ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນປະກາດວ່າ ໂຮງໄຟຟ້ານິວເຄລຍ ທີ່ປະສົບບັນຫາ ມີສະພາບທຸ່ນທ່ຽງແລ້ວ


ຍີ່ປຸ່ນປະກາດວ່າ ໂຮງໄຟຟ້ານິວເຄລຍ ທີ່ປະສົບບັນຫາ ມີສະພາບທຸ່ນທ່ຽງແລ້ວ
ຍີ່ປຸ່ນປະກາດວ່າ ໂຮງໄຟຟ້ານິວເຄລຍ ທີ່ປະສົບບັນຫາ ມີສະພາບທຸ່ນທ່ຽງແລ້ວ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວວ່າ ໂຮງໄຟຟ້ານິວເຄລຍ Fu-
kushima ທີ່ໄດ້ຮັບຄວາມເສຍຫາຍນັ້ນໄດ້ກ້າວເຂົ້າສູ່ສະພາບທຸ່ນທ່ຽງຫຼືການອັດລົງແບບ
Cold Shutdown ຊຶ່ງເຮັດໃຫ້ໄພພິບັດທາງດ້ານນິວເຄລຍຂອງຍີ່ປຸ່ນຢູ່ພາຍໃຕ້ການຄວບ
ຄຸມເປັນເທື່ອທຳອິດນັບແຕ່ໂຮງໄຟຟ້າດັ່ງກ່າວໄດ້ປະສົບກັບໄພແຜ່ນດິນໄຫວແລະຟອງຍັກ
ສຸນາມິໃນວັນທີ 11 ມີນາຜ່ານມາ.

ທ່ານ Noda ໄດ້ທຳການປະກາດໃນລະຫວ່າງການປະຊຸມຂອງໜ່ວຍປະຕິບັດການຮັບມື
ກັບໄພນິວເຄລຍ ໃນວັນສຸກມື້ນີ້.

ການສ້າງຄວາມທຸ່ນທ່ຽງໃຫ້ແກ່ເຕົາແຍກ ຊຶ່ງແກນໄດ້ລະລາຍນັ້ນ ສົ່ງກຳມັນຕະພາບລັງສີ
ອອກສູ່ອາກາດແລະທະເລແມ່ນເປັນຂີດໝາຍໃນການສິ້ນສຸດລົງຂອງບາດກ້າວທີສອງເພື່ອ
ທຳຄວາມສະອາດມ້ຽນມັດ. ບາດກ້າວຂັ້ນທີສາມ ແມ່ນຈະພົວພັນກັບການປົດປະຈຳການ
ເຕົາແຍກທີ່ໄດ້ຮັບຄວາມເສຍຫາຍ ຊຶ່ງເປັນຂັ້ນຕອນທີ່ພວກນັກຊ່ຽວຊານຄາດວ່າຈະໃຊ້ເວ
ລາຫຼາຍໆທົດສະວັດ.

ການປະກາດປິດລົງແບບ Cold Shutdown ແມ່ນເປັນເງື່ອນໄຂລ່ວງໜ້າຂອງລັດຖະບານ
ເພື່ອອະນຸຍາດໃຫ້ບາງສ່ວນ ຂອງປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ຖືກສັ່ງໃຫ້ຍົກຍ້າຍ
ໜີນັ້ນ ກັບຄືນບ້ານເດີມໄດ້. ແຕ່ແນວໃດກໍຕາມຍັງມີບາງເຂດທີ່ຕ້ອງຫ້າມຢູ່ອ້ອມແອ້ມເຕົາ
ແຍກທີ່ໄດ້ຮັບຄວາມເສຍຫາຍເຫຼົ່ານີ້ເປັນເວລາຕື່ມອີກຫຼາຍໆສິບປີ.

XS
SM
MD
LG