ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍິ່ປຸ່ນໄວ້ອາໄລແກ່ ພວກເຄາະຮ້າຍຈາກ ການຖິ້ມລະເບີດນິວເຄລຍ ໃສ່ Hiroshima (ວີດີໂອ)


ແມ່ຍິງຍິ່ປຸ່ນຄົນນຶ່ງ ນົບໄຫວ້ເຖິງດວງວິນຍານ ຂອງບັນດາຜູ້ເສຍ ຊີວິດ ທີ່ສວນ ສັນຕິພາບ ທີ່ເປັນອະນຸສອນສະຖານ ຂອງການຖີ້ມ ລະເບີດນິວເຄລຍ ໃສ່່ເມຶອງ Hiroshima ໃນປີ 1945, ວັນທີ 6 ສິງຫາ 2014.
ແມ່ຍິງຍິ່ປຸ່ນຄົນນຶ່ງ ນົບໄຫວ້ເຖິງດວງວິນຍານ ຂອງບັນດາຜູ້ເສຍ ຊີວິດ ທີ່ສວນ ສັນຕິພາບ ທີ່ເປັນອະນຸສອນສະຖານ ຂອງການຖີ້ມ ລະເບີດນິວເຄລຍ ໃສ່່ເມຶອງ Hiroshima ໃນປີ 1945, ວັນທີ 6 ສິງຫາ 2014.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinto Abe ​ໄດ້​ຮັບປາກ​ທີ່
​ຈະ​ທຳ​ງານ​ເພື່ອ​ສົ່ງ​ເສີມ​ ​ໂລກທີ່ປາ​ດສະ​ຈາກ​ອາວຸດນິວ​ເຄລຍ
​ໃນ​ຂະ​ນະ​ທີ່​ປະ​ເທດ​ຂອງ​ທ່ານ ​ປະກອບ​ພິທີເປັນ​ຂີດ​ໝາຍ
ຄົບຮອບ 69 ປີຂອງ​ການ​ຖີ້ມລະ​ເບີດ​ປາລະ​ມະນູ ​ໃສ່ນະຄອນ
Hiroshima.

​ໃນ​ການກ່າວ​ຢູ່ພິທີ​ໃນ​ວັນ​ພຸດ​ມື້​ນີ້ ຢູ່ສວນ​ສັນຕິພາບ ຫລື
Peace Park ຂອງ​ນະຄອນ Hiroshima ທາງພາກ​ໃຕ້​ ຂອງ
​ຍີ່ປຸ່ນ​ນັ້ນ ນາຍົກລັດຖະມົນຕີ Abe ​ໄດ້​ຊີ້​ອອກວ່າ ​ຍີ່ປຸ່ນ ເປັນ​
ປະ​ເທດ​ດຽວ​ໃນ​ໂລກ ​ທີ່ໄດ້​ຮັບ​ຄວາມ​ທໍລະມານ ຈາກການ
​ໂຈມ​ຕີ​ດ້ວຍ​ອາວຸດ​ນິວ​ເຄລຍ.

ຝູ​ງຊົນປະມານ 45.000 ຄົນ ຮວມທັງພວກ​ຜູ້​ລອດ​ຊີວິດຈາກ​ການ​ໂຈມ​ຕີ ​ໄດ້​ພາກັນໄວ້
ອາ​ໄລ ຢືນ​ຢູ່​ໃນຄວາມສະຫ​ງົບເປັນ​ເວລາ​ນຶ່ງ​ນາ​ທີ ​ໃນ​ເວລາ 8:15 ຕອນ​ເຊົ້າຕາມ​ເວລາ​
ທ້ອງ​ຖິ່ນ ຊຶ່ງກົງ​ກັບ​ເວລາທີ່ ​ເຮືອບິນຖີ້ມລະ​ເບີດ ອາ​ເມຣິກັນ B-29 ​ໄດ້​ຖິ້ມລະ​ເບີດລູກນຶ່ງ​
ລົງ​ໃສ່ Hiroshima.

JAPAN HIROSHIMA VOSOT
please wait
Embed

No media source currently available

0:00 0:00:49 0:00

​ຄາດຄະ​ເນ​ກັນ​ວ່າ ພາຍໃນທ້າຍປີ 1945 ຈຳ​ນວຍ​ຜູ້​ເສຍຊີວິດ​ຈາກ​ການ​ໂຈມ​ຕີ ​ມີ​ເຖິງ
140,000 ຄົນ​. ອີກ 70,000 ຄົນ​ໄດ້​ເສຍ​ຊີວິດ ຍ້ອນ​ການ​ຖີ້ມລະ​ເບີດ ປາລະ​ມະນູ ລົງ
​ໃສ່​ ນະຄອນ Nagasaki ​ສາມ​ມື້​ຕໍ່​ມາ.

ສະຫະລັດ​ ​ໄດ້​ໂຕ້​ຖຽງ​ວ່າ ການ​ໂຈມ​ຕີແມ່ນ​ເປັນ​ທີ່​ຈຳ​ເປັນ ​ເພື່ອ​ເຮັດ​ໃຫ້ ສົງ​ຄາມ​ໂລກ
ຄັ້ງທີ​ສອ​ງ ​ສີ້ນສຸດລົງ​ໂດຍ​ໄວ. ຫົກ​ມື້​ຫລັງ​ຈາກ​ການ​ໂຈມ​ຕີນະຄອນ Nagasaki ຍີ່ປຸ່ນ
ກໍ​ໄດ້​ຍອມ​ແພ້ ​ແລະ​ສົງ​ຄາມ​ໄດ້​ສີ້​ນສຸດລົງ.

ລາຍງານວີດີໂອ ກ່ຽວກັບຄັງແສງອາວຸດນິວເຄລຍ ຂອງໂລກ:

Cold War Deterrent Poses New World Safety Concerns
please wait

No media source currently available

0:00 0:03:03 0:00

XS
SM
MD
LG