ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ຍີ່ປຸ່ນ ເດີນທາງ ໄປຈໍແດນ ເພື່ອຫາທາງ ໃຫ້ປ່ອຍ ໂຕປະກັນ ຍີ່ປຸ່ນ


ພວກປະທ້ວງ ພາກັນຮ້ອງໂຮຢູ່ຕໍ່ໜ້າບ້ານພັກ ນາຍົກລັດຖະມົນຕີ ທີ່ນະຄອນໂຕກຽວ ເພື່ອໃຫ້ຫາທາງປ່ອຍໂຕ ທ້າວ Goto.
ພວກປະທ້ວງ ພາກັນຮ້ອງໂຮຢູ່ຕໍ່ໜ້າບ້ານພັກ ນາຍົກລັດຖະມົນຕີ ທີ່ນະຄອນໂຕກຽວ ເພື່ອໃຫ້ຫາທາງປ່ອຍໂຕ ທ້າວ Goto.

ຮອງ​ລັດ​ຖະມົນ​ຕີຕ່າງປະ​ເທດຍີ່ປຸ່ນຊຶ່ງໄດ້​ເດີນທາງໄປປະ​ເທດ
ຈໍ​ແດນ ​ເພື່ອ​ກຳກັບນຳການດຳເນີນຄວາມ​ພະ​ຍາ​ຍາມເພື່ອໃຫ້
ມີການປ່ອຍ​ໂຕ​ປະກັນຍີ່​ປຸ່ນ ທີ່​ຖືກ​ຈັບ​ໂຕ​ໄວ້​ ໂດຍກຸ່ມຫົວ​ຮຸນ
​ແຮງຈັດລັດ​ອິສລາມນັ້ນ ກ່າວວ່າ ລັດຖະບານ​ ກຳລັງ​ປະຕິບັດ​
ງານ 24 ຊົ່ວ​ໂມງ​ຕໍ່​ມື້ ເພື່ອໃຫ້ມີການປ່ອຍໂຕປະກັນຊາວຍີ່ປຸ່ນ
ຄົນນີ້. ​

ຮອງ​ລັດ​ຖະມົນ​ຕີຕ່າງປະ​ເທດຍີ່ປຸ່ນ ທ່ານ Yasuhide Naka-
yama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່ນະຄອນ
Amman ວ່າ ບັນດາ​ຜູ້​ເຈລະຈາ​ຂອງຍີ່ປຸ່ນ ຈະ​ບໍ່​ຍິນ​ຍອມ ​ຈົນ​
ກວ່າ​ວ່າ​ໂຕ​ປະກັນ ຄືນັກ​ຂ່າວ Kenji Goto ​ຖືກປ່ອຍເປັນ​ອິດ
ສະລະແລ້ວ. ທ່ານກ່າວ​ວ່າ ທ່ານ​ຫວັງ​ວ່າ ທັງ​ທ່ານ Goto ​ແລະ​ນັກ​ບິນ​ຈໍ​ແດນ ທີ່​ກຳລັງ​ຖືກ​
ກັກ​ຂັງ​ໂດຍພວກ​ຫົວ​ຮຸນ​ແຮງ​ຈັດ ຈະ​ໄດ້​ກັບຄືນ​ບ້ານເກີດ.

ທ່ານ Nakayama ​ໄດ້​ປະ​ຕິ​ເສດ​ບໍ່ຍອມໃຫ້​ລາຍ​ລະອຽດ​ໃດໆ​ກ່ຽວກັບສິ່ງທີ່ໄດ້ ດຳເນີນ
ການ​ໄປ​ແລ້ວ​ນັ້ນ ​ໃນ​ຄວາມ​ພະຍາຍາມ​ເພື່ອໃຫ້ມີການປ່ອຍ​ໂຕ​ປະກັນ​.

ບັນດາ​ຜູ້​ຈັບ​ໂຕ​ປະກັນ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ ຜູ້ໂຈມຕີດ້ວຍລະ​ເບີດ​ສະລະ​ຊີບຄົນນຶ່ງ
ທີ​ຄິດ​ຄຸກ​ຢູ່​ໃນຈໍແດນ ​ເພື່ອ​ການ​ແລກ​ປ່ຽນ​ກັບໂຕ​ປະກັນ.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮ້ອງ​ການ​ຕັດ
ຫົວຊາວຍີ່ປຸ່ນ ທີ່​ຖືກ​ຈັບ​ ຄືທ້າວ Huruna Yukawa ​ໂດຍ​ກຸ່ມ​ອິສລາມນັ້ນ​ວ່າ “ເປັນຄວາມ
ເຈັບແຄ້ນຢ່າງ​ຮ້າຍ​ແຮງ ​ແລະ​ຮັບເອົາບໍ່ໄດ້.”

ຜູ້ນຳ​ຍີ່ປຸ່ນ ​ໄດ້​ກ່າວ​ຕໍ່​ອົງການ​ກະຈາຍສຽງ NHK ວ່າ ຍີ່ປຸ່ນ ຈະ​ບໍ່​ຍິນ​ຍອມ​ໃຫ້​ພວກ​ກໍ່​ການ
​ຮ້າຍ ​ແລະ​ທ່ານ​ຮຽກຮ້ອງ​ໃຫ້ປ່ອຍ​ໂຕ ທ້າວ Kenji Goto ​ໂ​ດຍ ທັນທີ. ທ້າວ Goto ​ໄດ້​
ຖືກ​ຈັບ ​ໃນ​ຂະນະ​ທີ່​ພວມພະຍາຍາມໄປຊ່ວຍ​ກູ້​ໄພທ້າວ Yakawa ຢູ່​ໃນ​ຊີ​ເຣຍ ​ໃນ​ເດືອນ
ຕຸລາຜ່ານມາ.

ISLAMIC STATE JAPAN SOTVO
please wait

No media source currently available

0:00 0:00:40 0:00

XS
SM
MD
LG