ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນໂຈະ ການປະຕິບັດງານ ຟື້ນຟູນໍ້າເສຍ


ຖັງເກັບຊົ່ວຄາວ ນໍ້າເສຍທີ່ມີກຳມັນຕະພາບລັງສີ ໃນລະດັບຕໍ່າ ແລະລະດັບປານກາງ ຈາກໂຮງໄຟຟ້ານິວເຄລຍ Fukushima (17 ມິຖຸນາ 2011)
ຖັງເກັບຊົ່ວຄາວ ນໍ້າເສຍທີ່ມີກຳມັນຕະພາບລັງສີ ໃນລະດັບຕໍ່າ ແລະລະດັບປານກາງ ຈາກໂຮງໄຟຟ້ານິວເຄລຍ Fukushima (17 ມິຖຸນາ 2011)

ຜູ້ດຳເນີນກິດຈະການໂຮງງານໄຟຟ້ານິວເຄລຍ Fukushima ທີ່ໄດ້ຮັບຄວາມເສຍຫາຍ
ຂອງຍີ່ປຸ່ນໄດ້ໂຈະຂັ້ນຕອນເພື່ອເຮັດໃຫ້ນໍ້າທີ່ມີກຳມັນຕະພາບລັງສີ 110,000 ໂຕນກາຍ
ເປັນນໍ້າທີ່ສະອາດບໍ່ມີສານພິດເຈືອປົນ.

ເຈົ້າໜ້າທີ່ຂອງບໍລິສັດໄຟຟ້າໂຕກຽວຫຼື TEPCO ກ່າວໃນວັນເສົາມື້ນີ້ວ່າ ການປະຕິບັດ
ງານໄດ້ຢຸດຕິລົງພຽງ 5 ຊົ່ວໂມງ ຫຼັງຈາກລະບົບທຳຄວາມສະອາດນໍ້າ ໄດ້ເລີ່ມລົງມືດຳ
ເນີນການ.

ເຈົ້າໜ້າທີ່ບໍລິສັດ TEPCO ເວົ້າວ່າ ທາດ cesium ອັນເປັນພາກສ່ວນຂອງລະບົບທຳ
ຄວາມສະອາດທີ່ດູດເອົາກຳມັນຕະພາບລັງສີນັ້ນ ໄດ້ບັນລຸຂີດຄວາມສາມາດແລ້ວ ແລະ
ຈຳເປັນຕ້ອງໄດ້ມີການປ່ຽນໃໝ່ ໄວກວ່າທີ່ໄດ້ຄາດໝາຍໄວ້.

ໂຄສົກຂອງບໍລິສັດ TEPCO ກ່າວຕໍ່ກອງປະຊຸມນັກຂ່າວໃນວັນເສົາມື້ນີ້ວ່າ ສາເຫດ ຂອງບັນຫາດັ່ງກ່າວພວມໄດ້ຮັບການສຶກສາເບິ່ງຢູ່ແລະໂຄສົກບໍ່ໄດ້ແຈ້ງໃຫ້ຮູ້ວ່າເວລາ ໃດການປະຕິບັດງານຈຶ່ງຈະເລີ່ມຄືນໃໝ່.

XS
SM
MD
LG