ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນປະຕິເສດຕໍ່ການຂໍຮ້ອງ ຂອງເກົາຫຼີເໜືອ


ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Katsuya Okada
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Katsuya Okada

ຍີ່ປຸ່ນ ໄດ້ປະຕິເສດ ຕໍ່ການສະ​ແດງຄວາມສົນໃຈ ຂອງເກົາຫຼີ ເໜືອທີ່ຈະເປີດ ການເຈລະຈາ ສັນຕິພາບ 6 ຝ່າຍ ຄືນໂດຍ ໄວກ່ຽວກັບ ໂຄງການນິວເຄລຍ ຂອງພຽງຢາງນັ້ນ.

ການເຈລະຈາ 6 ຝ່າຍ ທີ່ພົວພັນກັບ ເກົາຫຼີທັງສອງ ຈີນ ສະຫະລັດ ຣັດເຊຍ ແລະຍີ່ປຸ່ນ ນັ້ນ ໄດ້ຕົກຢູ່ໃນ ສະພາບບໍ່ໄປບໍ່ມາ ນັບແຕ່ເກົາຫຼີເໜືອ ໄດ້ຢຸດເຊົາ ການເຂົ້າຮ່ວມປະຊຸມ ໃນເດືອນທັນວາ ປີ 2008.

ແຕ່ແນວໃດກໍຕາມ ສື່ມວນຊົນ ຂອງທາງການຈີນ ລາຍງານໃນມື້ວັນຈັນ ວານນີ້ວ່າ ຜູ້ນຳ ຂອງເກົາຫຼີເໜືອ ທ່ານກິມ ຈົງ ອິລ ທີ່ພວມຢ້ຽມຢາມຈີນ ໄດ້ກ່າວຕໍ່ ປະທານປະເທດຈີນ ທ່ານຫູ ຈິນ ເທົາວ່າ ທ່ານຢາກໃຫ້ມີການເລີ້ມ ການເຈລະຈາດັ່ງກ່າວ ຄືນໃໝ່.

ໃນການເຈລະຈາຫາລືກັບທູດພິເສດ ທາງດ້ານນິວເຄລຍຂອງຈີນ ທ່ານ Wu Dawei ທີ່ ພວມຢູ່ໃນລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນນັ້ນ ລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ທ່ານ Katsuya Okada ກ່າວວ່າ ມັນຍັງເປັນການໄວເກີນໄປ ທີ່ຈະເປີດການເຈລະຈາ 6 ຝ່າຍຄືນໃໝ່ ເມື່ອພິຈາລະນາເຖິງ ການທີ່ເກົາຫຼີໃຕ້ ຍັງຮັບມື ກັບການຫຼົ້ມ ຂອງກຳປັ່ນ ລົບຂອງຕົນຢູ່ນັ້ນ.

XS
SM
MD
LG