ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຍີ່ປຸ່ນປະທ້ວງແຜນການ ຂອງໄນກີ້


ຊາວຍີ່ປຸ່ນປະທ້ວງແຜນການ ຂອງໄນກີ້
ຊາວຍີ່ປຸ່ນປະທ້ວງແຜນການ ຂອງໄນກີ້

ວັນອາທິດມື້ນີ້ ພວກປະທ້ວງປະມານສອງຮ້ອຍຄົນພາກັນ ໂຮມຊຸມນຸມໃນກຸງໂຕກຽວ ເພື່ອປະທ້ວງແຜນການນຶ່ງຂອງ ບໍລິສັດຜະລິດເ ຄຶ່ອງກິລາໄນກີ້ຂອງສະຫະລັດ ທີ່ຈະເອົາ ພື້ນທີ່ຂອງສວນສາທາລະນະນ້ອຍໆແຫ່ງນຶ່ງ ມາສ້າງເປັນ ຍ່ານການຄ້າທີ່ຫລູຫລາລະດັບ​ສູງ ແລະ​ເຮັດ​ເປັນບ່ອນ ຫລິ້ນແປ້ນສະເກ໊ດ.

ພວກປະທ້ວງມີໂຮມທັງພວກໄຮ້ບ້ານຢູ່ອາໃສ ທີ່ຄັ້ງນຶ່ງເຄີຍ ໄດ້ອາໃສ ຢູ່ຕາມສວນສາທາລະນະ Miyashita ​ໃນ​ເຂດ ຄຸ້ມ Shibuya ນັ້ນ ແລະຜູ້ສະໜັບສະໜູນອີກຫລາຍຄົນ.

ພາຍໃຕ້ແຜນການທີ່​ວ່ານີ້ ບໍລິສັດໄນກີ້ຈະຈ່າຍເງິນໃຫ້ພວກ ເຈົ້າໜ້າທີ່ທ້ອງຖິ່ນປະມານ ສອງ​ແສນໂດລາຕໍ່ປີ ເປັນເວລາ ສິບປີ ​ເພື່ອ​ແລກກັບສິດທິໃນພື້ນທີ່ສວນສາທາລະນະ​ແຫ່ງ ນັ້ນ. ນອກນີ້ແລ້ວ ທາງບໍລິສັດຍັງຈະສ້າງເດີ່ນຫລິ້ນສະ ເກັດ ແລະກຳແພງປີນພູເຂົາຈໍາລອງອີກ.

ພວກອາໃສຢູ່ໃນທ້ອງຖິ່ນດັ່ງກ່າວບາງຄົນກໍເຫັນດີນໍາແຜນການນີ້ ແຕ່ພວກອື່ນໆເຫັນວ່າ ເປັນແຜນການ ເພື່ອກໍາຈັດພວກໄຮ້ບ້ານຢູ່ອາໃສຂອງກຸງໂຕກຽວ ຈຳນວນຫລາຍພັນ ຄົນທີ່ອາໃສຢູ່​ນໍາ​ຕູບ​ທີ່​ເຮັດ​ດ້ວຍເຈັ້ຍແຂງ ແລະພລາສຕິກ ຕາມສວນສາທາລະນະ​ແຫ່ງ​ຕ່າງໆ ​ແລະຢູ່ຕາມກ້ອງຂົວ ແລະ​ຕາມ​ສະຖານີລົດໄຟໃຕ້ດິນນັ້ນ.

ເຈົ້າໜ້າທີ່ທ້ອງຖິ່ນໄດ້ຂັບໄລ່ພວກໄຮ້ບ້ານຢູ່ອາໃສທັງຫລາຍນັ້ນ ​ໃຫ້ໜີອອກຈາກສວນສາທາ ລະນະດັ່ງກ່າວໄປແລ້ວ.

XS
SM
MD
LG