ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍສຳພັນ ລະຫວ່າງ ສຫລ ແລະຍີ່ປຸ່ນ ເປັນ ເລື່ອງການພົບປະ ຂອງທ່ານທຣຳ ແລະ ທ່ານອາເບ


ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານ Shinzo Abe ກ່າວຖະແຫລງກ່ຽວກັບນະໂຍບາຍ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ສະພາຕ່ຳ ຂອງສະພາແຫ່ງຊາດ ໃນນະຄອນຫຼວງໂຕກຽວ , ວັນທີ 26 ກັນຍາ 2016.
ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານ Shinzo Abe ກ່າວຖະແຫລງກ່ຽວກັບນະໂຍບາຍ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ສະພາຕ່ຳ ຂອງສະພາແຫ່ງຊາດ ໃນນະຄອນຫຼວງໂຕກຽວ , ວັນທີ 26 ກັນຍາ 2016.

ຄາດກັນວ່າ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະຢ້ຳໃຫ້ເຫັນເຖິງຄວາມ ສຳຄັນ ໃນການ​ເປັນ​ພັນທະ​ມິດດ້ານຄວາມໝັ້ນຄົງ ລະຫວ່າງ ປະເທດຂອງທ່ານ ແລະ ສະຫະລັດ ໃນຂະນະທີ່ທ່ານພົບປະກັບປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໃນວັນພະຫັດມື້ນີ້.

ນັບຕັ້ງແຕ່ໄດ້ຮັບໄຊຊະນະ ​ໃນການເລືອກຕັ້ງ ເມື່ອສັບປະດາແລ້ວນີ້ ທ່ານທຣຳ ໄດ້ ໂອ້ລົມທາງໂທລະສັບ ກັບບັນດາຜູ້ນຳຂອງໂລກ ຈຳນວນນຶ່ງ ປະກອບດ້ວຍ ປະທານາ ທິບໍດີຂອງອີຈິບ ທ່ານ Abdel Fattah el-Sissi, ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin. ແຕ່ການສົນທະນາ ກັບທ່ານ Abe ຈະເປັນຄັ້ງທຳອິດ ຂອງການພົບປະກັນ ເປັນສ່ວນ
ຕົວ ສຳລັບທ່ານທຣຳ ຂະນະທີ່ທ່ານກຽມພ້ອມ ທີ່ຈະເຂົ້າຮັບຕຳແໜ່ງ ໃນເດືອນມັງກອນ ຈະມາເຖິງນີ້.

ກ່ອນອອກເດີນທາງຈາກຍີ່ປຸ່ນ ທ່ານ Abe ໄດ້ກ່າວວ່າ ທ່ານຢາກໃຊ້ການພົບປະກັນນີ້ ເພື່ອປຶກສາຫາລື ກ່ຽວ​ກັບວິໄສທັດຂອງທ່ານ ສຳລັບອະນາຄົດ ກັບທ່ານທຣຳ.

ທ່ານ Abe ກ່າວວ່າ “ການເປັນພັນທະມິດ ຈະດຳເນີນໄປໄດ້ ອີງຕາມພື້ນຖານ ຂອງ ຄວາມໄວ້ເນື້ອເຊື່ອໃຈ. ສະນັ້ນ ຂ້າພະເຈົ້າ ຢາກຈະສ້າງຄວາມໄວ້ເນື້ອເຊື່ອໃຈ ກັບ ປະທານາທິບໍດີ ທຣຳ ແລະບົນພື້ນຖານນັ້ນ ຂ້າພະເຈົ້າຢາກຈະທຳງານ ຮ່ວມກັນ ກັບທ່ານ ໄປສູ່​ການ​ມີສັນຕິພາບ​ໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ.”

ໃນລະຫວ່າງການໂຄສະນາຫາສຽງ ທ່ານທຣຳ ໄດ້ຕັ້ງຄຳຖາມຫຼັກຫຼາຍ ຢ່າງ​ກ່ຽວ​ກັບ​ສາຍສຳພັນລະຫວ່າງ ສະຫະລັດ ແລະ ຍີ່ປຸ່ນ ໂດຍສະເໜີແນະວ່າ ສະຫະລັດ ໄດ້ເຮັດ ໜ້າທີ່ຫຼາຍເກີນໄປ ເພື່ອສະໜອງການປ້ອງກັນໃຫ້ແກ່ຍີີ່ປຸ່ນ. ທ່ານໄດ້ສະເໜີແນວຄິດ ທີ່ຈະອະນຸຍາດໃຫ້ຍີ່ປຸ່ນ ແລະ ປະເທດອື່ນໆ ມີອາວຸດນິວເຄລຍ​ໄດ້ ຢູ່ໃນຂົງເຂດ ແລະ ບັງຄັບໃຫ້ຈ່າຍ​ເງິນຫຼາຍຂຶ້ນ ເພື່ອ ສະໜັບສະໜູນ ການໄປປະຈຳການຂອງກອງກຳລັງ ສະຫະລັດ ຢູ່ໃນບັນດາປະເທດເຫຼົ່ານັ້ນ.

ສະຫະລັດ ມີທະຫານ ຈຳນວນປະມານ 53,000 ຄົນ ປະຈຳການຢູ່ໃນຍີ່ປຸ່ນ ພ້ອມດ້ວຍ ສະມາຊິກຄອບຄົວຂອງພວກເຂົາເຈົ້າ ຈຳນວນ 43,000 ຄົນ ແລະ ພະນັກງານກະຊວງ ປ້ອງກັນປະເທດ ອີກ 5,000 ຄົນ.

ບັນດາຜູ້ສະໜັບສະໜູນ ພັນທະມິດດ້ານການປ້ອງກັນປະ​ເທດ ໂຕ້ຖຽງວ່າ ນອກຈາກ​ຍີ່ປຸ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແລ້ວ ສະຫະລັດ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຍຸດ​ທະ​ສາດ​ເຊັ່ນ​ກັນໂດຍ​ສາມາດ​ສົ່ງ​ກຳລັງ​ຂອງ​ຕົນ ​ໄປປະຈຳການ​ຢູ່​ໃນ​ພາກພື້ນນັ້ນຂອງ​ໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Trump Transition Abe
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG