ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນເຕືອນກ່ຽວກັບ ການເຄື່ອນໄຫວທາງທະເລ ຂອງຈີນ


ຮູບພາບໝູ່ເກາະ Senkaku ພາສາຍີ່ປຸ່ນ ແລະ Diaoyu ໃນພາສາຈີນ
ວັນທີ 31 ກໍລະກົດ 2011
ຮູບພາບໝູ່ເກາະ Senkaku ພາສາຍີ່ປຸ່ນ ແລະ Diaoyu ໃນພາສາຈີນ ວັນທີ 31 ກໍລະກົດ 2011

ຍີ່ປຸ່ນ​ກ່າວ​ວ່າ ຕົນ​ຄາດ​ວ່າ ຈີນ​ຈະ​ຂະຫຍາຍ​ກິດຈະ​ກໍາ​ທາງ​ທະ​ເລຕ່າງໆໃນ​ເຂດ​ອ້ອມ​ແອ້ມ
ຝັ່ງ​ທະ​ເລ​ຂອງ​ຕົນອອກ​ໄປ ​ແລະ​ກ່າວ​ຕື່ມ​ວ່າ ທາງ​ລັດຖະບານ​ກຸງ​ໂຕ​ກຽວ​ວາງ​ແຜນການ​
ຈະເສີມ​ຂະຫຍາຍ​ຝູງເຮືອ​ດໍາ​ນໍ້າຂອງ​ຕົນ ແລະ​ການ​ປ້ອງ​ກັນ​ທາງ​ທະ​ເລ​ອື່ນໆ.

ໃນ​ລາຍ​ງານສະໝຸດ​ຂາວປະ​ຈໍາປີ​ທ່ີ​ນໍາ​ອອກເປີດ​ເຜີຍ​ໃນ​ວັນ​ອັງຄານ​ມື້​ນີ້ກະຊວງ​ປ້ອງ​ກັນ
ປະ​ເທດ​ຂອງ​ຍີ່ປຸ່ນ​ຍັງ​ໄດ້ກ່າວ​ວ່າ ຕົນ​ຈະ​ຕ້ອງ​ສິ້ງຊອມ​ເບິ່ງ​ເກົາ​ຫລີ​ເໜືອ​ຢ່າງ​ໃກ້ຊິດ ​ເພາະ
ວ່າ​ເກົາຫລີ​ເໜືອກໍາລັງ​ພັດທະນາ​ລູກ​ສອນໄຟ​ຂີ​ປະ​ນາ​ວຸດຊະນິດ​ໃໝ່ ທີ່​ອາດ​ຈະ​ສາມາດ​
ຍິງ​ໄປ​ເຖິງ​ເກາະ Guam ດິນ​ແດນ​ຂອງ​ສະຫະລັດ​ໄດ້​ນັ້ນ.

ລາຍ​ງານ​ສະບັບ​ນີ້​ທໍານາຍ​ວ່າ ຈີນ​ຈະ​ຂະຫຍາຍ​ກິດຈະກໍາ​ຕ່າງໆ​ທາງ​ທະ​ເລ​ຂອງ​ຕົນ​ໃນ​
ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ບ່ອນ​ທີ່ສອງ​ປະ​ເທດ​ໄດ້ປະ​ທະ​ກັນ​ໃນ​ປີ​ແລ້ວ​ນີ້ ຫລັງ​ຈາກ​
ເຮືອ​ປະມົງ​ຈີນ​ລໍ​ານຶ່ງ​ແລ່ນ​ໄປ​ຕໍາ​ເອົາ​ເຮືອ​ຍາມ​ຝັ່ງ​ລໍາ​ນຶ່ງ​ຂອງ​ຍີ່ປຸ່ນ​ ຢູ່​ໃກ້ໆ​ກັບ​ໝູ່​ເກາະ​
ຈໍານວນ​ນຶ່ງ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ນັ້ນ. ນອກ​ນີ້ ຍີ່ປຸ່ນ​ຍັງ​ຄາດ​ວ່າ ຈີນ​ຈະ​ສືບ​ຕໍ່ເດີນ
ທາງຜ່ານໝູ່​ເກາະ​ຂອງ​ຍີ່ປຸ່ນ​ ເຂົ້າ​ໄປ​ຍັງ​ມະຫາ​ສະໝຸດ​ປາຊີ​ຟິກ ​ແລະ​ຈະ​ກົດ​ດັນ​ການ​ກ່າວ
ອ້າງ​ເອົາ​ກໍາມະສິດໃນຂົງ​ເຂດ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນກັບປະ​ເທດ​ອື່ນໆໃນ​ທະ​ເລ​ຈີນ​ໃຕ້​
ນັ້ນ.

ກອງທັບ​ຍີ່ປຸ່ນ​ກ່າວ​ວ່າ ຕົນ​ຈະ​ຂະຫຍາ​ຍຝຸງເຮືອດໍາ​ນໍ້າຂອງ​ຕົນຈາກ 16 ລໍາ​ຂຶ້ນ​ເປັນ 22
ລໍາ ​ແລະ​ເສີມ​ສ້າງ​ສະມັດຖະພາບ​ເຄື່ອງ Radar ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຢູ່ເລາະ​ຕາມ​ແຄມ​ທະ​ເລ
ໃນ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຕົນ.

XS
SM
MD
LG