ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນເປີດໂຮງໄຟຟ້ານີວເຄຍ Fukushima ໃຫ້ນັກຂາວເບິ່ງ ເປັນຄັ້ງທໍາອິດ


ບັນດາເຈົ້າໜ້າທີ່ຍີ່ປຸນພາພວກນັກຂ່າວໄປເບິ່ງໂຮງໄຟຟ້ານີວເຄລຍ Fukushima ຄັ້ງທໍາອິດ.
ວັນທີ 12 ພະຈິກ 2011.
ບັນດາເຈົ້າໜ້າທີ່ຍີ່ປຸນພາພວກນັກຂ່າວໄປເບິ່ງໂຮງໄຟຟ້ານີວເຄລຍ Fukushima ຄັ້ງທໍາອິດ. ວັນທີ 12 ພະຈິກ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ໄດ້​ນໍາພາ​ພວກ​ນັກ​ຂ່າວ​ຈຸ​ນຶ່ງ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ໂຮງ​ໄຟຟ້າ​ນີວ​ເຄລຍ
Fukushima ທີ່​ຍັງ​ໃນ​ສະພາບ​ເປ້ຍ​ລ່ອຍນັ້ນ ເປັນ​ເທື່ອ​ທໍາ​ອິດ​ໃນ​ວັນ​ເສົາ​ມື້​ນີ້​ ​ເພື່ອ​ສະ​ແດງ
​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ ສະຖານະ​ການ​ໃນ​ໂຮງ​ໄຟຟ້າ​ມີ​ສະຖຽນ​ລະ​ພາບ​ແລ້ວ ນັບ​ແຕ່ໄດ້​ຖືກ
ທໍາລາຍ​ແລະ​ເສຍ​ຫາຍ​ ຍ້ອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງຍັກ​ສຸ​ນະ​ມິ ໃນ​ວັນ​ທີ 11 ມີນາ​
ຜ່ານ​ມາ​ນັ້ນ.

ພວກ​ນັກ​ຂ່າວ​ໄດ້​ເຫັນ​ພວກ​ລົດ​ບັນທຸກ​ປີ້ນ​ຂວ້າມ ຍ້ອນ​ຄື້ນຟອງ​ສຸ​ນະ​ມີ ພວກ​ຕຶກ​ອາຄານ
​ຂອງ​ພວກ​ເຕົາແຍກ​ຫລື​ປະຕິ​ກອນ​ນີວ​ເຄລຍ​ແລະ​ກອງ​ຊາ​ກຫັກ​ພັງ​ທີ່​ຍັງ​ບໍ່​ມີ​ຫຍັງ​ໄປ​ແຕະ
ຕ້ອງ​ເທື່ອ ນັບ​ແຕ່​ຄື້ນຟອງ​ຍັກ​ສຸ​ນະ​ມິ​ປະ​ທະ​ມາ​ເມື່ອ 8 ​ເດືອນ​ປາຍ​ຜ່ານ​ມາ​.

XS
SM
MD
LG