນາຍົກລັດຖະມົນຕີ ທີ່ໂຕກຽວ.
ທ່ານ Fumio Kishida ຮັບຟັງຄຳຖາມ ຈາກຜູ້ຄົນ ໃນສຳນັກ ງານນາຍົກລັດຖະມົນຕີ ທີ່ໂຕກຽວ.

ຍີ່ປຸ່ນ ​ໄດ້ໃຫ້ຄຳໝັ້ນສັນຍາ​ທີ່​ຈະ​ໃຫ້ເງິນຊ່ວຍ​ເຫຼືອ​ແກ່ບັນດາ
​ປະ​ເທດ​ໃນ​ພາກຕາ​ເວັນ​ອອກ​ກາງແລະອາ​ຟຣິກາ ​ໃນມູນ​ຄ່າ
15 ລ້ານ 5 ​ແສນໂດລາ ​ທີ່ພວມ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງຈາກ
​ກຸ່ມ​ລັດ​ອິສລາມ.

​ລັດຖະມົນຕີການ​ຕ່າງປະ​ເທດ​ຂອງ​ຍີ່​ປຸ່ນ ທ່ານ Fumio Kishida
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ​ເງິນ​ຊ່ວຍ​ເຫຼືອດັ່ງກ່າວ ຈະ​ສະໜັບ
ສະໜຸນ​ໃນ​ຄວາມ​ພະຍາຍາມຕໍ່ຕ້ານພວກກໍ່​ການ​ຮ້າຍ ຊຶ່ງ​ຮວມ
ທັງ ການ​ເພີ້​ມການ​ຄວບ​ຄຸມຊາຍ​ແດນ ​ແລະ ​ຄວາມສາມາດໃນ
ດ້ານການສືບສວນ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ກະຊວງການ​ຕ່າງປະ​ເທດກ່າວ​ວ່າ ລາຍ​ລະອຽດ​ຂອງ​ການ​ຊ່ອຍ​ ເຫຼືອ​ທັງຫຼາຍ​ນີ້ ຈະ​ເປີດ​ເຜີຍໂດຍ​ຮອງລັດຖະມົນຕີການ​ຕ່າງປະ​ເທດ ທ່ານ Yasuhide ​ໃນ​ກອງ​ປະຊຸມ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍນາໆ​ຊາດ ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນດີ​ຊີ ​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້.

​ເງິນຊ່ວຍເຫລືອຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍດັ່ງກ່າວ ​ແມ່ນ​ໃຫຍ່​ເປັນ​ສອງ​ເທົ່າ ຂອງຈຳນວນ​ທີ່
ທ່ານ Kishida ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາໄວ້ກ່ອນ​ໜ້າ​ນີ້ ໃນ​ຂະນະ​ທີ່​ທ່ານ​ທຳ​ການ​ຢ້ຽມຢາມນະ​ຄອນ​ Brussels ​ເດືອນ​ແລ້ວ​ນີ້. ​ນອກນັ້ນ ​ໂຕ​ກຽວ​ຍັງ​ໄດ້​ໃຫ້ຄຳໝັ້ນສັນຍາ​ວ່າ​ຈະ​ໃຫ້​ເງິນ​
​ໃນ​ຈຳນວນ 200 ລ້ານ​ໂດ​ລາ ​ເພື່ອຊ່ອຍ​ເຫຼືອ​ພວກ​ອົບພະຍົບ ທີ່ຫລົບ​ໜີ ອອກ​ຈາກ​ຂົງ​ເຂດ ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ລັດ​ອີສລາມ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ປະຕິຍານ ທີ່ຈະເອົາມາດຕະການຕອບໂຕ້
ຢ່າງ​ແຂງ​ຂັນ ຕໍ່ພວກຕໍ່ສູ້​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອີສລາມ ທີ່ໄດ້​ຕັດ​ຄໍ​ຕົວ​ປະກັນ​ຊາວ​ຍີ່ປຸ່ນ 2 ຄົນ ທີ່​ເປັນ​ນັກ​ຂ່າວ​ແລະ​ໝູ່ເພື່ອນ​ຂອງ​ລາວ ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມານີ້.

XS
SM
MD
LG