ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ຈັດ​ພິ​ທີ ​ລະນຶກ​ເຖິງ ວັນຄົບຮອບ 70 ປີ ການຖິ້ມ​ລະ​ເບີດນິວ​ເຄລຍ ໃສ່ Hiroshima


ພວກທີ່ໄປຢ້ຽມຢາມ ພາກັນກາບໄຫວ້ ຢູ່ຕໍ່ໜ້າ ອະນຸສາວະລີ ສຳຫລັບບັນດາຜູ້ເຄາະຮ້າຍ ຂອງລະເບີດນິວເຄລຍ ຢູ່ທີ່ ສວນ​ອະນຸສອນສະຖານ ສັນຕິພາບ ຫຼື Hiroshima Peace Memorial Park ໃນ Hiroshima ຢູ່ທາງພາກຕາເວັນຕົກຂອງຍີ່ປຸ່ນ, ວັນພະຫັດທີ 6 ສິງຫາ 2015.
ພວກທີ່ໄປຢ້ຽມຢາມ ພາກັນກາບໄຫວ້ ຢູ່ຕໍ່ໜ້າ ອະນຸສາວະລີ ສຳຫລັບບັນດາຜູ້ເຄາະຮ້າຍ ຂອງລະເບີດນິວເຄລຍ ຢູ່ທີ່ ສວນ​ອະນຸສອນສະຖານ ສັນຕິພາບ ຫຼື Hiroshima Peace Memorial Park ໃນ Hiroshima ຢູ່ທາງພາກຕາເວັນຕົກຂອງຍີ່ປຸ່ນ, ວັນພະຫັດທີ 6 ສິງຫາ 2015.

ຍີ່ປຸ່ນ ພວມ​ຈັດ​ພິ​ທີ​ລະນຶກ​ເຖິງ ວັນຄົບຮອບ 70 ປີ ການຖິ້ມ​
ລະ​ເບີດນິວ​ເຄລຍ ຂອງ​ສະຫະລັດ ​ໃສ່​ນະຄອນ Hiroshima
ທີ່​ນຳ​ໄປ​ສູ່​ການ​ຍຸດຕິ​ສົງຄາມ​ໂລກ​ຄັ້ງທີສອງ.

ຫຼາຍໝື່ນ​ຄົນ ພາກັນ​ ຢືນໄວ້ອາ​ໄລ​ ສະຫງົບງຽບໜຶ່ງ​ນາ​ທີ ​
ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່ ລະຄັງ​ດັງ​ກ້ອງກັງວານ​ ຢູ່ທີ່
ສວນ​ອະນຸສອນ​ສະຖານສັນຕິພາບ ຫຼື Peace Mememorial
Park ຊຶ່ງ​ຕັ້ງຢູ່​ໃກ້ໆ​ກັບ​ຈຸດ​ສູນ​ກາງ ຂອງການຖິ້ມລະ​ເບີດນັ້ນ.

ເຈົ້າຄອງ​ນະຄອນ Hiroshima ທ່ານ Kazumi Matsui ຮຽກ
ຮ້ອງ ​ໃຫ້​ຟື້ນ​ຟູຄວາມ​ພະ​ຍາ​ຍາມ ​ເພື່ອ​ເຮັດ​ໃຫ້​ໂລກປາດ​ສະ​ຈາກ
ອາວຸດ​ນິວ​ເຄລຍ ທີ່ທ່ານ​ເອີ້ນ​ມັນ​ວ່າ “ມານ​ຮ້າຍອັນແທ້​ຈິງ.”

ທ່ານ Matsui ​ເວົ້າອີກ​ວ່າ “​ຖ້າ​ພວກ​ເຮົາ​ຈະ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ ພວກ​ເຮົາ​ຕ້ອງ​
ຍຸດຕິ​ການ​ນຳ​ໃຊ້​ອາວຸດ​ນິວ​ເຄລຍທັງ​ໝົດ ອັນ​ເປັນ​ສິ່ງ​ທີ່ ​ໄຮ້​ມະນຸດສະທຳ ​ສຸດຂີດ
​ແລະ ມານ​ຮ້າຍອັນແທ້​ຈິງ. ​ແລະ​ເວລາ​ທີ່​ຈະ​ເຮັດ​ໃຫ້ ສິ່ງ​ນີ້​ສຳ​ເລັດຜົນ ​ແມ່ນ​ດຽວ​ນີ້.”

ນາຍົກລັດຖະມົນຕີ ຍີ່​ປຸ່ນ ທ່ານ Shinzo Abe ກ່າວ​ວ່າ ຍີ່ປຸ່ນ ​ເປັນ​ພຽງປະ​ເທດ​ດຽວ​ ທີ່​
ເຄີຍ​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ປະລະມາ​ນູ ທີ່​ມີ​ຄວາມ​ຮັບຜິດຊອບ​ພິເສດແນວ​ໜຶ່ງ ​ເພື່ອ​ສ້າງ​
ໂລກເຮົາ​ໃຫ້​ປາດ​ສະ​ຈາກ​ອາວຸດ​ນິວ​ເຄລຍ.

ການຖິ້ມລະ​ເບີດນິວເຄລຍ​ໃສ່ນະຄອນ Hiroshima ​ໄດ້​ສັງຫານ​ປະ ມານ 140,000 ຄົນ ​
ໃນ​ທັນ​ທີ ຫຼື ຈາກ​ກຳ​ມັນ​ຕະພາບ​ລັງສີ ທີ່​ເຜົາໄໝ້ໃນເວລາຕໍ່ມາ. ລະ​ເບີດ​ອີກ​ໜ່ວຍ​ໜຶ່ງ ​ໄດ້​
ຖືກ​ຖິ້ມ​ລົງ​ໃສ່​ເມືອງ​ທ່າ Nagasaki ​ໃນ​ເວລາ 3 ມື້​ຕໍ່​ມາ ທີ່​ໄດ້​ສັງ​ສານ ພົນລະ​ເມືອງ​ ທີ່​
ຄາດ​ຄະ​ເນ ວ່າມີ 70,000 ຄົນ.

ວໍ​ຊິ​ຕັນ ​ໄດ້​ໂຕ້​ຖຽງ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ເຮັດໃຫ້​ສົງຄາມໂລກ​ ຄັ້ງທີສອງ ຍຸດຕິລົງໄວຂຶ້ນ. ຫົກ​ມື້ຫຼັງຈາກ​ການ​ຖິ້ມລະເບີດໃສ່ Nagasaki ແລ້ວ ຍີ່ປຸ່ນ
ກໍ​ໄດ້​ຍອມ​ຈຳນົນ ອັນ​ເປັນ​ການ​ສິ້ນ​ສຸດລົງ​ຂອງ​ສົງຄາມໂລກຄັ້ງທີສອງ.

Hiroshima Anniversary
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG