ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນຈະສ້າງເມືອງໃໝ່ ທັນສະໄໝທີ່ສຸດ ໃນເຂດທີ່ເສຍຫາຍ ຈາກຟອງສຸນາມິ (ເບິ່ງສະໄລດ໌)


ພື້ນທີ່ ທີ່ຖືກກະທົບເສຍຫາຍຍ້ອນໄພສຸນາມິໃນຍີ່ປຸ່ນເມື່ອປີຜ່ານມາ ທີ່ຈະ ຖືກສ້າງຂຶ້ນມາໃໝ່ເປັນຕົວເມືອງທີ່ທັນສະໄໝທີ່ສຸດໃນໂລກ
ພື້ນທີ່ ທີ່ຖືກກະທົບເສຍຫາຍຍ້ອນໄພສຸນາມິໃນຍີ່ປຸ່ນເມື່ອປີຜ່ານມາ ທີ່ຈະ ຖືກສ້າງຂຶ້ນມາໃໝ່ເປັນຕົວເມືອງທີ່ທັນສະໄໝທີ່ສຸດໃນໂລກ

ຍີ່ປຸ່ນ​ກໍາລັງ​ວາງ​ແຜນການ​ທີ່​ຈະ​ສ້າງ​ຫົກ​ເມືອງ​ທີ່​ປະຢັດ​ແຮງ​ງານ ທີ່​​ເອີ້ນ​ວ່າ “​ເມືອງ​ໃນ​ອະນາຄົດ” ຢູ່​ໃນ​ເຂດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃຫຍ່​ຫລວງ ​ຍ້ອນ ໄພ​ແຜ່ນດິນ​ໄຫວ​ຄວາມ​ແຮງ 9 ຮິ​ກ​ເຕີ ​ແລະ​ຄື້ນຟອງ​ສຸນາ​ມິ​​ ເມື່ອ​ປີຜ່ານ​ມາ​ນີ້. ​ແຕ່​ກໍ​ຍັງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຂອບ​ເຂດ​ແລະ​ຄວາມຢືນຍົງ​ຂອງ​ ໂຄງການ​ດັ່ງກ່າວ ​ແລະກ່ຽວ​ກັບ​ວ່າ​ ບໍລິສັດ​ນາໆ​​ຊາດ​ຈະຖືກ​ກີດ​ກັນ​ ​ບໍ່​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ໂຄງການ​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve Herman ລາຍ​ມາ​ຈາກ​​ເມືອງ Fukushima ຍີ່ປຸ່ນ ດັ່ງທອງ​ປານຈະ​ນໍາມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່ ​ໄປ

ຫລັງ​ຈາກ​ໄພຄື້ນຟອງ​ສຸນາ​ມິ​ໄດ້​ພັດ​ເອົາປະຊາ​ຄົມຫລາຍໆ​ແຫ່ງ​ແລະ​ຜູ້​ຢູ່​ອາ​ໃສ​ຫລາຍ​ຄົນ
ໄປ ເມື່ອ​ວັນ​ທີ່ 1 ​ເດືອນ​ມີນາ​ປີຜ່ານມາ ຫລາຍ​ຄົນ​ໆຢ້ານ ວ່າ ​ບາງເມືອງ​ຈະຫາຍ​ສາບ​
ສູນ​ໄປເລີຍ. ​ແຕ່​ມາບັດ​ນີ້ ຍີ່ປຸ່ນກໍາລັງວາງ​ແຜນການ​ທີ່​ຈະ​ຟື້ນ​ຟູບາງ​ປະຊາ​ຄົມຄືນ​ມາ​ໃໝ່
ໃຫ້​ເປັນ​ຊຸມ​ຊົນ​ທີ່ປະຢັດ ພະລັງງານ ຊຶ່ງບາງ​ຄວາມ​ຄິດແມ່ນ​ໃຫຍ່​ໂຕ​ທະ​ໂຫລານ​ຫລາຍ
ສົມຄວນ.

ສາມ​ຕົວ​ເມືອງ​ທີ່​ຖືກ​ກະ​ແສ​ນໍ້າ​ແຮງ​ສູງ​ພັດ​ເພພັງ​ຫາຍ​ສາບ​ສູນ​ໄປ​ພ້ອມໆ​ກັນ ກໍ​ຄື​ເມືອງ
Ofunato, Rikuzentakata ​ແລະ​ເມືອງ Sumida Kesen ນັ້ນ ຈະຖືກ​ຮວມ​ເອົາເຂົ້າ
ກັນ ມາເປັນເມືອງ​ທີ່​ໃຊ້ໂຄງການພະລັງງານແສງຕາ​ເວັນ ຫລື​ solar energy ທີ່ຍິ່ງ​ໃຫຍ່
ແຫ່ງ​ທໍາ​ອິດ​ຂອງ​ໂລກ ຊຶ່ງ​ຈະ​ແລ່ນດ້ວຍໝໍ້​ໄພ​ ຫລື​ ​ແບດ​ເຕີຣີ ທີ່​ຜະ​ລິດ​ໂດຍ​ບໍລິສັດ
ທ້ອງ​ຖິ່ນ.

ເມືອງ Kamaishi ນັ້ນ ວາງ​ແຜນ​ທີ່​ຈະ​ຜ​ະລິດກະ​ແສ​ໄຟຟ້າເອົາ​ເອງ ສໍາລັບ​ການຊົມ​ໃຊ້
ໃນທ້ອງຖິ່ນ​ ​ແລະເພື່ອ​ສ້າງ​ຕັ້ງ​ອຸດສາຫະກໍາ​ໃໝ່ໆ. ​ເມືອງ Higashi Matsushima ກໍ
ມີ​ແຜນ​ຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ກໍ່ສ້າງ​ທີ່ທັນ​ສະ​ໄໝລ່າສຸດ ​ເພື່ອ​ສ້າງປະຊາ​ຄົມ​ທີ່​ທົນ​ທານ​ຕໍ່​ໄພ​
ພິບັດ​ໄດ້. ສ່ວນ​ເມືອງ Iwanuma ກໍອາດ​ສາມາດ​ນໍາໃຊ້​ເສດ​ສິ່ງຫັກ​ພັງ​ຈາກ​ໄພພິບັດ​ທໍາ
ມະ​ຊາດ ແຜ່ນດິນ​ໄຫວ​ແລະ​ຟອງ​ຍັກ​ສຸ​ນາ​ມິ​ນັ້ນ ເພື່ອ​ພັດທະ​ນາ​ສະພາບ​ແວດ​ລ້ອມ​ທໍາ​
ມະ​ຊາດ​ຄືນ​ໃໝ່. ​ແລະ​ກໍ​ຍັງ​ຈະ​ຕິດ​ຕັ້ງຕາ​ນ່າງ​ສາຍ​ສົ່ງ​ກະ​ແສ​ໄຟຟ້າທີ່​ໃຊ້​ພະລັງງານ​ແສງ
ຕາ​ເວັນ.

ແລະ​ເມືອງ Shinichi ນັ້ນ ມີ​ແຜນ​ທີ່​ຈະ​ພັດທະນາ​ຕົນ​ເອງ​ໃຫ້ເປັນ​ສູນກາງ​ໂຄງ​ລ່າງ​ພື້ນ
ຖານ​ດ້ານຂໍ້​ມູນ​ ​ໃນ​ຂະນະ​ທີ່​ເມືອງ Minamisoma ກໍາລັງດໍາ​ເນີນ​ຄວາມພະຍາຍາມເພື່ອ
ຈະໃຫ້​ເປັນ​ເມືອງ​ ​ທີ່​ໃຊ້ລະບົບພະລັງງານໝຸນ​ວຽນ​ທີ່​ອາດ​ໃຊ້​ພະລັງງານ​ຈາກ​ກັງ​ຫົນ​ລົມ.

ເຊື້ອ​ໄຟ​ຈາກຊາກ​ສັດດຶກ​ດໍາ​ບັນທີ່​ນໍາ​ເຂົ້າຈາກ​ຕ່າງປະ​ເທດ ຍັງ​ຄົງ​ເປັນ​ພະລັງງານ​ທີ່ລໍ່​
ລ້ຽງເສດ​ຖະກິດຂອງ​ຍີ່ປຸ່​ນ​ເປັນສ່ວນ​ໃຫຍ່​ຢູ່​ໃນ​ເວລາ​ນີ້ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ນັບ​ຕັ້ງ​ແຕ່
ໂຮງງານ​ຜະລິດ​ກະ​ແສ​ໄຟ​ຟ້າ​ທີ່​ໃຊ້​ພະລັງນິວເຄລຍ ເກືອບ​ວ່າທັງ​ໝົດ​ຂອງ​ປະ​ເທດ ຍັງ​
ໃຊ້​ການ​ບໍ່​ໄດ້​ດ້ວຍ​ເຫດຜົນຕ່າງໆ​ກັນ​ຫລາຍ​ຢ່າງ. ​ເວລາ​ນີ້​ພວກ​ເຈົ້າໜ້າ​ທີ່​ກໍາລັງ​ຊອກ​ຫາ
ຄວາມ​ຄິດ​ທີ່​ໃຫຍ່​ໂຕ ສໍາລັບ​ນໍາ​ໃຊ້​ເປັນພະລັງງານ​ທາງ​ເລືອກ​ອື່ນ.

ໃນ​ກອງ​ປະຊຸມ​ສໍາ​ມະ​ນາເມື່ອ​ວັນ​ສຸກ​ທີ 2 ​ເດືອ​ນນີ້ທີ່ Fukushima ​ນັ້ນ ພວກປະຊາຊົນ
ທີ່ມາຮ່ວມ​ຈາກປະຊາ​ຄົມ​ຕ່າງໆ​ທີ່​ຖືກ​ກະທົບ ພວກ​ວາງ​ແຜນ​ເມືອງ​ນານາ​ຊາດ ​ແລະ​ພວກ
ນັກ​ການ​ທູດ​ ໄດ້ຟັງ​ຄໍາ​ອະທິບາຍ​ໂດຍ​ສັງ​ເຂ​ບ ຈາ​ກປະທານ​ກຸ່ມ​ສະ​ຖາ​ບັນສຶກສາ ​ທີ່​ຊັ່ງຊາ
ຕີ​ລາຄາຂໍ້​ສະ​ເໜີ​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ ທີ່​ທັນ​ສະ​ໄໝ​ລ່າ​ສຸດຕ່າງໆນັ້ນ.

ທ່ານ Shuzo Murakani ນັກສະຖາປະນິກ​ແລະ​ວິດສະ​ວະ​ກອນ​ກ່າວ​ວ່າ​ປະຊາຊົນ​ຂອງ
“​ເມືອງ​ອະນາຄົດ” ດັ່ງກ່າວ​ນີ້​ ຈະບໍ່​ພຽງ​ແຕ່ໄດ້ຄວບ​ຄຸມ​ການ​ຊົມ​ໃຊ້​ກະ​ແສ​ໄຟຟ້າ​ແຕ່​ຢ່າງ​
ດຽວ​ເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ສ້າງ​ແລະສະ​ສົມ​ພະລັງງານ​ຢູ່ໃນ​ບ້ານ​ຂອງ​ພວກ​ເຂົາ​ເຈົ້າ​ເອງໄດ້
ນໍາ​ດ້ວຍ.

ແຕ່​ທ່ານ Murakami ເຕືອນ​ວ່າ ພວກປະຊາ​ຄົມ​ໃໝ່ຕ່າງໆນັ້ນຈະອອກ​ແບບສ້າງ​ໃນ​ລັກ
ສະນະທີ່ ພຽງ​ເພື່ອ​ທຸ່ມ​ເທ​ເງິນ​ໃສ່ການກໍ່​ສ້າງເທົ່າ​ນັ້ນບໍ່​ໄດ້. ທ່ານ​ກ່າວ​ວ່າ ບັນດາ​ເມືອງ
ໃໝ່ເຫລົ່ານີ້ ຈະ​ຕ້ອງ​ເປັນ​ຕົວ​ເມືອງ​ທີ່​ກຸ້ມ​ຕົນ​ເອງ ​ແລະ​ຢັ້ງຢືນ​ທີ່​ສຸດ ​ເພື່ອ​ວ່າ​ປະ​ຊາ​ຊົນຈະ
ຢາກ​ໄປ​ອາ​ໃສ​ດໍາລົງ​ຊີວິດ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນ​ນານ.

ແມ່ນ​ແຕ່​ກ່ອນເກີດ​ໄພພິບັດ​ເມື່ອ​ປີກາຍ​ນີ້​ ພວກປະຊາ​ຄົມ​ເຫລົ່ານັ້ນ​ບາງແຫ່ງກໍ​ໄດ້​ປະ​ເຊີນ
ກັບ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫລວງຕ່າງໆ ​ໂຕ​ຢ່າງ​ພວກ​ຊາວ​ເມືອງ​ໄວ​ໜຸ່ມທັງຫລາຍ​ໄດ້​ພາກັນ
​ແຕກ​ໜີ​ໄປ​ອາ​ໃສ​ຢູ່ໃນຫົວ​ເມືອງ​ໃຫຍ່ໆໂດຍ​ປະ​ຖິ້ມວຽກ​ງານ​ເຮັດ​ໄຮ່​ເຮັດ​ນາ ​ແລະ​ຫາປາ.

ພວກ​ລອດ​ຊີວິດຈາກ​ໄພພິບັດ​ແລະ​ພວກ​ວາງ​ແຜນ ຢ້ານ​ກົວວ່າ ​ພວກໂຄງ ການ​ທີ່​ວ່ານີ້
ອາດສາມາດ​ເປັນ​ໂຄງການ​ໃນ​ຮູບແບບລ່າ​ສຸດ​ ທີ່ໃຊ້​ຈ່າຍເງິນກໍ່ສ້າງເປັນ​ຫລາຍພັນ​ລ້ານ
ໂດ​ລາ ບາດ​ແລ້ວ​ອາດ​ໃຊ້​ການ​ຫຍັງບໍ່​ໄດ້​ເລີຍ. ຍີ່ປຸ່ນ​ກໍ​ໄດ້​ເຫັນ​ເມືອງ​ແບບ​ນີ້ມາຫລາຍ
ແລ້ວ ຕະຫລອດ​ໄລຍະ​ຫລາຍສິບ​ປີຜ່ານມາ​ ຊຶ່ງ​ພວກ​ນັກ​ການ​ເມືອງ​ແລະ​ພວກ​ບໍລິສັດ​ກໍ່
ສ້າງ​ທັງຫລາຍໄດ້​ສົມຮູ້​ຮ່ວມ​ຄິດ​ກັນສ້າງ​ຂຶ້ນ ໂດຍ​ສ່ວນ​ໃຫຍ່​ແລ້ວ​ກໍແມ່ນ​ເພື່ອ​ສ້າງຜົນ​ປະ
ໂຫຍດ​ທາງ​ການ​ເງິນ​ ​ໃຫ້ແກ່​ກັນ​ແລະ​ກັນ.

ເວລາ​ນີ້​ ຍີ່ປຸ່ນ​ກໍາລັງ​ຊັກ​ຊວນ​ພວກ​ບໍລິສັດ​ຕ່າງປະ​ເທດ ໃຫ້ເຂົ້າມາຮ່ວມ​ໃນໂຄງການ​ພັດ
ທະນາ​ສ້າງສາ​ຄືນ​ໃໝ່​ໃນ​ຍີ່ປຸ່ນ ​ແຕ່​ພວກ​ບໍລິສັດຕ່າງປະ​ເທດ ຈົ່ມ​ທຸກ​ວ່າ ພວກ​ເຂົາ​ເຈົ້າ
ມອງເຫັນ​ຄວາມ​ກະຕືລື​ລົ້ນ​ຈາກ​ຍີ່ປຸ່ນໜ້ອຍ​ຫລາຍ ​ຕໍ່ຄວາມ​ຊໍານິ​ຊໍານານ​ແລະ​ຜະລິດ​ຕະ
ພັນ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ​ທັງໃນ​ດ້ານ ການອະນາ​ໄມ​ມ້ຽນ​ມັດ​ເສດ​ສິ່ງຫັກ​ພັງ​ມາ​ເຖິງ​ປັດ
ຈຸບັນ​ນີ້ ​ແລະຄວາມ​ພະຍາຍາມເພື່ອ​ສ້າງສາ​ຄືນ​ໃໝ່​ ທີ່​ໄດ້​ວາງ​ແຜນ​ໄວ້​ແລ້ວນັ້ນ. ບາງກຸ່ມ​
ໄດ້​ບອກ​ວີ​ໂອ​ເອວ່າ ນາຍ​ໜ້າ​ຄົນ​ກາງ​ຊາວ​ຍີ່​ປຸ່ນ​ໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫລືອ​ ​ແຕ່​ກໍ
ຕ້ອງ​ມີ​ການ​ຈ່າຍ​ຄ່າ​ສິນ​ບົນ​ໃຫ້.

ທ່ານ Richard Jones ຜູ້​ກ່າວ​ຄໍາ​ປາ​ໃສສໍາຄັນໃນ​ກອງ​ປະຊຸມ​ສໍາ​ມະ​ນາ​ທີ່​ຟູ​ກູ​ຊີ​ມະ ​ແລະ​
ເປັນຮອງ​ຜູ້​ອໍານວຍ​ການ​ອົງການ​ພະລັງງານ​ສາກົນ ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ເຈົ້າ​ໜ້າ​ທີ່ຕັດ
ສິນ​ໃຈ​ຂອງ​ຍີ່ປຸ່ນ ​ຈະ​ຕ້ອງ​ຄໍາ​ນຶງ​ເຖິງ​ຄວາມ​ຕ້ອງການ​ແທ້ໆ​ຂອງ​ປະຊາຊົນ​ນັ້ນ​ເປັນ​ຫລັກ
ແທນ​ທີ່​ຈະ​ສຸມ​ໃສ່​ແຕ່ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ພວກ​ບໍລິສັດ​ໃຫຍ່ໆ​ຂອງ​ຍີ່ປຸ່ນ​ນັ້ນ.

ທ່ານ ​ໂຈນ​ສ໌ ກ່າວ​ວ່າ “ໃນ​ສະຖານະ​ການ​ແບບ​ນີ້ ​ແນ່​ນອນ​ ມັນ​ມັກ​ຈະມີ​ສິ່ງ​ລໍ້​ໃຈຢູ່
ສະ​ເໝີ ​ເພາະວ່າ ຖ້າ​ຈະ​ເວົ້າ​ໄປແລ້ວ ພວກ​ເຂົາ​ເຈົ້າກໍາລັງ​ຈະ​ໃຊ້​ຈ່າຍ​ເງິນ​ຫລວງ​
ຢ່າງຫລວງຫລາຍ​ ເພື່ອ​ເພ່ງ​ເລງ​ໃສ່ແຫ​ລ່ງພາຍ​ໃນ​ປະ​ເທດ ​ແຕ່​ຂ້າພະເຈົ້າ​ເອງ​ແລ້ວ ​
ແນ່ນອນ​ແມ່ນຢາກ​ຂໍ​ຮຽກຮ້ອງ​ໃຫ້ພວກ​ເຂົາ​ເຈົ້າ ພະຍາຍາມ​ພາກັນ​ຄິດໃນ​ໄລຍະ​
ຍາວ ​ແລະ​ກ່ຽວ​ກັບ​ຄວາມ​ຕ້ອງການ​ແທ້ໆ​ຂອງ​ປະຊາຊົນ​ໃນເຂດນັ້ນ​ນໍາ​ເຊັ່ນ​ກັນ.”

ທ່ານ ​ໂຈນ​ສ໌ ກ່າວ​ຕໍ່​ໄປ​ວ່າ ຄວາມ​ຕ້ອງການ​ຂັ້ນ​ຕົ້ນ​ຢູ່​ໃນ​ປະຊາຄົມ​ທີ່​ໄດ້ ຮັບ​ຄວາມ​ເສຍ​
ຫາຍ​ນັ້ນ ​ກໍ​ຄືເລ່ງລັດການ​ສ້າງສາ​ຄືນ​ໃໝ່​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ຊຶ່ງ​ທ່ານເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຂົາ​ເຈົ້າບໍ່​ຄວນ​ຈະ​ພະຍາຍາມ​ ທີ່​ຈະປະດິດ​ກົງ​ລໍ້​ຂຶ້ນ​
ມາ​ໃໝ່ ໃນເມື່ອ​ມັນມີຫລາຍໆ​ຕົວຢ່າງ​ໃຫ້​ເຫັນ​ຢູ່​ແລ້ວ​ ຢູ່​ໃນ​ປະຊາ​ຄົມອື່ນໆ
ແລະໂຄງການ​ອື່ນ​ໆ ທີ່​ປະສົບ​ຜົນ​ສໍາ​ເລັດ​ມາ​ແລ້ວ​ນັ້ນ.”

ທ່ານ Richard Jones ທີ່​ເຄີຍ​ເປັນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາສີ່ປະ​ເທດ
ເດນ​ມາກ ​ອັງກິດ ​ເຢຍຣະມັນ ​ແລະ​ສວີ​ເດນ ກ່າວ​ຕື່ມ​ວ່າບັນດາ​ປະຊາ​ຄົມ​ທີ່​ຢູ່ຢ່າງສະ
ຫລາດ​ທັງຫລາຍ​ໃນ​ປະ​ເທດ​ເຫລົ່ານັ້ນ ​ແມ່ນ ເປັນ​ຕົວຢ່າງ​ອັນດີ ທີ່​ຍີ່​ປຸ່ນສາມາດ​ທີ່​ຈະ
ຮຽນ​ຮູ້​ແລະ​ຖອດ​ຖອນ​ບົດຮຽນ​ໄດ້.

ພວກກຸ່ມ​ສະໜັບສະໜຸນແນວ​ຄິດ​ນີ້ ກ່າວ​ວ່າ ບົດຮຽນ​ທີ່​ວ່າ​ເຫລົ່າ​ນັ້ນ ​ແມ່ນ​ໂຮມ​ທັງ​ວິທີ​
ການນໍາ​ເອົາພວກ​ຊາວ​ເມືອງ​ໃນ​ອະນາ​ຄົດ ​ແລະ​ພວກ​ທີ່​ມີ​ສ່ວນໄດ້​ສ່ວນ​ເສຍ​ທັງຫລາຍ
ເຂົ້າ​ມາ​ພົວພັນ​ນໍາ​ການ​ວາງແຜນແລະ​ການ​ກໍ່ສ້າງ​ນໍາເພື່ອ​ຮັບປະກັນ​ໃຫ້​ເມືອງ​ເຫລົ່າ​ນັ້ນ
ເປັນ​ເມືອງທີ່ປະຢັດ​ພະລັງງານ ​ແລະ​ເປັນ​ບ່ອນ​ທີ່​ໜ້າ​ຢູ່​ອາ​ໃສ.

XS
SM
MD
LG