ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມີການປະທ້ວງຢູ່ຍີ່ປຸ່ນ ຕໍ່ໂຄງການ ພະລັງງານ ນີວເຄລຍ


ພວກປະທ້ວງໂຮມຊຸມນຸມ ຢູ່ນອກສໍານັກງານຂອງ ນາຍົກລັດຖະມົນຕີ Yoshihiko Noda ເພື່ອທໍາການຮຽກຮ້ອງ ໃຫ້ຢຸດເຊົາໃຊ້ໄຟຟ້າ ທີ່ປັ່ນດ້ວຍພະລັງນິວເຄລຍ.
ພວກປະທ້ວງໂຮມຊຸມນຸມ ຢູ່ນອກສໍານັກງານຂອງ ນາຍົກລັດຖະມົນຕີ Yoshihiko Noda ເພື່ອທໍາການຮຽກຮ້ອງ ໃຫ້ຢຸດເຊົາໃຊ້ໄຟຟ້າ ທີ່ປັ່ນດ້ວຍພະລັງນິວເຄລຍ.
ພວກປະທ້ວງໄດ້ພາກັນໄປໂຮມຊຸມນຸມຢູ່ທາງນອກບໍເວນ
ເດີ່ນສະພາແຫ່ງຊາດຍີ່ປຸ່ນ ໃນວັນອາທິດມື້ນີ້ ຮຽກຮ້ອງໃຫ້ ລັດຖະບານເຊົາເຮັດໂຄງການພະລັງງານນີວເຄລຍ ລຸນຫລັງ ທີ່ເກີດວິກິດການຂອງໂຮງງານນີວເຄລຍ Fukushima ໃນ
ປີກາຍນີ້.

ພວກຈັດຕັ້ງແນວໂຮມຕໍ່ຕ້ານນີວເຄລຍເວົ້າວ່າ ພວກນັກເຄື່ອນ
ໄຫວຈະພາກັນ ໂຮມຊຸມນຸມຢູ່ນອກໂຮງການລັດຖະບານ
ຫລາຍໆແຫ່ງ ລວມທັງໂຮງການຂອງນາຍົກລັດຖະມົນຕີນໍາ
ໃນວັນອາທິດມື້ນີ້ ຮຽກຮ້ອງໃຫ້ຢຸດເຊົາໃຊ້ໄຟຟ້າທີ່ປັ່ນດ້ວຍ
ພະລັງນິວເຄລຍນັ້ນ.

ພວກເຂົາເຈົ້າໄດ້ສະແດງຄວາມຢ້ານກົວອອກມາວ່າ ມັນຈະ
ເປັນເກີດເຫດການ ລະລາຍຂອງໂຮງງານພະລັງງານນີວເຄລຍ Fukushima Daichi
ໃນປີກາຍນັ້ນຄືນມາອີກ ທີ່ເກີດຂຶ້ນຍ້ອນແຜ່ນດິນໄຫວຮ້າຍແຮງ ທີ່ຕິດຕາມມາດ້ວຍຟອງ ຍັກສຸນາມິ.

ອຸປະຕິເຫດດັ່ງກ່າວ ໄດ້ເຮັດໃຫ້ຍີ່ປຸ່ນຕ້ອງອັດເຕົາແຍກນີວເຄລຍ ທີ່ກໍາລັງ ທໍາງານຢູ່ນັ້ນ 50 ໜ່ວຍ ອອກຈາກລະບົບການບໍລິການ.

ທາງດ້ານລັດຖະບານກໍໄດ້ສັນຍາວ່າ ຈະທໍາການຫັນປ່ຽນໄປໃຊ້ແຫລ່ງພະລັງງານ ທີ່ສາ ມາດໝູນໃຊ້ຄືນໄດ້ ເຊັ່ນ ພະລັງງານຈາກແສງອາທິດ ແລະລົມ ແຕ່ກໍບໍ່ໄດ້ໃຫ້ກໍານົດ
ຕາລາງເວລາ ສໍາລັບການຫັນປ່ຽນນັ້ນແຕ່ຢ່າງໃດ.
XS
SM
MD
LG