ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ວັນຄົບຮອບ 68 ປີ ​ໃນ​ການ ຖິ້ມລະ​ເບີດ ​ນີວ​ເຄຼ​ຍ​ ໃສ່ຮິໂຣ​ຊິ​ມະ (ວີດີໂອ/ສະໄລດ໌)


ຊາວຍີ່ປຸ່ນທໍາການສັກກາລະໄວ້ອາໄລຕໍ່ບັນດາຜູ້ທີ່ເຄາະຮ້າຍ
ຈາກລະເບີດນິວເຄລຍ ໃນສວນ​ສັນຕິພາບ​ທີ່ນະຄອນຮິໂຣ​ຊິ​ມະ
ຊາວຍີ່ປຸ່ນທໍາການສັກກາລະໄວ້ອາໄລຕໍ່ບັນດາຜູ້ທີ່ເຄາະຮ້າຍ ຈາກລະເບີດນິວເຄລຍ ໃນສວນ​ສັນຕິພາບ​ທີ່ນະຄອນຮິໂຣ​ຊິ​ມະ
ຍີ່ປຸ່ນ​ໄດ້​ທໍາ​ການໄວ້​ອາ​ໄລ ດ້ວຍ​ການ​ຢູ່​ໃນ​ຄວາມສະງົບ 1 ນາທີ
​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງວັນ​ຄົບຮອບ 68 ປີ ​ໃນ​
ການຖິ້ມລະ​ເບີດ​ນີວ​ເຄລ​ຍ​ໃສ່​ນະຄອນຮິໂຣ​ຊິ​ມະ.

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ແລະ​ຄອບ​ຄົວ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ
​ແມ່ນຮວມ​ຢູ່​ໃນ​ຜູ້​ຄົນຈໍານວນ 50 ພັນ​ຄົນ ທີ່​ໄປເຕົ້າໂຮມ​ກັນ​ໃນ
ພິທີ​ສະຫຼອງທີ່​ເຄັ່ງຂຶມ ຢູ່ສວນ​ສັນຕິພາບ​ໃນນະຄອນຮິໂຣ​ຊິມະ.​

ນາຍົກ​ລົດ​ຖະມົນຕີ Zhinzo Abe ​ໄດ້​ກ່າວຕໍ່​ຝູງຊົນວ່າ ຍີ່ປຸ່ນ
ມີ​ໜ້າທີ່​ຮັບຜິດຊອບ​ທີ່​ພິ​ເສດ ​ເພື່ອຈະ​ຊຸກຍູ້​ໃຫ້ຍຸຕິການໃຊ້​ອາວຸດ
ນີວ​ເຄລຍ ຊຶ່ງ​ທ່ານ​ກ່າວ​ວ່າ​ “ພວກ​ເຮົາ​ຊາວຍີ່ປຸ່ນຄືຜູ້ທີ່​ໄດ້​ຮັບ​
ເຄາະ​ແຕ່​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ ​ໃນປະຫວັດສາດຈາກ​ການ​ໂຈມ​ຕີ​ດ້ວຍ​ອາວຸດນີວ​
ເຄລຍ​ແລະ​ພວກ​ເຮົາ​ກໍ​ມີ​ຄວາມ​ຮັບຜິດຊອບ​ບາງ​ຢ່າງ ​ເພື່ອ​ຈະ​ເຮັດ​ໃຫ້​ໂລກປາດ​
ສະ​ຈາກອາວຸດນີວ​ເຄລຍ ​ແລະ​ນີ້ຍັງ​ເປັນ​ໜ້າ​ທີ່ຂອງ​ພວກ​ເຮົາທີ່​ຈະສືບ​ຕໍ່ ​ຄອຍ​ຍໍ້າ​
ເຕືອນ​ຊາວ​ໂລກ​ວ່າ ການ​ທີ່​ມີອາວຸດນີວ​ເຄລ​ຍ​ໃນ​ຄວາມ​ຄອບຄອງນັ້ນ​ ແມ່ນໄຮ້
ມະນຸດ​ສະ​ທໍາ.”




​ເຈົ້າ​ຄອງ​ນະຄອນຮິໂຣ​ຊິມະ ທ່ານ Kazumi Matsui ​ໄດ້ປະຕິຍານໃນ​ທໍານອງ​ດຽວ​ກັນນີ້
ທີ່​ເອີ້ນອາວຸດນີວ​ເຄລຍວ່າ​ “ເປັນ​ອາວຸດ​ທີ່​ໄຮ້ມະນຸດ​ສະ​ທໍາ ແລະ​ເປັນ​ອາວຸດ​ທີ່​ຊົ່ວ​
ຮ້າຍ​ທີ່​ສຸດ.”


ມີຜູ້​ຄົນປະມານ 140 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໃນໄລຍະຫຼາຍມື້ ຫຼັງ​ຈາກການຖິ້ມລະ​ເບີດ​ລົງ ​
ໃສ່ນະຄອນຮິໂຣ​ຈິ​ມະ ​ໃນ​ວັນ​ທີ 6 ສິງຫາ ປີ 1945. 3 ມື້​ຕໍ່​ມາ ​ເຮືອບິນສະຫະລັດ​ກໍໄດ້
ຖິ້ມ​ລະ​ເບີ​ດລົງ​ໃສ່​ເມືອງ Nagasaki ທີ່​ໄດ້​ສັງຫານຜູ້​ຄົນ 70 ພັນ​ຄົນ​ຕື່ມ.

ສະຫະລັດ​ແລະ​ປະ​ເທດພັນທະ​ມິດ ​ໄດ້​ໂຕ້​ແຍ້​ງວ່າ ການ​ຖິ້ມລະ​ເບີ​ດທີ່​ວ່າ​ນີ້ ແມ່ນ​ມີ​ຄວາມ​
ຈໍາ​ເປັນ​ແລະ​ໄດ້​ຊ່ອຍ​ຫຼາຍໆ​ຊີວິດຂອງ​ຜູ້​ຄົນ​ໄວ້ ເພື່ອ​ເກ້​ຍກ່ອມໃຫ້​ຍີ່ປຸ່ນ​ຍອມຈຳນົນ
ຊຶ່ງ​ໄດ້​ເຮັດ​ໃຫ້​ສົງຄາມ​ໂລກ​ຄັ້ງ​ທີ 2 ​ເສັດ​ສິ້ນລົງ​ໄວ​ຂຶ້ນ.

JAPAN NUCLEAR ANNIVERSARY VOSOT.mov
please wait

No media source currently available

0:00 0:01:17 0:00
XS
SM
MD
LG