ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກຊ່ຽວຊານນີວເຄລຍ ເລີ້ມເດີນທາງໄປຮອດຍີ່ປຸ່ນ


ທ່ານ Mike Weightman, ຫົວໜ້າກວດການີວເຄລຍອັງກິດ
ເດີນທາງໄປຮອດຍີ່ປຸ່ນ,
ວັນທີ 23 ພຶດສະພາ 2011
ທ່ານ Mike Weightman, ຫົວໜ້າກວດການີວເຄລຍອັງກິດ ເດີນທາງໄປຮອດຍີ່ປຸ່ນ, ວັນທີ 23 ພຶດສະພາ 2011

ບັນດາ​ນັກ​ຊ່ຽວຊານ​ດ້ານ​ນີວ​ເຄລຍຈາກ​ນາໆ​ຊາດໄດ້​ເລີ້ມ​ເດີນທາງ​ໄປ​ຮອດ​ຍີ່​ປຸນ​ແລ້ວ​ ເພື່ອ​ທໍາ​ການ​ສືບສວນ​ກ່ຽວ​ກັບສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄພ​ຫາ​ຍະ​ນະ​ທີ່​ໂຮງ​ໄຟຟ້ານີວ​ເຄລຍ Fukushima ​ແລະ​ສະ​ເໜີ​ຄໍາແນະ​ນໍາ​ຕ່າງໆ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດເຫດການ​ເຊ່ນ​ນີ້​ ​ຂຶ້ນ​ອີກ​ໃນ​ອະນາຄົດ​.

ນັກ​ຊ່ຽວຊານ 6 ທ່ານ​ຈາກ​ອົງການພະລັງ​ປະລະມະ​ນູສາກົນ ຫລື IAEA ເດີນທາງ​ໄປ​ຮອດ​ຍີ່ປຸ່ນ​ໃນ​ວັນ​ຈັນ​ມື້​ນີ້ ​ຈາກ​ສໍານັກງານ​ໃຫຍ່ ຂອງອົງການ​ທີ່​ກຸງ​ວຽນ​ນາ​. ຈະ​ມີ​ພວກ​ນັກ​ຊ່ຽວຊານ​ອື່ນໆ​ອີກ 14 ຄົນ ຈາກ 12 ປະ​ເທດໄປ​ສົມທົບ​ກັບ​ພວກ​ນັກ​ຊ່ຽວຊານ​ເຫລົ່າ​ນີ້ ​ເພື່ອ​ທໍາ ການ​ສືບສວນ​ ​ທີ່​ຈະ​ເລີ້ມ​ຕົ້ນ​ຕັ້ງ​ແຕ່​ວັນ​ອັງຄານ​ມື້​ອື່ນ​ນີ້ ​ໄປ​ຈົນ​ຮອດ​ວັນ​ທີ 2 ມິຖຸນາ​ເດືອນ​ໜ້າ.

ພວກ​ນັກ​ຊ່ຽວຊານ ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Mike Weight-man ຫົວໜ້າ​ກວດກາ​ນີວ​ເຄລຍອັງກິດ ​ຈະ​ພາກັນ​ໃຊ້​ເວລາ​ສ່ວນໃຫຍ່​ໃນ​ກຸງ​ໂຕ​ກຽວ ​ແຕ່​ຄາດ​ວ່າ ຈະ​ໄປ​ຢ້ຽມຢາມ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ທີ່​ມີ​ກໍາ​ມັນ​ຕະພາບ​ລັງສີ​ຮົ່ວ​ໄຫລ​ອອກ​ມາ​ຕັ້ງ​ແຕ່​ວັນ​ທີ 11 ​ເດືອນ​ມີນາ​ ​ເວລາ​ຖືກຄື້ນຟອງ​ສຸນາ​ມິທໍາລາຍ​ລະ​ບົບ​ທໍາ​ຄວາມ​ເຢັນ ​ແລະ​ກໍ່​ໃຫ້​ເກີດວິ​ກິດ​ການ​ດ້ານ​ນີວ​ເຄລຍຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ ນັບ​ແຕ່​ວິ​ກິດ​ການ​ໂຮງ​ໄຟຟ້າ​ນີວ​ເຄລຍທີ່ Chernobyl ປະ​ເທດຣັດ​ເຊຍນັ້ນ.

ທີ​ມນັກ​ຊ່ຽວຊານ​ນີ້ຈະ​ນໍາ​ຜົນ​ການ​ສືບສວນ​ຂອງພວກ​ເຂົາ​ເຈົ້າ​ໄປສະເໜີ​ຕໍ່ກອງ​ປະຊຸມ​ພິ​ເສດ
ລະດັບ​ລັດຖະມົນຕີ​ຂອງບັນດາປະ​ເທດ​ສະມາຊິກ​ຂອງ​ອົງການ IAEA ທີ່​ກຸງ​ວຽນ​ນາ​ ໃນ​ທ້າຍ​
ເດືອນ​ມີ​ຖຸນາ​ໜ້າ​ນີ້.

XS
SM
MD
LG